ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະພາແຫ່ງຊາດ ຫວຽດນາມ ມອບຜ້າອັດປາກການແພດໃຫ້ ສະພາແຫ່ງຊາດບາງປະເທດສະມາຊິກ ອາຊຽນ ແລະ ຍີ່ປຸ່ນ

20201505LaoEmbviet          ຕອນ​​ແລງວັນທີ 13 ພຶດສະພາ 2020 ຢູ່ທີ່ສະພາ​ແຫ່ງ​ຊາດຫວຽດນາມໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອການແພດຈາກສະພາ​ແຫ່ງ​ຊາດຫວຽດນາມໃຫ້ແກ່ ສປປ ລາວ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງກະ​ໂປ ​ແລະ ຍີ່ປຸ່ນ ເຄື່ອງ​ຊ່ວຍ​ເຫຼືອ​ດັ່ງກ່າວ​​ເປັນຜ້າ​ອັດ​ປາກກາ​ນ​ແພດ. ​ເພື່ອປ້ອງກັນ ພະຍາດອັກເສບປອດ ສາຍພັນໃຫມ່ (COVID-19).

ກ່າວມອບໂດຍແມ່ນ ສະຫາຍ ຫງວຽນ​ແຫ້ງ​ຟຸກ, ກຳມະການ​ສູນ​ກາງ​ພັກ, ຫ​ົວໜ້າ​ຫ້ອງວ່າການສະພາ​ແຫ່ງ​ຊາດ​ຫວຽດນາມ, ​ສະຫາຍ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ, ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ.ຫວຽດນາມ ​ໄດ້​ຕາງໜ້າ​ໃຫ້​ບັນດາ​ເອກ​ອັກຄະ​ລັດຖະທູດ​ຂອງ​ປະ​ເທດ​ທີ່​ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ມີ​ຄຳ​ເຫັນ​ກ່າວ​ຮັບ​ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ກະທົບ​ອັນ​ຮ້າຍ​ແຮງ​ຂອງພະຍາດອັກເສບປອດສາຍພັນໃຫມ່ (COVID-19) ທີ່​ກຳລັງ​​ແຜ່​ລະບາດ​​ເປັນ​ວົງ​ກວ້າ​ງ​ໃນ​ທົ່ວ​ໂລກ​​, ພ້ອມ​ດຽວ​ກັນ​ນັ້ນ​ຍັງໄດ້ຕີ​ລາຄາ​ສູງຕໍ່ຜົນສຳ​ເລັດ​ອັນ​​ໃຫຍ່ຫຼວງ​ຂອງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມຍາດມາ​ໄດ້​​ໃນ​ການ​ສະກັດ​ກັ້ນ, ຢັບຢັ້ງ, ຈຳກັດ​ພະຍາດ​ທີ່​ຮ້າຍ​ແຮງ​ດັ່ງກ່າວ, ​ ຊຶ່ງຫວຽດນາມ​ໄດ້ກາຍ​ເປັນ​ແວ່ນ​ແຍງ ​ແລະ ​ໄດ້​ຮັບ​ການ​ຍ້ອງຍໍ​ຊົມ​ເຊີຍ​ຈາກ​ບັນດາປະ​​ເທດ​ໃນ​ໂລກ.

​​ເຖິງ​ແມ່ນ​ວ່າ​ຫວຽດນາມ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ​ແລະ​ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການລະບາດ​​ພະຍາດອັກເສບປອດ ສາຍພັນໃຫມ່ (COVID-19) ກໍ່ຕາມ ​ແຕ່ຫວຽດນາມ​ຍັງ​ໄດ້​ບິ​ແບ່ງຊ່ວຍເຫຼືອ ​ທັງ​ວັດຖຸ​ອຸປະກອນການ​ແພດ ​ແລະ ບົດຮຽນ​, ​​ໃນການ​ຕ້ານ ​ແລະ ສະກັດ​ກັ້ນ​ພະຍາດອັກເສບປອດ ສາຍພັນໃຫມ່ (COVID-19)ໃຫ້​ບັນດາ​ປະ​ເທດ ຊຶ່ງ​ໃນ​ນັ້ນ​ມີ ສປປ ລາວ ຂອງ​ພວກ​ເຮົາ.

​ໃນ​ໂອກາດ​ນີ້, ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໄດ້ສະ​ແດງ​ຄວາມ​ຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈຢ່າງຈິງໃຈ ​ ມາຍັງສະພາ​ແຫ່ງ​ຊາດ​ຫວຽດນາມ, ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ​ໃນ​ການ​ຊ່ວຍ​ເຫຼຶອອຸປະກອນ​ການ​ແພດ​ໃນ​ຄັ້ງ​ນີ້ ​ແລະ ​ໄດ້​ຢືນຢັນ​ວ່າອຸປະກອນການແພດທີ່ໄດ້ຮັບການຊ່ວຍ ເຫຼືອຄັ້ງນີ້ຈະຖຶກນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ - 19 ຢູ່​ແຕ່ລະ​ປະ​ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃຫ້​ມີ​ປະສິດທິ​ຜົນ​ສູງ, ​ພ້ອມດຽວ​ກັນ​ນີ້​ເຊື່ອໝັ້ນ​ວ່າ​ພາຍ​​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ ​ແລະ ຄວາມ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ພັກ, ລັດ ​ແລະ ປະຊາຊົນຫວຽດນາມ ຈະຟື້ນ​ຟູ​​ເສດຖະກິດ ​ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ​ ​ແລະ ​ສືບ​ຕໍ່ຍາດ​ໄດ້ຜົນ​ສຳ​ເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດປົກປັກຮັກສາແລະສ້າງສາປະ​ເທດ​ຊາດ​.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485399
ມື້ນີ້100
ມື້ວານ227
ອາທິດນີ້435
ເດືອນນີ້4704