ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກ ກົມອາຊີ-ປາຊີຟິກ ແລະ ອາຟຣິກາ

 

20200622 APA-Party-Meeting1

20200622 APA-Party-Meeting3

20200622 APA-Party-Meeting2

 

ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ Iຂອງໜ່ວຍ​ພັກ​ ກົມອາຊີ-ປາຊີຟິກ ແລະ ອາຟຣິກາ ໄດ້ຈັດ​ຂຶ້ນ ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2020 ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ​ສະ​ເຫລີມ​ໄຊ ກົມ​ມະ​ສິດ, ກໍາມະການສູນກາງພັກ, ເລ​ຂາຄະນະບໍລິຫານງານພັກ, ລັດຖະມົນຕີກະ​ຊວງ​ການ​ຕ່າງ​ປະ​ເທດ, ມີສະຫາຍຮັກສາການເລຂາໜ່ວຍພັກ ກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ບັນດາສະຫາຍເລຂາ, ຮອງເລຂາ ຈາກບັນດາໜ່ວຍພັກກົມອ້ອມຂ້າງພາຍໃນກະຊວງການຕ່າງປະເທດ ແລະ ຄະນະຜູ້ແທນກອງປະຊຸມເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມອາຊີ-ປາຊີຟິກ ແລະ ອາຟຣິກາ ໄດ້ໄຂຂຶ້ນພາຍໃຕ້ບັນຍາກາດທີ່ພະນັກງານ, ສະມາຊິກພັກອ້ອມຂ້າງອົງຄະນະພັກກະຊວງການຕ່າງປະເທດ ພວມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫ່ຍຂອງອົງຄະນະພັກຕົນຢ່າງຟົດຟື້ນ ແລະ ວັນສະຖາປະນາສປປລາວຄົບຮອບ 45 ປີ. ກອງປະຊຸມໃຫຍ່ຄັ້ງນີ້ ຖືວ່າເປັນກອງປະຊຸມທີ່ມີຄວາມໝາຍ ສຳລັບຊີວິດການເມືອງຂອງຄະນະໜ່ວຍພັກ ແລະ ສະມາຊິກພັກທຸກສະຫາຍ, ເປັນຂີດໝາຍແຫ່ງການສືບຕໍ່ປັບປຸງ ແລະ ເພີ່ມທະວີການກໍ່ສ້າງໜ່ວຍພັກໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງຍິ່ງໆຂຶ້ນ ເພື່ອກາຍເປັນໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນໃນອານາຄົດ. ກອງປະຊຸມໄດ້ມີປະກອບຄໍາເຫັນ ແລະ ເອກະພາບກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນຳພາຂອງຄະນະພັກ ໃນໄລຍະ 5 ປີຜ່ານມາ ແລະ ກໍານົດທິດທາງໜ້າທີ່ຕໍ່ໜ້າ. ນອກນີ້, ຍັງໄດ້ມີການປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່ ຈຳນວນ 3 ສະຫາຍ, ຊຶ່ງໄດ້ເລືອກເອົາ ສະຫາຍ ບຸນທະນົງສັກ ຈັນທະລາດ ເປັນເລຂາໜ່ວຍພັກ, ສະຫາຍ ສຸລິສັກ ສຸລິທອນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ພັນທະວົງ ບຸດທະສະວົງ ເປັນກໍາມະການ ທັງເປັນປະທານກວດກາ ໜ່ວຍພັກກົມອາຊີ-ປາຊີຟິກ ແລະ ອາຟຣິກາ.

ໃນ​ໂອກາດ​ນີ້, ສະຫາຍ ສະ​ເຫລີມ​ໄຊ ກົມ​ມະ​ສິດ ກໍ​ໄດ້​ໃຫ້ກຽດໂອ​ລົມ​ຕໍ່​ກອງ​ປະຊຸມ ​ໂດຍໄດ້​ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກ ກົມອາຊີ-ປາຊີຟິກ ແລະ ອາຟຣິກາ ທີ່ຍາດມາໄດ້ຕະຫລອດໄລຍະທີ່ຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳ ແກ່ຄະນະໜ່ວຍພັກຊຸດໃໝ່ໃຫ້​ສືບ​ຕໍ່​ ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຕົນ, ໃຫ້ຖືເອົາວຽກການເມືອງແນວຄິດ, ແບບແຜນວິທີການເຮັດວຽກ, ການກໍ່ສ້າງພັກ-ພະນັກງານ ແລະ ວຽກວິຊາສະເພາະເປັນບຸລິມະສິດຕົ້ນຕໍ, ໂດຍເພີ່ມທະວີການນຳພາ​ດ້ານການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານ, ເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍພັກ, ຍົກສູງຫລັກການເຮັດວຽກແບບລວມສູນປະຊາທິປະໄຕ ຕັດສິນເປັນໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ, ກໍ່ສ້າງຂະຫຍາຍສະມາຊິກພັກໃຫ້ໄດ້ຄຸນນະພາບ, ການກໍ່ສ້າງບໍາລຸງ ພະນັກງານ ດ້ານການຄົ້ນຄວ້າ, ຂີດຂຽນ, ພາສາຕ່າງປະເທດ ຄຽງຄູ່ກັບຄວາມຮູ້ດ້ານວິຊາສະເພາະ ໃນດ້ານຕ່າງໆ ​ແລະ ​ເຊີດ​ຊູຄວາມເປັນເຈົ້າການ ແລະ ​ຄວາມຮັບຜິດຊອບຕໍ່​ໜ້າ ທີ່ການເມືອງຂອງຕົນ ເພື່ອຍາດໄດ້ຜົນສຳເລັດ ອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ກໍ່ສ້າງໜ່ວຍພັກກົມອາຊີ-ປາຊີຟິກ ແລະ ອາຟຣິກາ ໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ. ກອງປະຊຸມໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມຕາມຈຸດປະສົງລະດັບຄາດໝາຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480383
ມື້ນີ້41
ມື້ວານ172
ອາທິດນີ້781
ເດືອນນີ້6614