ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV)

CLMV19A

 

CLMV19B

 

CLMV19C

 

ວັນທີ 21-22 ສິງຫາ 2019, ທີ່ ນະຄອນຫລວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມໜ່ວຍງານວິຊາການ ຂະແໜງການບູລິມະສິດ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຊຶ່ງມີຄະນະຜູ້ແທນຈາກຂະແໜງການຕ່າງໆຂອງປະເທດ CLMV ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້    ໄດ້ຈັດຂຶ້ນ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າຂອງຂອບການຮ່ວມມື CLMV, ທັ້ງນີ້ ກໍເພື່ອກະກຽມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດ CLMV ຄັ້ງທີ 10 ໃນປີ 2020 ທີ່ ສປປ ລາວ.

 

ວັນທີ 21 ສິງຫາ 2019, ໄດ້ຈັດກອງປະຊຸມໜ່ວຍງານວິຊາການ ຂະແໜງການບູລິມະສິດ CLMV ຂຶ້ນຊຶ່ງປະ ກອບມີ: ຂະແໜງການການຂົນສົ່ງ, ທ່ອງທ່ຽວ, ກະສິກຳ, ອຸດສາຫະກຳ, ພະລັງງານ, ເທັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ, ການຄ້າ ແລະ ການລົງທຶນ ແລະ ການພັດທະນາຊັບພະຍາກອນມະນຸດ. ກອງປະຊຸມ ໄດ້ທົບທວນຄືນບັນດາແຜນງານ ແລະ ໂຄງການຮ່ວມມືໃນແຕ່ລະຂະແໜງການ ແລະ ໄດ້ພ້ອມກັນປຶກສາຫາລືກັນ ເພື່ອກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ບົນພື້ນຖານຄວາມເປັນເອກະພາບຂອງປະເທດສະມາຊິກ.

 

ວັນທີ 22 ສິງຫາ 2019, ໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ CLMV ໂດຍການເປັນປະທານຂອງ ທ່ານ ວິລະສັກ ສົມພົງ, ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ CLMV ຂອງ ສປປ ລາວ. ກອງປະຊຸມ ໄດ້ຮັບຊາບຜົນຂອງກອງປະຊຸມໜ່ວຍງານວິຊາການ 8 ຂະແໜງການບູລິມະສິດ ແລະ ຄວາມຄືບໜ້າຂອງການ ຮ່າງຂອບການພັດທະນາ CLMV (Framework for CLMV Development), ຊຶ່ງມີແຜນຈະນໍາ ສະເໜີບັນດາຜູ້ນໍາ CLMV ຮັບຮອງເອົາໃນກອງປະຊຸມສຸດຍອດ CLMV ຄັ້ງທີ 10 ໃນຕົ້ນປີ 2020. ພ້ອມນີ້, ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຈັດຕັ້ງປະຕິບັດບັນດາວຽກງານການຮ່ວມມືໃນໄລຍະຜ່ານມາ ກໍຄື ຄວາມຄືບໜ້າ, ​ຂໍ້ຄົງຄ້າງ ແລະ ຂໍ້ສະເໜີໃນການແກ້ໄຂຮ່ວມກັນ ລວມທັງໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ຂອງຂອບການຮ່ວມມື CLMV. ນອກຈາກນັ້ນ, ສປປ ລາວ ໃນນາມເປັນປະທານ CLMV ໃນປະຈຸບັນ, ໄດ້ລາຍງານຕໍ່ກອງປະຊຸມ ກ່ຽວກັບ ການກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມສຸດຍອດ CLMV ຄັ້ງທີ 10 ໃນປີ 2020 ໂດຍສະເພາະຮ່າງວາລະກອງປະຊຸມ ແລະ ລາຍການເອກະສານສໍາຄັນຕ່າງໆ ທີ່ຈະສະເໜີຜູ້ນໍາ CLMV ພິຈາລະນາຮັບຮອງເອົາໃນກອງປະຊຸມສຸດຍອດ CLMV ຄັ້ງທີ 10.

 

ໃນໂອກາດດັ່ງກ່າວ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ກ່າວຄຳເຫັນໃນງານລ້ຽງຕ້ອນຮັບຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໂດຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມື CLMV ໃນການສືບຕໍ່ຮ່ວມມືກັນ ເພື່ອພັດທະນາເສດຖະກິດ-ສັງຄົມ ຢູ່ໃນພາກພື້ນ ກໍຄື ຢູ່ບັນດາປະເທດ CLMV ເພື່ອຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ  ໄດ້ຢ່າງເຂັ້ມແຂງ.

 

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍໄມຕີຈິດມິດຕະພາບ, ສາມາດບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485748
ມື້ນີ້47
ມື້ວານ206
ອາທິດນີ້784
ເດືອນນີ້5053