ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງທາງໄກຕໍ່ ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະ ອາຣັບເອເມເຣັດ (UAE), ເຈົ້າຄອງນະຄອນ Emirate of Dubai

20200527YeunsarnUAE1

 

20200527YeunsarnUAE2

 

ໃນຕອນບ່າຍ ວັນທີ 27 ພຶດສະພາ 2020, ເວລາ 12:30 ໂມງ ເວລາທ້ອງຖິ່ນ, ທ່ານ ສີສອນໄຊ ເຫງົ້າວົງສີ, ໄດ້ຍື່ນສານຕາຕັ້ງທາງວິດີໂອອອນໄລ (Video call online) ຕໍ່ ພະນະທ່ານ Sheikh Mohamed bin Rashid AIMaktoum, ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະ ອາຣັບເອມິເຣັດ (UAE), ເຈົ້້າຄອງນະຄອນດູໄບ, ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ UAE, ເຊິ່ງມີສຳນັກງານຕັ້ງຢູ່ ກູເວດ (Non-Resident Ambassador).

 

ທ່ານຮອງປະທານາທິບໍດີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ UAE ແລະ ເຊື່ອໝັ້ນຕໍ່ ການປະຕິບັດໜ້າທີ່ການທູດ ເພື່ອສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ-UAE ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ສົ່ງຄວາມຢ້ຽມຢາມໄປຍັງ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ອີກດ້ວຍ.

 

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພະນະທ່ານ ຮອງປະທານາທິບໍດີ ທີ່ໄດ້ຕ້ອນຮັບ ແລະ ຮັບເອົາການແຕ່ງຕັ້ງ ທ່ານເອກອັກຄະລັດຖະທູດ. ຈາກນັ້ນ ທ່ານທູດ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວຢ່າງອົບອຸ່ນຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ, ເຖິງ ພະນະທ່ານ ປະທານາທິບໍດີ UAE ແລະ ພະນະທ່ານ Sheikh Mohamed bin Rashid AIMaktoum, ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ, ເຈົ້າຄອງນະຄອນດູໄບ ແລະ ສົ່ງຄໍາອວຍພອນອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ UAE ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

 

ການຍື່ນສານຄັ້ງນີ້ ໃຊ້ເວລາ 30 ວິນາທີ ຕາມກຳນົດໄວ້ ເຊີ່ງມີບັນດາທ່ານເອກອັກຄະລັດຖະທູດ Non-Resident Ambassador ເຂົ້າຮ່ວມຍື່ນສານພ້ອມກັນຕາມລໍາດັບ ເຊິ່ງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນເປັນເປັນຜູ້ທຳອິດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480409
ມື້ນີ້67
ມື້ວານ172
ອາທິດນີ້807
ເດືອນນີ້6640