ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ມອບສານເຄມີຜະລິດນ້ຳຢາລ້າງມືຕ້ານພະຍາດໂຄວິດ ໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ

2020LaoEmb2VietA

 

2020LaoEmb2VietB

 

ໃນວັນທີ 22 ພຶດສະພາ 2020, ຢູ່ທີ່ ສະຖານ​ເອກ​ອັກຄະ​ລັດຖະທູດ ສປປ ລາວ ປະຈຳ ສສ. ຫວຽດນາມ, ໄດ້ມີພິທີມອບ​-ຮັບເຄື່ອງ​ຊ່ວຍ​ເຫຼືອຈາກ ສະພາ​ບັນດິດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ. ຊື່​ງກ່າວມອບໂດຍແມ່ນ ທ່ານ ຮອງ​ສາດສະດາຈານ ປະລິນຍາ​ເອກ ​ເຈີ​່ນຕ່ວນ​ແອ​ງ, ຮອງ​ຫົວໜ້າ​ສະ​ພາ​ບັນດິດວິທະຍາສາດ ​​ແລະ ​ເຕັກ​ໂນ​ໂລ​ຊີ​ ສສ. ຫວຽດນາມ ແລະ ກ່າວຮັບ ໂດຍແມ່ນ ທ່ານ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ, ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ, ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນພິຍານ.

 

ເຄື່ອງ​ຊ່ວຍ​ເຫຼືອ​ໃນ​ຄັ້ງ​ນີ້ ​​ມີ​ສານ​ເຄມີພ້ອມ​ດ້ວຍ​ອຸປະກອນ​ການ​ຜະລິດ​ນ້ຳ​ຢາ​ລ້າງ​ມື​ແຫ້ງ ປະກອບ​ມີ: ຜະ​ລິດ​ຕະພັນ​​ເຫຼົ້າ 90: 5000 ລີດ ພ້ອມ​ດ້ວຍ​ທາດ​ປະສົມ​ອື່ນໆ​ອີກ 4 ຊະ​ນິດ ​ແລະ ກະຕຸກ​ຢາງຂະໜາດ 500 ml (ມີ​ລີ​ລີດ) 1200 ອັນ, ​ເພື່ອ​ສົ່ງ​ຕໍ່​ໄປ​ຍັງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂອງ​ລາວ ​​ເພື່ອ​ການຜະລິດ​ນ້ຳ​ຢາ​ລ້າງ​ມື​ແຫ້ງຕ້ານ​ພະຍາດ​ໂຄ​ວິດ-19 ຢູ່ ສປປ ລາວ.

 

ເຖີງວ່າ ສສ. ຫວຽດນາມ ຍັງປະສົບກັບຄວາມຍຸ້ງຍາກຫຼາຍປະການ ໂດຍສະເພາະການ​ຟື້ນ​ຟູ​ເສດຖະກິດ​ທີ່​ຖຶກກະທົບ​ຈາກ​ການລະບາດພະຍາດໂຄວິດ-19 ທີ່ຫາ​ກໍ່​ຄວບ​ຄຸມ​ໄດ້​ບໍ່​ດົນ​ມາ​ນີ້, ແຕ່ບົນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍ່ຄືນ້ຳໃຈສາກົນກຳມະຊີບອັນສູງສົງຂອງຕົນ ລັດຖະບານ ແລະ ປະຊາຊົນຫວຽດນາມ ​ໂດຍ​ສະ​ເພາະ ສະພາ​ບັນດິດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ຍັງໄດ້ບິແບ່ງວັດຖຸປັດໃຈມາຊ່ວຍລັດຖະບານ ກໍ່ຄືປະຊາຊົນລາວ ​ໂດຍ​ສະ​ເພາະ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີໃນການຕ້ານພະຍາດໂຄວິດ-19.

 

ໃນ​ໂອກາດ​ກ່າວ​ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ​ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ​​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ, ໄດ້ສະ​ແດງ​ຄວາມ​ຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈຢ່າງຈິງໃຈມາຍັງ ສະພາ​ບັນດິດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ໃຫ້ແກ່ ສປປ ລາວ ແລະ ຍັງໄດ້ຢືນຢັນວ່າອຸປະກອນ ທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ຈະສົ່ງ​ຕໍ່​ໄປ​ຍັງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂອງ​ລາວ ​ເພື່ອ​ຜະລິດ​ນ້ຳ​ຢາ​ລ້າງ​ມື​ແຫ້ງ​ຮັບ​ໃຊ້​ສັງຄົມ ​​ໃນ​ການນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ - 19 ຢູ່ ສປປ ລາວຢ່າງມີປະສິດທິຜົນສູງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484741
ມື້ນີ້52
ມື້ວານ205
ອາທິດນີ້1179
ເດືອນນີ້4046