ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ

20200219ThoodPhommaGermany

 

ໃນຕອນບ່າຍຂອງ ວັນທີ 19 ກຸມພາ 2020, ທີ່ ນະຄອນຫລວງປຣາກ, ທ່ານ ພົມມາ ບຸດທະວົງ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ມີໂລດສ ຊີແມນ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ, ເພື່ອດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ເຊັກ, ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫລວງແບກແລງ, ສາທາລະນະລັດ ສະຫະພັນ ເຢຍລະມັນ.

 

ໃນໂອກາດດັ່ງກ່າວ, ທ່ານ ພົມມາບຸດ ທະວົງ, ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັັນອົບອຸ່ນຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຝາກເຖິງ ພະນະ ທ່ານ ມີໂລດສ ຊີແມນ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ ແລະ ປະຊາຊົນເຊັກ ທຸກຖ້ວນໜ້າ.

 

ພະນະທ່ານ ມີໂລດສ ຊີແມນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ພົມມາ ບຸດທະວົງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ເຊັກ, ພ້ອມທັງອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວວຽກງານການທູດຂອງຕົນ. ພ້ອມດຽວກັນນີ້, ພະນະທ່ານ ປະທານາທິບໍດີ ມີໂລດສ ຊີແມນ ຍັງໄດ້ ຝາກຄວາມຢື້ຢາມຖາມຂ່າວ ມາຍັງພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ແລະ ປະຊາຊົນລາວ ນຳດ້ວຍ.

 

ໃນໂອກາດການຍື່ນສານ, ທ່ານທູດ ພົມມາ ບຸດທະວົງ ໄດ້ກ່າວສະແດງຄວາມຍີນດີ ຕໍ່ການພົວພັນ ແລະ ການຮ່ວມມືອັນດີມາເປັນເວລາຍາວນານ ລະຫວ່າງສອງປະເທດ, ຊຶ່ງໃນປີ 2020 ນີ້, ລາວ ແລະ ເຊັກ ໄດ້ມີ ສາຍພົວພັນການທູດນຳກັນ ຄົບຮອບ 58 ປີ (31/09/1962-31/09/2020). ທ່ານທູດ ພົມມາ ບຸດທະວົງ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈລັດຖະບານເຊັກ ທີ່ໄດ້ໃຫ້ການສະ ຫນັບສະຫນູນ ແກ່ ສປປ ລາວ ໃນເວທີສາກົນ, ໂດຍສະເພາະການເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ຂອງລາວ ໃນໄລຍະຜ່ານມາ ແລະ ການຊ່ວຍເຫລືອທຶນການສຶກສາຈໍານວນຫນຶ່ງ ໃຫ້ແກ່ນັກສຶກສາລາວ ໄດ້ໄປສຶກສາຕໍ່ຢູ່ ສ. ເຊັກ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480246
ມື້ນີ້76
ມື້ວານ157
ອາທິດນີ້644
ເດືອນນີ້6477