ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ

20200528PLTa

 

20200528PLTc

 

 

ໃນຕອນເຊົ້າຂອງ​ວັນ​ທີ 28 ພຶດສະພາ 2020 ຜ່ານມາ, ​ທີ່ ​ຫ້ອງ​ປະ​ຊຸມພັກ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ II ຂອງໜ່ວຍ​ພັກ​ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກໍາມະການສູນກາງພັກ, ເລ​ຂາຄະນະບໍລິຫານງານພັກກະ​ຊວງ​ການ​ຕ່າງ​ປະ​ເທດ, ມີສະຫາຍເລຂາໜ່ວຍພັກ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ບັນດາສະຫາຍເລຂາ, ຮອງເລຂາ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ, ສາມອົງການຈັດຕັ້ງມະຫາຊົນຂອງ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ແຂກຖືກເຊີນ ທີ່ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 31 ສະຫາຍ.

 

ໃນກອງປະຊຸມ, ສະ​ຫາຍ ໄພລາມ ອຸດົມຄຳ, ເລ​ຂາ​ໜ່ວຍ​ພັກ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ຜ່ານບົດລາຍງານການເມືອງ ແລະ ບົດສະຫຼຸບສຳຫຼວດການຊີ້ນຳ-ນຳພາລວມຂອງຄະນະໜ່ວຍພັກຊຸດເກົ່າໃນໄລຍະ 5 ປີຜ່ານມາ, ເຊິ່ງໄດ້ສັງເກດຕີລາຄາຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນການຊີ້ນຳ ນຳພາຂອງຄະນະໜ່ວຍພັກ. ພ້ອມດຽວກັນນີ້, ກໍໄດ້ກຳນົດທິດທາງແຜນການ ແລະ ໜ້າທີ່ຈຸດສຸມ ສຳລັບປີ 2020-2025 ໂດຍອີງຕາມເນື້ອໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ວິໄສທັດ ຮອດປີ 2030, ພ້ອມທັງກໍານົດວິທີການຈັດຕັ້ງປະຕິບັດ ທິດທາງແຜນການທີ່ໄດ້ກໍານົດໄວ້ ໃຫ້ປະກົດຜົນເປັນຈິງ.

 

ໜ່ວຍພັກ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ມີສະມາຊິກພັກທັງໝົດ 25 ສະຫາຍ, ຍິງ 7 ສະຫາຍ, ສຳຮອງ 3 ສະຫາຍ, ອາວຸໂສບຳນານ 4 ສະຫາຍ, ເຜົ່າລາວ 22 ສະຫາຍ, ເຜົ່າມົ້ງ 2 ສະຫາຍ ແລະ ເຜົ່າກຶມມຸ 1 ສະຫາຍ. ໃນໄລ​ຍະ 5 ປີ ຜ່ານ​ມາ, ໜ່ວຍ​ພັກ​ ໄດ້ເສີມຂະຫຍາຍບົດບາດການຊີ້ນຳ-ນຳພາຂອງຕົນ, ສາມາດຍາດໄດ້ຜົນງານທີ່​ພົ້ນ​ເດັ່ນຫຼາຍ​ດ້ານ, ເປັນຕົ້ນແມ່ນການກໍ່ສ້າງ ແລະ ຂະຫຍາຍພັກໄດ້ດຳເນີນຢ່າງຕໍ່ເນື່ອງ ໂດຍຖືເອົາຄຸນະພາບເປັນກົກ ແລະ ຕິດພັນກັບຂະບວນການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ, ເຊິ່ງສາມາດກໍ່ສ້າງມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າໃນຖັນແຖວຂອງພັກໄດ້ທັງໝົດ 11 ສະຫາຍ, ໄດ້ເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການປະຕິບັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີ, ເປັນຕົ້ນດ້ານການສະຫຼຸບລາຍງານສະພາບການສາກົນ ແລະ ສະພາບຄົນເຊື້ອຊາດລາວຢູ່ຕ່າງປະເທດ, ການຄົ້ນຄວ້າສ້າງນະໂຍບາຍ ແລະ ນິຕິກຳຕ່າງໆສະເພາະ ຕໍ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ການພົວພັນປະສານງານ ລະຫວ່າງກະຊວງ ກັບຄະນະຜູ້ແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ການເກັບກຳຂໍ້ມູນສະຖິຕິຄົນເຊື້ອຊາດລາວຢູ່ຕ່າງປະເທດ, ການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ທີ່ມີສະເພາະຕໍ່ຄົນເຊື້ອຊາດຢູ່ຕ່າງປະເທດຜ່ານສື່ຕ່າງໆ. ຈາກຜົນງານທັງໝົດເຫຼົ່ານີ້, ເຮັດໃຫ້ໜ່ວຍພັກ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ຮັບການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ ຈາກລັດຖະບານປະເທດເພື່ອນມິດ 1 ຄັ້ງ ແລະ ຍັງໄດ້​ຮັບ​ນາມ​ມະ​ຍົດ​ເປັນໜ່ວຍ​ພັກແຂງ ຮູ້ນຳພາຮອບດ້ານ 1 ຄັ້ງ ແລະ ກະກຽມຮັບການຕົກລົງເຫັນດີຈາກຄະນະພັກຂັ້ນເທິງ ໃຫ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນຄັ້ງທີ 2 ຕິດຕໍ່ກັນ.

