ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງພັກ, ລັດ ສສ ຫວຽດນາມ ເຂົ້າວາງພວງມາລາ ແລະ ເຊັນປື້ມໄຫວ້ອາໄລ ສະຫາຍ ພົນເອກສີສະຫວາດ ແກ້ວບຸນພັນ

 

1

2

3

 

ໃນວັນທີ 15 ພຶດສະພາ 2020 ຜ່ານມາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດພິທີເປີດປື້ມໄວ້ອາໄລເຖິງດວງ ວິນຍານ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ໂດຍໄດ້ມີຄະນະການນຳຂັ້ນ​ສູງພັກ, ລັດ ສສ ຫວຽດນາມ ປະກອບມີ: ສະຫາຍ ເຈືອງ ຮວ່າ ບິ່ງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ພ້ອມດ້ວຍຄະນະຕິດຕາມ ປະກອບມີ ສະຫາຍ ນາງ ຕ່ອງ ທິ ຟ້ອງ, ກຳມະການກົມການເມືອງສູນກາງພັກ, ຮອງປະທານ ຜູ້ປະຈຳການສະພາແຫ່ງຊາດຫວຽດນາມ, ສະຫາຍ ຟ້າມ ມີງ ຈີ້ງ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ​ເຫົາ​ອາ​ເລັ່ງ, ຮອງປະທານແນວໂຮມປະເທດຊາດຫວຽດນາມ, ສະຫາຍ ຟ້າມ ບີ່ງ ມີງ ຄະນະກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຫວຽດນາມ ພ້ອມດ້ວຍຄະນະ​ຂອງບັນດາກະຊວງອົງການຈຳນວນ 32 ຄະນະ ພິ​ເສດ​ສະຖານທູດ​ຍັງ​ໄດ​ຮັບ​ພວງ​ມາລາ​ຂອງ ສະຫາຍ​ຫງວຽນ​ຟູ່ຈ້ອງ, ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ແຫ່ງ ​ສສ. ຫວຽດນາມ; ພ້ອມນີ້, ກໍ່ຍັງມີບັນດາ ທ່ານເອກອັກຄະລັດຖະທູດຕ່າງປະ​ເທດ​ປະຈຳ​ຫວຽດນາມ​ຈຳນວນ​ໜຶ່ງ ໄດ້ເຂົ້າວາງພວງມະລາ ແລະ ເຊັນປື້ມເພື່ອໄຫວ້ອາໄລແດ່ ດວງວິນຍານຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດິດກໍາມະການ ສູນກາງພັກສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງ ພັກສະໄໝທີ III ແລະ IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີອະດີດຮອງປະທານປະເທດອະດີດປະທານສູນກາງແນວລາວສ້າງຊາດ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຢ່າງບໍ່ມີມື້ກັບຄືນມາ.

ໃນໂອກາດດຽວກັນນີ້, ສະຫາຍ ​ແສງ​ເພັດ ​ຮຸ່ງ​ບຸນ​ຍວງ, ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈ ແລະ ມີຄວາມຊາບຊຶ້ງເປັນຢ່າງຍິ່ງຕໍ່ ສະຫາຍ ເຈືອງ ຮວ່າ ບິ່ງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ພ້ອມດ້ວຍບັນດາ​ສະຫາຍ​ການ​ນຳຂັ້ນສູງພັກ-ລັດ ຫວຽດນາມ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມລັດຖະບານແຫ່ງ ສສ. ຫວຽດນາມ ແລະ ປະຊາຊົນຫວຽດນາມ ທີ່ໄດ້ມາເຂົ້າຮ່ວມ ພິທີວາງພວງມາລາ ແລະ ຂຽນ​ປື້ມໄຫວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484494
ມື້ນີ້10
ມື້ວານ188
ອາທິດນີ້932
ເດືອນນີ້3799