ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄປຢ້ຽມຢາມ ແລະ ສະເໜີຕົວ ຢູ່ 04 ແຂວງພາກໃຕ້ຫວຽດນາມ

2020714-em-viet1

2020714-em-viet2

ໃນລະຫວ່າງວັນທີ 05-11ກໍລະ​ກົດ2020, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້​ເຂົ້າ​ຢ້ຽມຂ່ຳນັບ​ ສະຫາຍ ​ຫງວຽນ​ແທງ​ຟອງ ກຳມະການ​ສູນ​ກາງ​ພັກ ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ​ໂຮ່ຈິ​ມິນ, ສະ​ຫາຍ ​ເຈີ່ນ​ວັນນາ​ມ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ​ບິ່ງ​ເຍືອງ, ສະຫາຍ ຫງວຽນ​ຫົງ​ຫຼິ່ງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງບ່າ​ເລຍ​ວຸ້ງ​ເຕົ່າ ​ແລະ ​ເຂົ້າ​ຢ້ຽມຂ່ຳນັບສະຫາຍ ​ເຈີ​ນກວາງ​ຈຸ​ງ, ກຳມະການ​ສູນ​ກາງ​ພັກ​ເລຂາ​ພັກ​ນະຄອນ​ເກິ​ນ​ເທີ ເນື່ອງໃນໂອກາດດຳລົງຕໍາແໜ່ງເປັນເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ.

ໃນການເຂົ້າຢ້ຽມຂໍ່ານັບພົບປະໃນຄັ້ງນີ້ : ການ​ນຳ​ແຕ່ລະ​ແຂວງສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ທີ່ຈະສ້າງທຸກເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໃນໄລຍະທີ່ສະຫາຍມາດຳລົງຕໍ່າແໜ່ງ ແລະ ປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ, ເພື່ອເປັນຂົວຕໍ່ໃຫ້ແກ່ການພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ໃນການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ ໂດຍ​ສະ​ເພາະ​ແມ່ນ​ບັນດາ​ແຂວງ​ພາກ​ໃຕ້ ​ແລະ ​ແຂວງ​ແຮກ​ສ່ຽວຂອງ ສປປ ລາວໃຫ້ນັບມື້ແຕກດອກອອກຜົນ.

ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ມາຍັງບັນດາການ​ນຳ​ 04ແຂວງ​ພາກ​ໃຕ້ຫວຽດນາມ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຢືນຢັນຈະພະຍາຍາມສຸດຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ລາວ-​ຫວຽດນາມ ແລະ ພ້ອມແລ້ວທີ່ຈະສືບ​ຕໍ່​ຊຸກຍູ້ປະຕິບັດບັນດາເນຶ້ອ​ໃນຈິດໃຈທີ່​ສອງ​ລັດຖະບານຂອງ​ສອງ​ປະ​ເທດຕົກລົງ ໃຫ້ປະກົດຜົນເປັນຈິງ​ໂດຍ​ສະ​ເພາະ​ແມ່ນ​ ໄດ້​ຊຸກຍູ້​ຜັນ​ຂະຫຍາຍການພົບປະປະຈຳປີຂອງສອງກົມການເມືອງລາວ-ຫວຽດນາມ ປະຈຳປີ 2020, ກອງປະຊຸມສອງຄະນະ​ກຳມະການ​ຮ່ວມ​ມື​ ລະຫວ່າງ ລັດຖະບານຂອງສອງປະເທດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຄັ້ງທີ 42, ພ້ອມ​ກັນ​ນັ້ນ ​ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ນຳ​ຜົນສຳ​ເລັດໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມການລະບາດພະຍາດ​ໂຄ​ວິດ-19 ຂອງ​ສອງ​ປະ​ເທດ​ຍາດ​ມາ​ໄດ້ ທີ່​ຍັງ​ບໍ່​ທັນ​ມີ​ປະ​ເທດ​ໃດ​ເຮັດ​ໄດ້​ໃນ​ໂລກ. ​

ການ​ນຳ​ແຕ່ລະ​ແຂວງ ກໍ່ໄດ້ລາຍງານສະພາບເສດຖະກິດ-ສັງຄົມຂອງແຕ່ລະ​ແຂວງ ​ແລະ ຍັງໄດ້ສະເໜີໃຫ້​ນັກ​ສຶກສາລາ​ວມາ​ສຶກສາທີ່​ພາກ​ໃຕ້​ ໂດຍ​ສະພາະ​ແມ່ນ ຂະ​ແໜ່​ງກະສິກຳ ​ແລະ ຂະ​ແໜ່​ງສາທາລະນະ​ສຸກ ພ້ອມ​ທັງ​ສະ​ເໜີ ຈັດ​ກິດຈະກຳ​ຮ່ວມ​ກັນ​ ເພື່ອ​ສົ່ງ​ເສີມ​ວັດທະນະ​ທຳ​ຂອງ​ສອງ​ປະ​ເທດ ​ເຮັດ​ໃຫ້​ຄົນ​ຮຸ່ນ​ໜຸ່ມ​​ໄດ້ສຶບທອດ​ມູນ​ເຊື້ອສາຍ​ພົວພັນ​ມິດຕະພາບ ​ຫວຽດນາມ-ລາວ-ຫວຽດນາມ ​ແລະ ຈະເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືຂອງຄະນະຜູ້ແທນການນໍາຂັ້ນສູງຂອງພັກ-ລັດຂອງ 2 ປະເທດພວກເຮົາ ໃຫ້ມີການແລກປ່ຽນການຢ້ຽມຢາມ ແລະ ທັດສະນະສຶກສາບັນດາແຂວງພາກໃຕ້ຂອງຫວຽດນາມ.

​​ໂອກາດ​ນີ້ ສະຫາຍສງເພັດ ຮຸ່ບຸນຍວງ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານບັນດາ​ແຂວງ​ພາກ​ໃຕ້ຂອງຫວຽດນາມ ທັງໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່ ພັກ-ລັດ, ບັນດາ​ແຂວງ​ພາກ​ໃຕ້ຫວຽດນາມ ກໍຄືຂອງປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງໃຫ້ແກ່ ພັກ-ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດມາ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480347
ມື້ນີ້5
ມື້ວານ172
ອາທິດນີ້745
ເດືອນນີ້6578