ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ສະຖານທູດລາວ ປະຈຳ ປະເທດຝຣັ່ງ

 

20200626LaoEmbToFrance

 

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງປາຣີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2020, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 11 ສະຫາຍ, ຍິງ 02 ສະຫາຍ ພາຍໃຕ້ການເປັນປະທານຂອງ ສະຫາຍ ຢົງ ຈັນທະລັງສີ ປະກອບດ້ວຍຄະນະປະທານສອງສະຫາຍຄື: ສະຫາຍ ສາຍສະໝອນ ປຣະສອນໄຊ ແລະ ສະຫາຍ ມໍລະກົດ ວົງໄຊ.

ບັນດາສະຫາຍສະມາຊິກພັກທີ່ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ໄດ້ສຸມສະຕິປັນຍາ ຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄໍາເຫັນ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້. ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດ ແຫ່ງ ສປປ ລາວ ທີ່ປາຣີ ໄດ້ຮັບຮອງເອົາ ບົດລາຍງານການເມືອງ ລວມທັງທິດແຜນການໃນຕໍ່ໜ້າຂອງໜ່ວຍພັກສະຖານທູດ ແລະ ບົດສໍາຫລວດການນໍາພາ ຂອງ ຄະນະພັກຊຸດເກົ່າ, ກອງປະຊຸມໄດ້ຕີລາຄາ ດ້ານດີ, ດ້ານອ່ອນ, ຄ້າງຄາ ແລະ ສາຍເຫດ, ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ໃນ 5 ປີ ທີ່ຜ່ານມາ, ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງ ແລະ ແຜນການ 5 ປີ ນັບແຕ່ 2020 ຮອດປີ 2025, ເຊິ່ງມີເນື້ອໃນຕົ້ນຕໍດັ່ງນີ້: 1). ສ້າງໃຫ້ໜ່ວຍພັກມີຄວາມເຂັ້ມແຂງ, ມີຄວາມປອດໃສຂາວສະອາດ ແລະ ມີການປັບປຸງໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບການຕົວຈິງ ຂອງການເຄື່ອນໄຫວປະຕິບັດວຽກງານໃນແຕ່ລະໄລຍະ. ມີຄວາມເປັນເອກະພາບໃນໜ່ວຍພັກໃຫ້ມີການນຳພາທີ່ດີ ແລະ ກ້າວໄປເຖິງການສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ໃນປີ 2023; 2). ສ້າງໃຫ້ໜ່ວຍພັກກາຍເປັນໜ່ວຍພັກ ທີ່ນຳພາໃນຂົງເຂດວຽກງານວິຊາສະເພາະ ໂດຍສະເພາະວຽກງານການເຄື່ອນໄຫວວຽກງານການທູດ ແລະ ການຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນນັບມື້ນັບສູງຂື້ນເລື້ອຍໆ; 3). ລົງເລິກວຽກງານຂົນຂວາຍຄົນເຊື້ອຊາດລາວໃຫ້ໄດ້ຢ່າງທົ່ວຖິງ ທົ່ວປະເທດຝຣັ່ງ; ແລະ 4). ຕັ້ງໜ້າປະຕິບັດໜ້າທີ່ວຽກງານໃນແຕ່ລະດ້ານ ໃຫ້ສຳເລັດຕາມແຜນການທີ່ວາງໄວ້, ແລະ ກຽມພ້ອມ ປະຕິບັດຄໍາສັ່ງແນະຕາມການຊີ້ນຳຂອງຂັ້ນທຸກເວລາ.

ກອງປະຊຸມໄດ້ຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາພະແນກຂອງສະຖານທູດ ທັງໝົດແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມເອກະພາບ ຕໍ່ບົດລາຍງານການເມືອງ ແລະ ທິດທາງແຜນການ ທີ່ໄດ້ສະເໜີຕໍ່ກອງປະຊຸມຄັ້ງນີ້, ພ້ອມທັງຈະນໍາເອົາທິດທາງແຜນການດັ່ງກ່າວໄປຜັນຂະຫຍາຍໃນພະແນກຂອງຕົນ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ. ການປະກອບຄໍາຄິດຄໍາເຫັນລ້ວນແລ້ວແຕ່ເປັນການປະກອບໃຫ້ບົດລາຍງານການເມືອງ ແລະ ທິດທາງແຜນການ ມີເນື້ອໃນເລິກເຊິ່ງຂຶ້ນຕື່ມອີກ.

ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ບ່ອນບັດເລືອກເອົາ ຄະນະພັກຊຸດໃໝ່. ກອງປະຊຸມຄັ້ງປະຖົມມະເລິກ ຂອງຄະນະໜ່ວຍພັກຊຸດໃໝ່ໄດ້ເຫັນດີເປັນເອກະສັນເລືອກເອົາ ສະຫາຍ ຢົງ ຈັນທະລັງສີ, ເປັນເລຂາໜ່ວຍພັກ, ສະຫາຍ ສາຍສະໝອນ ປຣະສອນໄຊ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ເຄນ ຄັດທະວົງສາ ເປັນຮອງເລຂາໜ່ວຍພັກ.

ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຢົງ ຈັນທະລັງສີ, ທັງເປັນປະທານ ແລະ ເລຂາໜ່ວຍພັກຜູ້ໃໝ່, ເຊິ່ງສະຫາຍໄດ້ເນັ້ນໜັກວ່າ ໃນທີ່ຜ່ານມາໜ່ວຍພັກ ຂອງ ພວກເຮົາໄດ້ເຄື່ອນໄຫວວຽກງານນຳພາດີ ເຮັດໃຫ້ໜ່ວຍພັກກໍ່ຄືສຳນັກງານສະຖານທູດ ບັນລຸຜົນສຳເລັດທີ່ພົ້ນເດັ່ນ ຄື: 1). ພະນັກງານພວກເຮົາ ເຊື່ອໝັ້ນຕໍ່ການນໍາພາຂອງ-ພັກລັດຢ່າງຕາຍໃຈ, ມີຄວາມສາມັກຄີ ຮັກແພງເຊິ່ງ ກັນແລະກັນດີ; 2). ປະຕິບັດວຽກງານສາຍພັກ ແລະ ສາຍລັດ (ວິຊາສະເພາະ) ດີ; 3). ຂົນຂວາຍຄົນເຊື້ອຊາດລາວໄດ້ດີເປັນພິເສດ; ແລະ 4). ປະຕິບັດລະບຽບ ຂອງສະຖານທູດ ແລະ ກົດໝາຍປະເທດເຈົ້າພາບດີ.

ສະຫາຍເລຂາ ໄດ້ເນັ້ນໜັກບໍ່ໃຫ້ພະນັກງານຂອງພວກເຮົາປະໝາດ ຈົ່ງພ້ອມກັນໃຫ້ມິສະຕິລະວັງຕົວຕໍ່ລະບຽບວິໃນ ແລະ ການຈັດຕັ້ງ ຢູ່ສະເໜີ ແລະ ໃຫ້ສືບຕໍ່ຮັກສາມູນເຊື້ອທີ່ມີຜົນງານດີເດັ່ນຄືໃນໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງບັນດາສະມາຊິກພັກ ແລະ ພະນັກງານ ຂອງ ສະຖານທູດທັງໝົດ ຈົ່ງໄດ້ເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນ ເພື່ອປະກອບສ່ວນເຮັດໃຫ້ວຽກງານສາຍພັກກໍ່ຄືສາຍລັດ ຂອງສະຖານທູດ ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ, ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢູ່ສະເໜີ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480315
ມື້ນີ້145
ມື້ວານ157
ອາທິດນີ້713
ເດືອນນີ້6546