ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຊາວພຸດສົງເຖຣາວາດ ທີ່ ປະເທດຝຣັ່ງ

2019.9.11-em-paris

ໃນຕອນບ່າຍຂອງວັນທີ 06 ກັນຍາ 2019, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປາຣີ, ສ.ຝຣັ່ງ ໄດ້ຈັດກອງປະຊຸມຊາວພຸດສົງເຖຣາວາດຂຶ້ນ ໂດຍການເຂົ້າຮ່ວມຂອງ ພຣະຄູ ວິນັຍທອນ ສວັສດ໌ ຍານະພະໂລ (ນິດສັຍບັນດິຕ), ປະທານອົງການຄະນະສົງເຖຣະວາດລາວ ປະຈຳ ປະເທດຝຣັ່ງ-ເອີຣົບ; ທ່ານ ຢົງ ຈັນທະລັງສີ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຝຣັ່ງ, ມີບັນດາເຈົ້າອະທິການ, ພຣະສົງຈາກບັນດາວັດລາວຢູ່ປະເທດຝຣັ່ງ ຈຳນວນ 19 ອົງ, ກຳມະການແນວລາວສ້າງຊາດຢູ່ປະເທດຝຣັ່ງ 03 ທ່ານ, ບັນດາຜູ້ອຸ້ມຊູວັດ ພ້ອມດ້ວຍພະນັກງານສະຖານທູດ ເຂົ້າຮ່ວມຈຳນວນ 60 ກວ່າຄົນ.

ກອງປະຊຸມດັ່ງກ່າວນີ້ໄດ້ຈັດຂຶ້ນເປັນຄັ້ງທຳອິດ ໂດຍມີຈຸດປະສົງເພື່ອພົບປະແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ການຈັດການ ແລະ ການຈັດຫາ, ຄຸ້ມຄອງພະສົງຢູ່ປະເທດຝຣັ່ງ ໃຫ້ເປັນລະບົບ ແລະ ຖືກຕ້ອງຕາມກົດລະບຽບພຣະທຳມະວິໄນທາງພຸດທະສາສະໜາ ຂອງອົງການພຸດທະສາສະໜາສຳພັນລາວ ແລະ ສອດຄ່ອງກັບລະບຽບກົດໝາຍຂອງປະເທດເຈົ້າພາບ, ອໍານວຍຄວາມສະດວກໃຫ້ແກ່ການເກັບກຳຂໍ້ມູນ ແລະ ການຄຸ້ມຄອງຕ່າງໆຂອງພະສົງໃຫ້ເກີດປະໂຫຍດ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາຫລື ກ່ຽວກັບ ການຈັດກິດຈະກຳສົ່ງເສີມວັດທະນະທຳລາວ ໂດຍຜ່ານຊ່ອງທາງພຸດທະສາສະໜາ ເພື່ອເປັນການເຜີຍແຜ່ຮີດຄອງປະເພນີລາວໃຫ້ຄົນເຊື້ອຊາດລາວທີ່ຢູ່ປະເທດຝຣັ່ງ ກໍຄືຄົນຕ່າງປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດຖະບານເຮົາ ແລະ ສ້າງຄວາມສົນໃຈໃຫ້ເຂົ້າໄປທ່ອງທ່ຽວປະເທດລາວ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ໂດຍຜ່ານການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.

ໃນຕອນເຊົ້າຂອງວັນດຽວກັນ ກໍ່ໄດ້ມີພິທີສູດປະລິຕະມົງຄຸນ ໃຫ້ແກ່ສະຖານທູດ ພ້ອມດ້ວຍພະນັກງານ ແລະ ຄອບຄົວ ໃຫ້ມີຄວາມຈະເລີນກ້າວໜ້າ ພ້ອມພໍາກັນ ແລະ ໄດ້ຖວາຍເພນແກ່ພຣະສົງ ເພື່ອເປັນສິລິມົງຄຸນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485330
ມື້ນີ້31
ມື້ວານ227
ອາທິດນີ້366
ເດືອນນີ້4635