ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກຫ້ອງການກະຊວງການຕ່າງປະເທດ

 

20200313CabinetPsrtyMeeting11

20200313CabinetPsrtyMeeting2

20200313CabinetPsrtyMeeting22

 

        ​ໃນຕອນເຊົ້າຂອງ​ວັນ​ທີ 13 ມີ​ນາ 2020 ຜ່ານມາ, ​ທີ່ ​ຫ້ອງ​ປະ​ຊຸມກະ​ຊວງ​ການ​ຕ່າງ​ປະ​ເທດ, ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ IV ຂອງໜ່ວຍ​ພັກ​ຫ້ອງ​ການ ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກໍາມະການສູນກາງພັກ, ເລ​ຂາຄະນະບໍລິຫານງານພັກກະ​ຊວງ​ການ​ຕ່າງ​ປະ​ເທດ, ມີສະຫາຍເລຂາໜ່ວຍພັກຫ້ອງການ, ບັນດາສະຫາຍເລຂາ, ຮອງເລຂາ ແລະ ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ ທີ່ເປັນແຂກຖືກເຊີນ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ ແລະ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງ​ການກະ​ຊວງ​ການ​ຕ່າງ​ປະ​ເທດ ເຂົ້າຮ່ວມລວມທັງໝົດ 60 ສະຫາຍ.

        ໃນກອງປະຊຸມ, ສະ​ຫາຍ ໂພ​ໄຊ ໄຂ​ຄຳ​ພິ​ທູນ, ເລ​ຂາ​ໜ່ວຍ​ພັກ​ຫ້ອງ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ຜ່ານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກໃນໄລຍະ 5 ປີຜ່ານມາ, ເຊິ່ງສາມາດສັງເກດຕີລາຄາຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ຂອງໜ່ວຍພັກນັບທັງການຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກ. ພ້ອມດຽວກັນນີ້, ກໍໄດ້ກຳນົດທາງແຜນການ ແລະ ໜ້າທີ່ຈຸດສຸມສຳລັບປີ 2020-2025, ພ້ອມທັງວິທີການຈັດຕັ້ງປະຕິບັດທິດທາງແຜນການ ທີ່ໄດ້ກໍານົດໄວ້ໃຫ້ປະກົດຜົນເປັນຈິງ.

        ໜ່ວຍພັກ ຫ້ອງການກະຊວງການຕ່າງປະເທດ ມີສະມາຊິກພັກທັງໝົດ 49 ສະຫາຍ, ຍິງ 7 ສະຫາຍ. ໃນໄລ​ຍະ 5 ປີ ຜ່ານ​ມາ, ໜ່ວຍ​ພັກ​ຫ້ອງ​ການ ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ເສີມຂະຫຍາຍບົດບາດຊີ້ນຳນຳພາຂອງຕົນ, ສາມາດຍາດໄດ້ຜົນງານທີ່​ພົ້ນ​ເດັ່ນຫຼາຍ​ດ້ານ, ເປັນຕົ້ນແມ່ນການກໍ່ສ້າງ ແລະ ຂະຫຍາຍພັກໄດ້ດຳເນີນຢ່າງຕໍ່ເນື່ອງ ໂດຍຖືເອົາຄຸນະພາບເປັນສຳຄັນ ແລະ ຕິດພັນກັບຂະບວນການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ, ເຊິ່ງສາມາດກໍ່ສ້າງມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າໃນຖັນແຖວຂອງພັກໄດ້ທັງໝົດ 15 ສະຫາຍ, ໄດ້ເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການປະຕິບັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີ, ເປັນຕົ້ນດ້ານການ ອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານຂອງການນຳ, ການສະຫຼຸບສັງລວມ, ຄົ້ນຄວ້າ-ວິໄຈສະພາບການສາກົນ, ການກະກຽມບົດລາຍງານຕ່າງໆໃຫ້ຂັ້ນເທິງ, ການແປພາສາຮັບໃຊ້ການນຳພັກ-ລັດ; ການຮັບປະກັນການປະສານງານພາຍໃນກະຊວງ ແລະ ລະຫວ່າງກະຊວງກັບພາຍນອກໃຫ້ມີຄວາມໂລ່ງລ່ຽນ; ການຮັບປະກັນການຕິດຕໍ່ສື່ສານ ແລະ ການຮັກສາຄວາມລັບຂອງເອກະສານທາງລັດຖະການ, ການເກັບມ້ຽນສຳເນົາເອກະສານສຳຄັນ, ການຫັນເປັນທັນສະໄໝ, ການຄຸ້ມຄອງຊັບສົມບັດຄົງທີ່, ການພັດທະນາພື້ນຖານໂຄງລ່າງວັດຖຸເຕັກນິກ, ປັບປຸງໂສມໜ້າ, ຄວາມຈົບງາມ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນກະຊວງ. ຈາກຜົນງານທັງໝົດເຫຼົ່ານີ້, ເຮັດໃຫ້ໜ່ວຍພັກຫ້ອງການ ໄດ້ຮັບການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ຈາກລັດຖະບານ ສປປ ລາວ ແລະ ຈາກປະເທດເພື່ອນມິດຫຼາຍຄັ້ງ ແລະ ໄດ້​ຮັບ​ນາມ​ມະ​ຍົດ​ໜ່ວຍ​ພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຈຳນວນ 2 ຄັ້ງ ຕິດຕໍ່ກັນ.

