ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມເສດຖະກິດ

 2020623-e-party1

2020623-e-party2

ໃນຕອນເຊົ້າຂອງວັນທີ 02 ມິຖຸນາ 2020, ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ IV ຂອງໜ່ວຍ​ພັກ​ກົມເສດຖະກິດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ກິ່ງໂພແກ້ວ ພົມມະຫາໄຊ, ຮັກສາການເລຂາໜ່ວຍພັກ, ຮັກສາການຫົວໜ້າກົມເສດຖະກິດ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີບັນດາສະຫາຍເລຂາ, ຮັກສາການເລຂາ ແລະ ຜູ້ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ ແລະ ສະມາຊິກຜູ້ແທນສົມບູນ ແລະ ສຳຮອງຂອງໜ່ວຍພັກກົມ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ເຫັນດີຮັບຮອງເອົາ ບົດລາຍງານການເມືອງ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າຂອງໜ່ວຍພັກກົມເສດຖະກິດ, ຊຶ່ງໄດ້ຕີລາຄາຮອບດ້ານຕໍ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບັນດາສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະ ການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ວຽກງານວິຊາສະເພາະ, ວຽກກໍ່ສ້າງພັກ-ພະນັກງານ, ວຽກນະໂຍບາຍ ແລະ ການນໍາພາອົງການຈັດຕັ້ງມະຫາຊົນ ພ້ອມທັງໄດ້ກໍານົດບັນດາຄາດໝາຍສູ້ຊົນ ໃນແຕ່ລະດ້ານ ໃນອີກ 05 ປີຕໍ່ໜ້າເພື່ອເປັນທິດທາງໃຫ້ໜ່ວຍພັກກົມ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ໄດ້ຮັບໝາກຜົນສູງເດັ່ນຂຶ້ນກວ່າເກົ່າ ແລະ ເພື່ອພ້ອມກັນ ສືບຕໍ່ຮັກສາມູນເຊື້ອນາມມະຍົດການເປັນ ໜ່ວຍພັກແຂງ-ຮູ້ນໍາພາຮອບດ້ານ ກໍຄື ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນປະຈຸບັນ.ພ້ອມນີ້, ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າ, ຊຶ່ງໄດ້ຕີລາຄາດ້ານດີ-ດ້ານອ່ອນ ທາງດ້ານຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຄະນະໜ່ວຍພັກ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ຄວາມຮັບຜິດຊອບຕໍ່ການແກ້ໄຂຜົນຂອງການດໍາເນີນຊີວິດການເມືອງປັບປຸງປົວແປງພັກ ປະຈໍາປີ 2017 ແລະ ແບບແຜນການນໍາພາ ແລະ ແບບແຜນວິທີເຮັດວຽກ ລວມທັງ ໄດ້ກໍານົດມາດຕະການ ແລະ ວິທີແກ້ໄຂ ຈຸດອ່ອນ, ຂໍ້ຄົງຄ້າງ ໃຫ້ດີຂຶ້ນໃນຕໍ່ໜ້າ. ສໍາຄັນ, ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະສັນກັນຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກກົມເສດຖະກິດ, ຊຶ່ງເປັນເອກະສານທິດທາງພື້ນຖານ ໃຫ້ແກ່ໜ່ວຍພັກໃນການຫັນເປັນແຜນງານ ແລະ ໂຄງການລະອຽດ ເພື່ອຊີ້ນໍາ-ນໍາພາການເຄື່ອນໄຫວວຽກພັກແລະ ພະນັກງານ ໃນຕໍ່ໄປ. ໃນນີ້, ກອງປະຊຸມ ໄດ້ຮັບຮອງເອົາຜົນການເລືອກຕັ້ງຄະນະໜ່ວຍພັກກົມເສດຖະກິດຊຸດໃໝ່, ຊຶ່ງປະກອບມີ:

  1. ສະ​ຫາຍ ກິ່ງໂພແກ້ວ ພົມມະຫາໄຊ, ເປັນເລ​ຂາໜ່ວຍ​ພັກ​;
  2. ສະ​ຫາຍ ສົມບູນ ສີຫານາດ, ​ເປັນຮອງ​ເລ​ຂາໜ່ວຍ​ພັກ​;
  3. ​ສະ​ຫາຍ ນ. ດາລີລັກ ແກ້ວບັນດິດ, ​ເປັນກຳ​ມະ​ການໜ່ວຍ​ພັກ, ປະ​ທານກວດ​ກາ.

ພ້ອມດຽວກັນນັ້ນ, ກອງປະຊຸມ ໄດ້ເປັນກຽດຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊິ່ງໄດ້​ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກກົມເສດຖະກິດໃນໄລຍະຜ່ານມາ ແລະ ຍັງໄດ້ໃຫ້ທິດຊີ້ນໍາ ກ່ຽວກັບ ການເພີ່ມທະວີວຽກງານພັກໃຫ້ຫຼາຍຂຶ້ນ ແລະ ໃຫ້ເລິກເຊິ່ງກວ່າເກົ່າ, ຄະນະໜ່ວຍພັກຊຸດໃໝ່ ຕ້ອງສືບຕໍ່ຍົກສູງຫຼັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ວຽກງານກໍ່ສ້າງພັກ ແລະ ພະນັກງານ ໃຫ້ມີຄຸນນະພາບ ເປັນຫຼັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ຍົກສູງປະສິດທິພາບ ແລະ ປະສິດທິຜົນໃນການປະຕິບັດໜ້າທີ່ດ້ານວິຊາສະເພາະ ໃຫ້ດີຍິ່ງຂຶ້ນ ໂດຍສະເພາະ ການຄົ້ນຄວ້າ     ຂີດຂຽນ ແລະ ພາສາຕ່າງປະເທດ ເພື່ອສາມາດເປັນເສນາທິການ ທີ່ເຂັ້ມແຂງ ໃຫ້ແກ່ຄະນະພັກ ກໍຄື ຄະນະນໍາກະຊວງການຕ່າງປະເທດ

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480317
ມື້ນີ້147
ມື້ວານ157
ອາທິດນີ້715
ເດືອນນີ້6548