ໃນວັນທີ 22 ພຶດສະພາ 2020, ຢູ່ທີ່ ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ. ຫວຽດນາມ, ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ. ຊື່ງກ່າວມອບໂດຍແມ່ນ ທ່ານ ຮອງສາດສະດາຈານ ປະລິນຍາເອກ ເຈີ່ນຕ່ວນແອງ, ຮອງຫົວໜ້າສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ. ຫວຽດນາມ ແລະ ກ່າວຮັບ ໂດຍແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນພິຍານ.
ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ມີສານເຄມີພ້ອມດ້ວຍອຸປະກອນການຜະລິດນ້ຳຢາລ້າງມືແຫ້ງ ປະກອບມີ: ຜະລິດຕະພັນເຫຼົ້າ 90: 5000 ລີດ ພ້ອມດ້ວຍທາດປະສົມອື່ນໆອີກ 4 ຊະນິດ ແລະ ກະຕຸກຢາງຂະໜາດ 500 ml (ມີລີລີດ) 1200 ອັນ, ເພື່ອສົ່ງຕໍ່ໄປຍັງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລາວ ເພື່ອການຜະລິດນ້ຳຢາລ້າງມືແຫ້ງຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ.
ເຖີງວ່າ ສສ. ຫວຽດນາມ ຍັງປະສົບກັບຄວາມຍຸ້ງຍາກຫຼາຍປະການ ໂດຍສະເພາະການຟື້ນຟູເສດຖະກິດທີ່ຖຶກກະທົບຈາກການລະບາດພະຍາດໂຄວິດ-19 ທີ່ຫາກໍ່ຄວບຄຸມໄດ້ບໍ່ດົນມານີ້, ແຕ່ບົນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ກໍ່ຄືນ້ຳໃຈສາກົນກຳມະຊີບອັນສູງສົງຂອງຕົນ ລັດຖະບານ ແລະ ປະຊາຊົນຫວຽດນາມ ໂດຍສະເພາະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ຍັງໄດ້ບິແບ່ງວັດຖຸປັດໃຈມາຊ່ວຍລັດຖະບານ ກໍ່ຄືປະຊາຊົນລາວ ໂດຍສະເພາະກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃນການຕ້ານພະຍາດໂຄວິດ-19.
ໃນໂອກາດກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມອບເຄື່ອງຊ່ວຍເຫຼືອດັ່ງກ່າວນີ້ໃຫ້ແກ່ ສປປ ລາວ ແລະ ຍັງໄດ້ຢືນຢັນວ່າອຸປະກອນ ທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ຈະສົ່ງຕໍ່ໄປຍັງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລາວ ເພື່ອຜະລິດນ້ຳຢາລ້າງມືແຫ້ງຮັບໃຊ້ສັງຄົມ ໃນການນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ - 19 ຢູ່ ສປປ ລາວຢ່າງມີປະສິດທິຜົນສູງ.