ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສູນຄົ້ນຄວ້າແມ່ນ້ຳຂອງສາກົນລາວ ຈັດກອງປະຊຸມສໍາມະນາພາກພື້ນ

2019.8.27-bod-khao

ໃນຕອນເຊົ້າຂອງວັນທີ 22 ສິງຫາ 2019, ທີ່ ໂຮງແຮມຈໍາປາສັກແກຣນ, ເມືອງປາກເຊ, ນະຄອນຈໍາປາສັກ, ສະຖາບັນການຕ່າງປະເທດ ຂອງກະຊວງການຕ່າງປະເທດ ໃນນາມສູນຄົ້ນຄວ້າແມ່ນໍ້າຂອງສາກົນລາວ (The Global Center for Mekong Studies/ GCMS-Laos)ໄດ້ຈັດກອງປະຊຸມສໍາມະນາພາກພື້ນ ພາຍໃຕ້ຫົວຂໍ້: “ການສ້າງແລວພັດທະນາເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ: ກາລະໂອກາດ ແລະ ສິ່ງທ້າທາຍ (Building Mekong-Lancang Economic Development Belt: Prospects and Challenges)” ພາຍໃຕ້ໂຄງການຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (Mekong-Lancang Cooperation/MLC). ກອງປະຊຸມຄັ້ງນີ້, ເປັນປະທານໂດຍ ທ່ານທູດ ຄໍາສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດ ທັງເປັນຫົວໜ້າສູນ GCMS ຂອງລາວ, ມີຜູ້ເຂົ້າຮ່ວມຈາກສູນ GCMS ຂອງ 6 ປະເທດສະມາຊິກ (ຈີນ, ລາວ, ຫວຽດນາມ, ມຽນມາ, ໄທ ແລະ ກໍາປູເຈຍ), ກອງເລຂາ MLC ລາວ ແລະ ຈີນ. ນອກຈາກນີ້ ຍັງມີຜູ້ຕາງໜ້າຈາກສະຖາບັນທັງພາຍໃນ ແລະ ພາກພື້ນ ເຊັ່ນ: ສະຖາບັນແມ່ນໍ້າຂອງ (Mekong Institute), ມະຫາວິທະຍາໄລຢູນນານ, ທະນາຄານພັດທະນາອາຊີ (ADB)ປະຈໍາລາວ, ແລະ ຈາກສະຖາບັນຄົ້ນຄວ້າຕ່າງໆຂອງລາວ (ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ; ສະຖາບັນຄົ້ນຄວ້າ, ອຸດສາຫະກຳ ແລະ ການຄ້າ; ແລະ ມະຫາວິທະຍາໄລແຫ່ງຊາດ) ລວມຜູ້ເຂົ້າຮ່ວມທັງໝົດ 30 ທ່ານ.

ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມສຳມະນາໃນຄັ້ງນີ້ ໂດຍທ່ານ ສົມສະໜິດ ບຸດຕິວົງ, ຮອງເຈົ້າແຂວງ, ແຂວງຈໍາປາສັກ. ເຊິ່ງທ່ານ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຈັດຕັ້ງປະຕິບັດໂຄງການໃນຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (MLC) ໂດຍສະເພາະພາຍໃຕ້ການດໍາເນີນງານຂອງສູນ GCMS, ການຄົ້ນຄ້ວາຮ່ວມ ທັງໃນລະດັບປະເທດ ກໍຄືລະດັບພາກພື້ນ ທີ່ມີລັກສະນະພົ້ນເດັ່ນ ເປັນປະໂຫຍດຕໍ່ການວາງນະໂຍບາຍຕ່າງໆທີ່ກ່ຽວຂ້ອງຂອງບັນດາປະເທດຕາມລໍາແມ່ນໍ້າຂອງ. ສູນ GCMSຂອງບັນດາປະເທດຕ່າງໆ ໄດ້ກາຍເປັນກົນໄກອັນໜຶ່ງທີ່ສຳຄັນ ໃນການສຶກສາຄົ້ນຄວ້ານະໂຍບາຍຕ່າງໆຮ່ວມກັນ ກໍຄືມີການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນຫຼາຍຂຶ້ນ. ພ້ອມດຽວກັນນີ້, ກໍໄດ້ເນັ້ນໜັກໃຫ້ບັນດາສູນ GCMS ຂອງແຕ່ລະປະເທດສະມາຊິກຈົ່ງສືບຕໍ່ສ້າງສັນຜົນງານທີ່ມີຄຸນນະພາບ ນັບມື້ນັບຫຼາຍຂຶ້ນ ບົນພື້ນຖານຮັດແໜ້ນການປະສານງານກັນຢ່າງຕໍ່ເນື່ອງລຽນຕິດ.

    ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 01 ມື້ເຕັມ ພາຍໃຕ້ການປຶກສາຫາລືໃນ 03 ຫົວຂໍ້ທີ່ສຳຄັນຂອງການສ້າງແລວພັດທະນາເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄື: ໜຶ່ງ, ຄວາມຄືບໜ້າ ແລະ ສິ່ງທ້າທາຍຂອງການພັດທະນາພື້ນຖານໂຄງລ່າງເພື່ອການເຊື່ອມຈອດໃນອະນຸພາກພື້ນແມ່ນໍ້າຂອງ; ສອງ, ການປະເມີນຄວາມອາດສາມາດໃນການຜະລິດເປັນສິນຄ້າ ທີ່ເນັ້ນໜັກໃສ່ທຸລະກິດການກະເສດ ໃນອະນຸພາກພື້ນແມ່ນໍ້າຂອງ; ແລະ ສາມ, ການລົງທຶນ ແລະ ການຄ້າຕາມຊາຍແດນ: ຜົນກະທົບຕໍ່ເສດຖະກິດທ້ອງຖິ່ນ ແລະ ອະນຸພາກພື້ນ, ພ້ອມດ້ວຍສິ່ງທ້າທາຍ ແລະອຸປະສັກຕ່າງໆ. ເຊິ່ງຜົນຂອງກອງປະຊຸມປຶກສາຫາລື ເຊິ່ງລວມມີ ຜົນການຄົ້ນຄວ້າທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍ ຈະໄດ້ນໍາສະເໜີກອງເລຂາແຫ່ງຊາດຂອງຝ່າຍລາວ ແລະ ອານຸພາກພື້ນ ເພື່ອພິຈາລະນານໍາໄປຈັດຕັ້ງປະຕິບັດໄດ້ຢ່າງແທດເໝາະກັບຕົວຈິງ ແລະ ເພື່ອຜົນປະໂຫຍດຂອງພາກພື້​ນໃຫ້ມີການພັດທະນາຢ່າງຢືນຍົງ ແລະ ສີວິໄລ.

   ນອກຈາກເຂົ້າຮ່ວມກອງປະຊຸມແລ້ວ, ໃນວັນທີ 23 ສິງຫາ 2019, ຄະນະຜູ້ແທນ ຍັງໄດ້ໄປທັດສະນະຢ້ຽມຢາມສະຖານທີ່ທາງປະຫວັດສາດ ແລະ ທຳມະຊາດຂອງແຂວງຈຳປາສັກເຊັ່ນ: ‘ວັດພູຈຳປາສັກ’ ເຊິ່ງເປັນມໍລະດົກໂລກ ແລະ ‘ນໍ້າຕົກຕາດຄອນພະເພັງ’ ທີ່ຖືກຂະໜານນາມວ່າ ເປັນນໍ້າຕົກແອງກາລາແຫ່ງອາຊີ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480417
ມື້ນີ້75
ມື້ວານ172
ອາທິດນີ້815
ເດືອນນີ້6648