ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມການເງິນ

 

20200630-Finance Dept1

 20200630-Finance Dept2

20200630-Finance Dept3

 

ໃນຕອນເຊົ້າ​ຂອງ ວັນ​ທີ 30 ມິຖຸນາ 2020 ທີ່ ກະຊວງການຕ່າງປະເທດກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ III ຂອງໜ່ວຍ​ພັກ​ກົມການ​ເງິນໄດ້ໄຂຂຶ້ນຢ່າງເປັນທາງການ ໃນບັນ​ຍາ​ກາດທີ່ທົ່ວພັກ ແລະ ທົ່ວປວງຊົນລາວທັງຊາດ ພວມ ດໍາເນີນແຂ່ງ​ຂັນ​ກັນສ້າງຜົນງານເພື່ອ​ສະ​ເຫຼີມ​ສະຫຼຼອງວັນສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຄົບ​ຮອບ 65 ປີແລະ ຂໍ່ານັບຮັບຕ້ອນວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ແລະ ວັນສໍາຄັນອື່ນໆ ຂອງຊາດຢ່າງເປັນຂະບວນຟົດຟື້ນໄດ້​ໃຫ້ກຽດເຂົົ້າ​ຮ່ວມ​​ເປັນ​ປະ​ທານກອງ​ປະ​ຊຸມ ແລະ ໃຫ້​ການ​ໂອ້​ລົມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດແລະ ໃຫ້​ກຽດ​ເປັນ​ປະ​ທານ​ຮ່ວມ ຂອງ ສະຫາຍ ຄຳ​ພ​ໍ ໄຂ​ຄຳ​ພິ​ທູນ, ເລຂາໜ່ວຍພັກ ກົມການ​ເງິນ, ມີ​ບັນ​ດາ​ສະ​ຫາຍ​ເລ​ຂາ​ໜ່ວຍ​ພັກ, ຮອງ​ເລ​ຂາ​ໜ່ວຍ​ພັກອ້ອມ​ຂ້າງ​ກະ​ຊວງ 4 ສະ​ຫາຍ ແລະ ມີຜູ້​ແທນ​ເຂົ້​າ​ຮ່ວມ​ທັງ​ໝົດ 29 ສະ​ຫາຍ, ໃນນັ້ນ ມີຜູ້​ແທນ​ສົມ​ບູນ 27 ສະຫາຍ, ຍິງ 18 ສະຫາຍ ແລະ ສະມາຊິກພັກສໍາຮອງ 2 ສະຫາຍ.

    ກອງປະຊຸມໄດ້ເຫັນດີຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງໜ່ວຍພັກຊຸດເກົ່າໃນໄລຍະ 5 ປີຜ່ານມາ ລວມທັງທິດທາງແຜນ​ການ​ນຳ​ພາ ໃນ​ຊຸມ​ປີ​ຕໍ່​ໜ້າ ( 2020-2025 ).

ກອງ​ປະ​ຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງ​ບັນ​ດາ​ຜູ້​ແທນກອງ​ປະ​ຊຸມ​ປ່ອນບັດເລືອກເອົາຄະນະຫນ່ວຍພັກກົມການ​ເງິນ ຊຸດໃຫມ່ ໄດ້ຈຳນວນ 3 ສະຫາຍ ແລະໄດ້ສືບ​ຕໍ່​ດຳ​ເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະໜ່ວຍພັກຊຸດໃໝ່ ໂດຍ​ການ​ເປັນ​ປະ​ທານ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ໄດ້​ຕົກ​ລົງ​ເປັນ​ເອ​ກະ​ພາບ​ກັນ ​ດັ່ງ​ນີ້:

  1. 1.ສະ​ຫາຍ ຄຳ​ພໍ ໄຂ​ຄໍາພິ​ທູນ, ເປັນ​ເລ​ຂາ​ໜ່ວຍ​ພັກ;
  2. 2.ສະ​ຫາຍ ພູ​ວຽງ ເມກ​ສະ​ຫວັນ, ເປັນ​ຮອງ​ເລ​ຂາ​ໜ່ວຍ​ພັກ;
  3. 3.ສະ​ຫາຍ ນາງ ບົວ​ວັນ ພົມ​ມາ​ໄຊ, ເປັນ​ກຳ​ມະ​ການ​ໜ່ວຍ​ພັກ, ປະ​ທານກວດ​ກາ;

ໂດຍປະຕິບັດຕາມການຊີ້ນຳ​​ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະໜ່ວຍພັກຊຸດໃໝ່ ໄດ້ຕົກລົງເປັນເອກະພາບກັນ ແຕ່ງຕັ້ງ ສະຫາຍ ບຸນຕີ ແສນວົງສີນວນ, ເປັນຮອງປະທານກວດກາໜ່ວຍພັກ.