 

ສໍາ​ລັບ​ທິດ​ທາງ​ແຜນ​ການຈຸດສູມຂອງໜ່ວຍພັກ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ໃນໄລຍະ ​ປີ 2020-2025 ແມ່ນ​ຈະ​ໄດ້​ສຸມ​ໃສ່ວຽກງານກໍ່ສ້າງພັກ-ພະນັກງານ, ຂະຫຍາຍພັກຢ່າງມີຈຸດສຸມ ແລະ ມີຄຸນນະພາບ, ເອົາ​ໃຈ​ໃສ່​ສຶກ​ສາ​ອົບ​ຮົມ​ທາງ​ດ້ານ​ການ​ເມືອງ​ແນວ​ຄິດ​ ໃຫ້​ສະ​ມາ​ຊິ​ກ​ພັກ-ພະນັກງານ​, ຍົກສູງຄຸນນະພາບໃນການເປັນເສນາທິການ ໃຫ້ຄະນະພັກ, ຄະນະນໍາກະຊວງ​, ເພີ່ມທະວີຄວາມເອົາໃຈໃສ່ຍົກບົດບາດຂອງ 3 ອົງການຈັດຕັ້ງມະຫາຊົນ ເພື່ອກໍ່ສ້າງ ແລະ ນຳພາມະຫາຊົນ ໃຫ້ກາຍເປັນສະມາຊິກທີ່ກ້າວໜ້າ ແລະ ຮັບປະກັນໃຫ້ມີຄຸນນະພາບ ແນ່ໃສ່ສ້າງໃຫ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໝັ້ນຄົງຍາວນານຕະຫຼອດໄປ.

 

ຜູ້ແທນກອງ​ປະ​ຊຸມ​ ໄດ້​ໃຊ້ສິດປະຊາທິປະໄຕ ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ​ນະ​ໜ່ວຍພັກ​ຊຸດ​ໃໝ່ ຈຳ​ນວນ 3 ສະ​ຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະໜ່ວຍພັກຊຸດໃໝ່ ໄດ້​ເປັນ​ເອ​ກະ​ພາບເລືອກ​ເອົາ ສະ​ຫາຍ ໄພລາມ ອຸດົມຄຳ ເປັນ​ເລ​ຂາ​ໜ່ວຍ​ພັກ; ສະຫາຍ ສົມໄຊ ລໍຈືເລຍ ເປັນຮອງເລຂາ; ສະຫາຍ ສົມສັກ ວິໄລທອນ ເປັນກໍາມະການໜ່ວຍພັກ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ.

 

ກອງ​ປະ​ຊຸມ​ຄັ້ງນີ້ ຍັງ​​ໄດ້​ຮັບ​ຟັງການ​ໂອ້ລົມ​ຂອງ ສະຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກຳ​ມະ​ການສູນ​ກາງ​ພັກ, ເລ​ຂາຄະນະບໍລິຫານງານພັກ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ເຊິ່ງ​​ໄດ້​ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກ ​​ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນໄລຍະຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳ ໃຫ້ໜ່ວຍພັກ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຕົນ, ໃຫ້ຖືວຽກງານກໍ່ສ້າງພັກ-ພະນັກງານ ເປັນບຸລິມະສິດຕົ້ນຕໍ, ເພີ່ມທະວີການນຳພາ​ດ້ານການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍພັກ, ຍົກສູງຫຼັກການລວມສູນປະຊາທິປະໄຕ, ກໍ່ສ້າງຂະຫຍາຍສະມາຊິກພັກໃຫ້ໄດ້ຄຸນນະພາບ, ການກໍ່ສ້າງບໍາລຸງພະນັກງານດ້ານພາສາຕ່າງປະເທດ ຄຽງຄູ່ກັບຄວາມຮູ້ດ້ານວິຊາສະເພາະ, ສືບຕໍ່ຊີ້້ນຳ-ນຳພາຢ່າງໃກ້ຊິດຕໍ່ 3 ອົງການຈັດຕັ້ງມະຫາຊົນ, ເພີ່ມທະວີວຽກງານກວດກາໃຫ້ເຂັ້ມແຂງ ແລະ ຍົກສູງປະສິດທິພາບ ປະສິດທິຜົນ ໃນການປະຕິບັດໜ້າທີ່ວິຊາສະເພາະໃນດ້ານຕ່າງໆ, ພ້ອມກັນສູ້​ຊົນບຸກບືນ ​ແລະ ​ເຊີດ​ຊູຄວາມເປັນເຈົ້າການ ແລະ ​ຄວາມຮັບຜິດຊອບຕໍ່​ໜ້າທີ່ການເມືອງຂອງຕົນ ສາມາດຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ສືບຕໍ່ຮັກສາໄດ້ນາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນສະໄໝທີສາມຕາມແຜນການ.

 

ໃນຕອນທ້າຍກອງປະຊຸມ, ສະຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກຳ​ມະ​ການສູນ​ກາງ​ພັກ, ເລ​ຂາຄະນະບໍລິຫານງານພັກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ໃຫ້ກຽດຖ່າຍຮູບຮ່ວມກັບບັນດາແຂກຖືກເຊີນ ແລະ ບັນດາຜູ້ແທນກອງປະຊຸມ ເພື່ອເປັນທີ່ລະນຶກ.

 

ກອງປະຊຸມໄດ້ສໍາເລັດລົງ ໃນຕອນເຊົ້າຂອງວັນດຽວກັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480343
ມື້ນີ້1
ມື້ວານ172
ອາທິດນີ້741
ເດືອນນີ້6574