ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມອາຊຽນ

 

20200520AseansPartyMeeting1

20200520AseansPartyMeeting2

20200520AseansPartyMeeting3

ໃນຕອນເຊົ້າວັນທີ 20 ພຶດ​ສະ​ພາ 2020, ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ III ຂອງໜ່ວຍ​ພັກ​ກົມອາຊຽນ ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະສະຫາຍລັດສະໝີແກ້ວມະນີ, ເລຂາໜ່ວຍພັກ, ຫົວໜ້າກົມອາຊຽນ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຍັງມີບັນດາສະຫາຍເລຂາ, ຮອງເລຂາ ແລະ ຜູ້ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ, ແລະສະມາຊິກຜູ້ແທນສົມບູນ ແລະສຳຮອງຂອງໜ່ວຍພັກກົມ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ເຫັນດີຮັບຮອງເອົາ ບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມອາຊຽນ, ຊຶ່ງປະກອບມີການສະຫລຸບຕີລາຄາຄືນ ດ້ານດີ-ດ້ານອ່ອນ ການຊີ້ນໍາ-ນໍາພາວຽກພັກ,ພະນັກງານ ຕະຫລອດໄລຍະ 5 ປີຜ່ານມາ ແລະ ທິດທາງໃນ 5 ປີຕໍ່ໜ້າ (2021-2025) ເພື່ອເປັນທິດທາງໃຫ້ໜ່ວຍພັກກົມ ສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ຖືກມອບໝາຍ ໃຫ້ໄດ້ຮັບໝາກຜົນສູງ; ພິເສດ, ເພື່ອພ້ອມກັນ ສືບຕໍ່ປ້ອງກັນນາມມະຍົດ ໜ່ວຍພັກແຂງຮູ້ນໍາພາຮອບດ້ານ ແລະດໍາເນີນກໍ່ສ້າງເຮັດໃຫ້ໜ່ວຍພັກກົມອາຊຽນເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃນຕໍ່ໜ້າ. ສໍາຄັນ, ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະພາບກັນ ຮັບຮອງເອົາມະຕິກອງປະຊຸມ, ເຊີ່ງເປັນເອກະສານທິດທາງ ພື້ນຖານ ໃຫ້ແກ່ໜ່ວຍພັກ ໃນການຫັນເປັນແຜນງານ/ໂຄງການລະອຽດ ເພື່ອຊີ້ນໍາ-ນໍາພາ ວຽກພັກ ແລະພະນັກງານຕໍ່ໄປ. ໃນນີ້, ກອງປະຊຸມໄດ້ຮັບຮອງເອົາ ຜົນການເລືອກຕັ້ງຄະນະພັກກົມອາຊຽນຊຸດໃໝ່, ຊຶ່ງປະກອບມີ:

  1. ສະ​ຫາຍ ລັດ​ສະ​ໝີ ແກ້ວ​ມະ​ນີ, ເລ​ຂາໜ່ວຍ​ພັກ​;
  2. ສະ​ຫາຍ ນ. ແສງ​ດາ​ວັນ ວົງ​ໄຊ, ​ຮອງ​ເລ​ຂາໜ່ວຍ​ພັກ​;
  3. ​ສະ​ຫາຍ ບໍ​ວອນ​ທັດ ດວງ​ຈັກ, ​ກຳ​ມະ​ການໜ່ວຍ​ພັກ, ປະ​ທານກວດ​ກາ.

ນອກນັ້ນ, ກອງປະຊຸມ ໄດ້ເປັນກຽດຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ເຊີ່ງຄຽງຄູ່ກັບ ​ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກກົມອາຊຽນ ໃນໄລຍະຜ່ານມາ, ສະຫາຍໄດ້ໃຫ້ທິດຊີ້ນໍາຕໍ່ວຽກພັກ-ພະ ນັກງານ, ເພື່ອນໍາໄປຜັນຂະຫຍາຍໃນຕໍ່ໜ້າຄື: ຍົກສູງຄວາມເປັນແບບຢ່າງທີ່ດີແກ່ມະຫາຊົນ; ການກໍ່ສ້າງຂະຫຍາຍສະມາຊິກພັກ ຕ້ອງຖືຄຸນນະພາບເປັນກົກ; ແບບແຜນວິທີເຮັດວຽກ ຕ້ອງຢຶດຖືຫຼັກການລວມສູນປະຊາທິປະໄຕແລະ ມີຄວາມເປັນເອກະພາບພາຍໃນໜ່ວຍພັກສູງ; ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ; ສືບຕໍ່ຊີ້ນຳ-ນຳພາຢ່າງໃກ້ຊິດຕໍ່ 3 ອົງການຈັດຕັ້ງມະຫາຊົນ; ເພີ່ມທະວີເອົາໃຈໃສ່ວຽກງານກວດກາໃຫ້ເຂັ້ມແຂງ; ແລະ ຍົກສູງປະສິດທິພາບ ປະສິດທິຜົນໃນການປະຕິບັດໜ້າທີ່ດ້ານວິຊາສະເພາະຂອງຕົນໃຫ້ມີຄຸນນະພາບ ແລະ ສາມາດເປັນເສນາທິການ ທີ່ເຂັ້ມແຂງ ຕໍ່ຄະນະພັກ ກໍຄືຄະນະນໍາກະຊວງ ເພື່ອພ້ອມກັນນໍາຜົນປະໂຫຍດອັນສູງສຸດ ມາສູ່ປະເທດຊາດ ແລະ ປະຊາຊົນລາວເຮົາ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485477
ມື້ນີ້178
ມື້ວານ227
ອາທິດນີ້513
ເດືອນນີ້4782