ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ແລະ ຂອບການຮ່ວມມືເພື່ອນແມ່ນໍ້າຂອງຕອນລຸ່ມ

20200703ECO

20200703ECO 2

ໃນວັນທີ 1-2 ກໍລະກົດ 2020, ທ່ານ ສົມບູນ ສີຫານາດ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໃນນາມເຈົ້າໜ້າທີ່ອາວຸໂສ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືເພື່ອນແມ່ນໍ້າຂອງຕອນລຸ່ມ (The Lower Mekong Initiative Senior Official’s Meeting and The Friends of the Lower Mekong). ໂດຍການເປັນປະທານຮ່ວມຂອງ ສສ. ຫວຽດນາມ ແລະ ສ.ອາເມລິກາ ແລະ ມີບັນດາປະເທດສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ.

 

ກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ (The Lower Mekong Initiative Senior Official’s Meeting) ໄດ້ຖືກຈັດຂຶ້ນ ໃນວັນທີ 1 ກໍລະກົດ 2020, ໂດຍມີຜູ້ເຂົ້າຮ່ວມຈາກ 6 ປະເທດສະມາຊິກ ຄື: ກຳປູເຈຍ, ລາວ, ມຽນມາ, ໄທ, ສສ.ຫວຽດນາມ, ສ.ອາເມລິກາ ແລະ ກອງເລຂາອາຊຽນ ເຂົ້າຮ່ວມຕິດຕາມ. ກອງປະຊຸມໄດ້ປຶກສາຫາລືກັນ ເພື່ອການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ຄັ້ງທີ 13. ເຊິ່ງໄດ້ມີການສະຫຼຸບຕີລາຄາຄືນ ກ່ຽວກັບ ຜົນການຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າໂດຍມີການສະເໜີປ່ຽນຊື່ຂອບການຮ່ວມມືຈາກ ຂໍ້ລິເລີ່ມແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ຫລື The Lower Mekong Initiative” ໄປເປັນ ຄູ່ຮ່ວມມືແມ່ນໍ້າຂອງ-ສ.ອາເມລິກາ ຫລື Mekong-US Partnership” ລວມທັງການປັບປຸງກົນໄກການຮ່ວມມືໃຫ້ຂະຫຍາຍລົງສູ່ລວງເລິກໃນແຕ່ລະຂະແຫນງການ ໃຫ້ມີປະສິດທິພາບ ແລະ ສົ່ງຜົົນປະໂຫຍດອັນເປັນຮູບປະທຳໃຫ້ຫລາຍກວ່າເກົ່າ.

ສຳລັບກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືເພື່ອນແມ່ນໍ້າຂອງຕອນລຸ່ມ (The Friends of the Lower Mekong Senior Official’s Meeting)ໄດ້ຖືກຈັດຂຶ້ນ ໃນວັນທີ 2 ກໍລະກົດ 2020 ໂດຍມີຄະນະຜູ້ແທນ 14 ຄະນະເຂົ້າຮ່ວມຄື: ກຳປູເຈຍ, ລາວ, ມຽນມາ, ໄທ, ສສ.ຫວຽດນາມ, ສ.ອາເມລິກາ, ອົດສະຕຣາລີ, ຍີ່ປຸ່ນ ນິວຊີແລນ, ສ.ເກົາຫລີ, ສະຫະພາບເອີຣົບ, ທະນາຄານພັດທະນາອາຊີ, ທະນາຄານໂລກ ແລະ ກອງເລຂາອາຊຽນ. ເຂົ້າຮ່ວມຕິດຕາມ. ກອງປະຊຸມໄດ້ປຶກສາຫາລືກັນ ເພື່ອສະຫຼຸບຕີລາຄາຄືນ ຜົນຮ່ວມມື ໃນໄລຍະຜ່ານມາເຫັນວ່າໄດ້ມີການຮ່ວມມືຫຼາຍດ້ານທີ່ມີການຂະຫຍາຍຕົວ ແລະ ໄດ້ມີການສະເໜີຍົກລະດັບກົນໄກການຮ່ວມມືຈາກລະດັບກອງປະຊຸມເຈົ້າໜ້າທີ່ອາວຸໂສ ໄປເປັນກອງປະຊຸມ ລັດຖະມົນຕີເພື່ອເປັນການກະຕຸກຊຸກຍູ້ບັນດາເພື່ອນແມ່ນໍ້າຂອງໃຫ້ ເພີ່ມທະວີການຊ່ວຍເຫລືອໃນການພັດທະນາຂົງເຂດແມ່ນໍ້າຂອງໃຫ້ຫລາຍຂຶ້ນກວ່າເກົ່າ.

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485775
ມື້ນີ້74
ມື້ວານ206
ອາທິດນີ້811
ເດືອນນີ້5080