ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ບັງກະລາເທດ

2019.8.13-em-yauen-sarn

     ໃນວັນທີ 8 ສິງຫາ 2019, ທີ່ທໍານຽບປະທານາທິບໍດີນະຫຼອນຫຼວງ ດາກາ, ສາທາລະນະລັດ ປະຊາຊົນ ບັງກະລາເທດ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ເມັມ ອັບດູລ ຮາມິດ (M Abdul Hamid),     ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ປະຊາຊົນ ບັງກະລາເທດ ໂດຍມີສໍານັກງານຕັ້ງຢູ່ ນະຄອນຫຼວງນິວເດນລີ, ປະເທດອິນເດຍ.

     ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ຖືເປັນກຽດຢ່າງຍິ່ງທີ່ພະນະທ່ານປະທານາທິບໍດີໄດ້ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະເວລາການປະຕິບັດໜ້າທີ່ການທູດຢູ່ບັງກະລາເທດນີ້ ທ່ານຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບທີ່ມີມູນເຊື້ອດີງາມ ແລະ ການຮ່ວມມືສອງຝ່າຍໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານເອກອັກຄະລັດຖະທູດລາວກໍໄດ້ນໍາເອົາຄໍາອວຍພອນໄຊອັນປະສີດຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງປະທານາທິບໍດີ ເມັມ ອັບດູລ ຮາມິດ (M Abdul Hamid) ຈົ່ງມີພະລານາໄມແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ແລະ ໄດ້ຮັບຜົນສໍາລັດໃນໜ້າທີ່ ແລະ ຝາກເຊື້ອເຊີນພະນະທ່ານປະທານາທິບໍດີບັງກະລາເທດ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ພະນະທ່ານສະດວກ.  

     ສປປ ລາວ ແລະ ສປ ບັງກະລາເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1988, ເຖິງວ່າການພົວພັນຮ່ວມມືທາງດ້ານເສດຖະກິດຍັງມີຂອບເຂດຈໍາກັດ, ແຕ່ສອງຝ່າຍກໍໄດ້ມີການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນຂອງຄະນະຜູ້ແທນໃນລະດັບຕ່າງໆຢ່າງເປັນປົກກະຕິ ແລະ ໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວພາກພື້ນ ແລະ ສາກົນ.

     ສາທາລະນະລັດ ປະຊາຊົນ ບັງກະລາເທດມີເນື້ອທີ່ທັງໝົດ 147,570 ຕາຕະລາງກິໂລແມັດ ແລະ ມີປະຊາກອນທັງໝົດປະມານ 163 ລ້ານຄົນ (ຄາດກະໃນປີ 2019). ບັງກະລາເທດເປັນໜຶ່ງໃນບັນດາປະເທດອາຊີໃຕ້ທີ່ມີປະຊາກອນແໜ້ນໜາທີ່ສຸດໃນໂລກ, ສະເລ່ຍ 1,106 ຄົນຕໍ່ຕາຕະລາງກິໂລແມັດ; ເປັນນຶ່ງໃນບັນດາປະເທດອາຊີໃຕ້ທີ່ມີເສດຖະກິດຂະຫຍາຍຕົວໄວ ໃນລະດັບ 8.8% (2017) ແລະ ລາຍຮັບຕໍ່ຫົວຄົນຕໍ່ປີປະມານ 1,888 USD.ບັງກະລາເທດເປັນສູນກາງທາງດ້ານທຸລະກິດໃນອາຊີໃຕ້ ແລະ ເປັນປະເທດທີ່ມີສູນກາງເສດຖະກິດໃຫຍ່ທີ່ສຸດໃນທິດຕາເວັນອອກຂອງອາຊີໃຕ້ ໂດຍມີການຜະລິດເຄື່ອງນຸ່ງຫົ່ມ ແລະ ແຜນແຜ່ທີ່ໃຫຍ່ໃນອາຊີໃຕ້ ເພື່ອຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ ຊຶ່ງເປັນຂະແໜງການທີ່ນໍາລາຍໄດ້ຫຼັກມາສູ່ປະເທດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484486
ມື້ນີ້2
ມື້ວານ188
ອາທິດນີ້924
ເດືອນນີ້3791