ກອງປະຊຸມໄດ້ເປັນກຽດຢ່າງສູງ ທີ່ໄດ້ຮັບຟັງ ການໂອ້ລົມ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຊຶ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຊີ້ນໍາ-ນໍາພາ ຂອງຄະນະໜ່ວຍພັກກົມການເງິນ ໃນການ​ເຄື່ອນ​ໄຫວ​ປະຕິບັດ​ໜ້າ​ທີ່​​ໃນຊຸມປີຜ່ານມາ, ໄດ້ສະແດງໃຫ້ເຫັນການມີຫົວຄິດປະດິດສ້າງຮູ້ໝູນໃຊ້ທິດສະດີລັດທິ ມາກ-ເລນິນ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ກໍຄື ການປະກອບສ່ວນສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ, ພ້ອມທັງການຝຶກຝົນຫຼໍຫຼອມຕົນເອງ ຂອງສະມາຊິກພັກ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ມະຫາຊົນ ​ແລະ ສືບຕໍ່ໃນການປະຕິບັດໜ້າ​ທີ່ ​ໂດຍ​ມີ​ແບບ​ແຜນ​ວິທີ​ເຮັດ​ວຽກລະອຽດ ​ຕາມ​ຫລັກ​ການ​ລວມສູນ​ປະຊາທິ​ໄປ​​ໄຕ ນຳພາເປັນໝູ່ຄະນະ, ບຸຄົນຮັບຜິດຊອບ,ຕັ້ງໜ້າຕັດສິນໃຈສູ້ຊົນແກ້ໄຂ,ປັບປຸງຈຸດອ່ອນ, ຂໍ້ຄົງຄ້າງ ດ້ານການນໍາພາຂອງຄະນະໜ່ວຍພັກ ແລະ ຂອງບັນດາສະຫາຍສະມາຊິກພັກທຸກສະຫາຍ ຕາມທີ່ໄດ້ລະບຸໃນບົດລາຍງານການເມືອງ ຂອງໜ່ວຍພັກ ພ້ອມນີ້, ສະຫາຍ​ກໍ່​ໄດ້​ໃຫ້​ທິດ​ຊີ້​ນຳ​ ໃຫ້ແກ່ຄະນະໜ່ວຍພັກຊຸດໃໝ່ນຳໄປຄົ້ນຄວ້າເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ຂອງໜ່ວຍພັກກົມການເງິນ ໃຫ້ມີປະສິດທິຜົນດີຂຶ້ນໃນ​ຊຸມ​ປີ​ຕໍ່ໜ້າ ​ ​​ຊຶ່ງໃຫ້ເອົາໃຈໃສ່ສືບຕໍ່ໃນ 3 ວຽກງານຕົ້ນຕໍ ຄື: ວຽກງານການສຶກສາອົບຮົມການເມືອງ-ແນວຄິດ, ແບບແຜນວິທີເຮັດວຽກ ແລະ ວຽກງານວິຊາສະເພາະ ເພື່ອຈັດຕັ້ງປະຕິບັດວຽກງານທີ່ພັກ-ລັດມອບໝາຍໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ດີຂຶ້ນເລື້ອຍໆ;

ຈາກນັ້ນ, ສະຫາຍ​ເລຂາ​ໜ່ວຍ​ພັກຊຸດ​ໃໝ່ ​ກໍ່ໄດ້​ຕາງໜ້າ​ ຂຶ້ນກ່າວ​ຮັບ​ຄໍາ​ໂອວາດ​ຕັກ​ເຕືອນ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງ​ຕໍ່ການ​ໂອ້​ລົມຕັກ​ເຕືອນ ​ແລະ ​ໃຫ້​ທິດ​ຊີ້​ນໍາ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ກ່​​ໜ່ວຍພັກກົມການເງິນ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນ​ຊຸມ​ປີ​ຕໍ່ໜ້າ.

ກອງປະຊຸມໄດ້​ດຳ​ເນີນດ້ວຍ​ບັນ​ຍາ​ກາດ​ທີ່​ຟົ​ດ​ຟື້ນ​ໄດ້​ຮັບຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ ແລະ ປິດ​ລົງ​ໃນ​ພາກ​ເຊົ້າຂອງວັນດຽວກັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480220
ມື້ນີ້50
ມື້ວານ157
ອາທິດນີ້618
ເດືອນນີ້6451