        ສຳ​ລັບ​ທິດ​ທາງ​ແຜນ​ການຈຸດສູມຂອງໜ່ວຍພັກຫ້ອງການໄລຍະ ​ປີ 2020-2025 ແມ່ນ​ຈະ​ໄດ້​ສຸມ​ໃສ່ ວຽກງານກໍ່າສ້າງພັກ-ພະນັກງານ, ຂະຫຍາຍພັກຢ່າງມີຈຸດສຸມ ແລະ ມີຄຸນະພາບ, ເອົາ​ໃຈ​ໃສ່​ສຶກ​ສາ​ອົບ​ຮົມ​ທາງ​ດ້ານ​ການ​ເມືອງ​ແນວ​ຄິດ​ໃຫ້​ສະ​ມາ​ຊິ​ກ​ພັກ​ຫ້ອງ​ການ, ຍົກສູງຄຸນນະພາບໃນການເປັນເສນາທິການ ໃນການປະຕິບັດໜ້າທີ່​ວິ​ຊາ​ສະ​ເພາະ​, ເພີ່ມທະວີການຊີ້ນຳນຳພາ ແລະ ເສີມຂະຫຍາຍບົດບາດຂອງ 3 ອົງການຈັດຕັ້ງມະຫາຍຊົນພາຍໃນຫ້ອງການ ເພື່ອເຕົ້າໂຮມມະຫາຊົນ ເຂົ້າຮ່ວມໃນຂະບວນການແຂ່ງຂັນຈັດຕັ້ງປະຕິບັດ ຄຳຂວັນ 3 ດີ 4 ມີ 5 ຕ້ານ ຂອງໜ່ວຍພັກຫ້ອງການ ຕິດພັນກັບການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ໜັກແໜ້ນ ໃຫ້ສຳເລັດຜົນເປັນຮູບປະທຳ.

        ຜູ້ແທນກອງ​ປະ​ຊຸມ​ ໄດ້​ໃຊ້ສິດປະຊາທິປະໄຕປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ​ນະ​ໜ່ວຍພັກ​ຊຸດ​ໃໝ່ ຈຳ​ນວນ 5 ສະ​ຫາຍ ແລະ ໃນກອງປະຊຸມຄັ້ງປະຖົມມະເລີກຂອງຄະນະໜ່ວຍພັກໄດ້​ເປັນ​ເອ​ກະ​ພາບເລືອກ​ເອົາ ສະ​ຫາຍ ໂພ​ໄຊ ໄຂ​ຄຳ​ພິ​ທູນ, ເປັນເລຂາໜ່ວຍພັກ, ສະຫາຍ ບຸນທັນ ກຸສົນສະໜອງ, ເປັນຮອງເລຂາ; ສະຫາຍ ສຸຂັນໄຊ ອັກຄະວົງ ເປັນປະທານກວດກາໜ່ວຍພັກ, ສະຫາຍ ນາງ ວອນຄຳ ເຈື່ອງມະນີວົງ ແລະ ສະຫາຍ ວິຊາສັກສິດ ສະນຸກຜົນ ເປັນກຳມະການໜ່ວຍພັກຫ້ອງການ.

        ກອງ​ປະ​ຊຸມ​ຄັ້ງນີ້ ຍັງ​​ໄດ້​ຮັບ​ຟັງການ​ໂອ້ລົມ​ຂອງ ສະຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ກຳ​ມະ​ການສູນ​ກາງ​ພັກ, ເລ​ຂາຄະນະບໍລິຫານງານພັກ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ເຊິ່ງ​​ໄດ້​ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກ​​ຫ້ອງ​ການກະ​ຊວງ​ການ​ຕ່າງ​ປະ​ເທດໃນໄລຍະຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳໃຫ້ໜ່ວຍພັກຫ້ອງການ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຕົນ, ໃຫ້ຖືວຽກງານກໍ່ສ້າງພັກ-ພະນັກງານ ເປັນບຸລິມະສິດຕົ້ນຕໍ, ເພີ່ມທະວີການການນຳພາ​ດ້ານການເມືອງ-ແນວຄິດ ຕໍ່ສະມາຊິກພັກ-ພະນັກງານຂອງຫ້ອງການ, ເພີ່ມທະວີຄວາມສາມັກພາຍໃນໜ່ວຍພັກ ຍົກສູງຫຼັກການລວມສູນປະຊາທິປະໄຕ, ກໍ່າສ້າງຂະຫຍາຍສະມາຊິກພັກໃຫ້ໄດ້ຄຸນນະພາບ, ການກໍ່ສ້າງບໍາລຸງພະນັກງານ ດ້ານພາສາຕ່າງປະເທດ ຄຽງຄູ່ກັບຄວາມຮູ້ດ້ານວິຊາສະເພາະ, ສືບຕໍ່ຊີ້້ນຳນຳພາຢ່າງໃກ້ຊິດຕໍ່ 3 ອົງການຈັດຕັ້ງມະຫາຊົນ, ເພີ່ມທະວີວຽກງານກວດກາໃຫ້ເຂັ້ມແຂງ ແລະ ຍົກສູງປະສິດທິພາບ ປະສິດທິຜົນໃນການປະຕິບັດໜ້າທີ່ວິຊາສະເພາະໃນດ້ານຕ່າງໆ, ພ້ອມກັນສູ້​ຊົນບຸກບືນ ​ແລະ ​ເຊີດ​ຊູຄວາມເປັນເຈົ້າການ ແລະ ​ຄວາມຮັບຜິດຊອບຕໍ່​ໜ້າທີ່ການເມືອງຂອງຕົນ ສາມາດຍາດໄດ້ຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ສືບຕໍ່ຮັກສາໄດ້ນາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນສະໄໝທີສາມຕາມແຜນການ.

        ກອງປະຊຸມໄດ້ສຳເລັດລົງ ໃນຕອນເຊົ້າຂອງວັນດຽວກັນ.

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480313
ມື້ນີ້143
ມື້ວານ157
ອາທິດນີ້711
ເດືອນນີ້6544