ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

 

20200305-LaoAmbToVietnam

 

ວັນທີ 05 ມີນາ 2020, ທີ່ ສຳນັກງານສູນກາງພັກກອມມູນິດຫວຽດນາມ,   ສະຫາຍ ຫວໍ​ວັນ​ເທື່ອ​ງ, ກຳມະການກົມການເມືອງສູນກາງພັກ, ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ເນື່ອງໃນໂອກາດມາຮັບໜ້າທີ່​ໃໝ່ຢູ່ ສສ ຫວຽດນາມ.

         ໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ລາຍງານສະພາບລວມໃນໄລຍະ 4 ເດືອນທີ່ມາດຳລົງຕຳແໜ່ງຢູ່ ສສ ຫວຽດນາມ ແລະ ຕີລາຄາສູງຕໍ່ຜົນສຳເລັດການພົວພັນຮ່ວມມື ລະຫວ່າງ ສອງພັກ ແລະ ສອງລັດຖະບານ ລາວ-ຫວຽດນາມ ໂດຍສະເພາະແມ່ນການພົບປະປະຈຳປີ 2020 ຂອງສອງກົມການເມືອງລາວ-ຫວຽດນາມ ແລະ ກອງປະຊຸມຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 42 ທີ່ຜ່ານມາ.

ໃນການຕ້ອນຮັບ ສະຫາຍ ຫວໍວັນເທື່ອ, ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ສະແດງຄວາມຊົມເຊີຍທີ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍຈະປະສົບຜົນສຳເລັດຢ່າງຈົບງາມໃນການເພີ່ມພູນຄູນສ້າງ, ສາຍພົວພັນອັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ ແລປະຊາຊົນສອງຊາດ ລາວ-ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂື້ນ.

ພ້ອມດຽວກັນນັ້ນ, ສະຫາຍ ຫວໍວັນເທື່ອໄດ້ຝາກຄວາມຢື້ຢາມຖາມຂ່າວຜ່ານ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄປຍັງ ສະຫາຍຄຳພັນພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກແລະ ຍັງໄດ້ເນັ້ນຕື່ມວ່າ ຈະໃຫ້ການຮ່ວມມືຢ່າງສະໜິດແໜ້ນໃນທຸກວຽກງານ ເປັນຕົ້ນແມ່ນການຮ່ວມມືລະຫວ່າງສອງຄະນະໂຄສະນາ ຫວຽດນາມ-ລາວ, ໃນປີ2020 ນີ້ ຫວຽດນາມ ຈະມີຫຼາຍເຫດການທີ່ສຳຄັນ ເຊັ່ນ ເປັນປະທານ ອາຊຽນ ແລະ ເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ຂອງສະຫະປະຊາຊາດ ປີ 2020-2021.  ເຖິງແມ່ນວ່າ ຈະພົບອຸປະສັກທີ່ກຳລັງເກີດຂື້ນກັບທົ່ວໂລກທີ່ເຮົາກຳລັງປະ​​ເຊີນປະຈຸບັນ ກໍຄືພະຍາດອັກເສບປອດ Covid-19 ແຕ່ລັດຖະບານຫວຽດນາມກໍ່ໄດ້ເອົາໃຈໃສຢ່າງຕັ້ງໜ້າໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວໄດ້ເປັນຢ່າງດີ.

               ​ໃນໂອກາດດັ່ງກ່າວ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ, ຈະ​ນຳ​ເອົາຄຳຢື້​ຢາມ​ຖາມ​ຂ່າວຂອງ ສະຫາຍ ຫວໍວັນເທື່ອ ກຳມະການກົມການເມືອງສູນກາງພັກ, ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກກອມມູນິດຫວຽດນາມ ໄປ​ຍັງ ສະຫາຍ​ ຄຳ​ພັນ​ພົມ​ມະ​ທັດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກຫົວໜ້າຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​​​ ແລະ ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ລັດຖະບານ​ຫວຽດນາມທີ່​ໄດ້​ມີ​ວິທີ​ປ້ອງ​ກັນ ​ແລະ ຄວບ​ຄຸມພະ​ຍາດ Covid-19 ໄດ້ເປັນຢ່າງດີ ແລະໄດ້ສະແດງຄວາມຂອບອົກຂອບໃຈມາຍັງລັດຖະບານຫວຽດນາມ ທີ່ໄດ້ສົ່ງ​ອອກ​ຜ້າ​ອັດ​ປາກຈຳນວນ 2 ລ້ານອັນ​ ໄປ​ລາວ​ຕາມ​ການສະ​ເໜີ​ຂອງ​ລັດຖະບານ​ລາວສະແດງອອກໃນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດຂອງ​ພວກ​ເຮົາ. ​

ນອກຈາກ​ນັ້ນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ລາຍງານ ກ່ຽວກັບ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງເຜີຍແຜ່ຜົນຂອງກອງປະຊຸມພົບປະສອງກົມການເມືອງ ໃຫ້ການນຳທຸກຂັ້ນຂອງ​ລາວແຕ່ສູນກາງຮອດທ້ອງຖີ່ນ​ແລະ ຂໍຢືນຢັນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ​ ແລະ ຈະເລີນຫງອກງາມຂື້ນເລື້ອຍໆໄປ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480315
ມື້ນີ້145
ມື້ວານ157
ອາທິດນີ້713
ເດືອນນີ້6546