ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໂຕະມົນ ປະຈຳປີ 2018 ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ພະນັກງານຂັ້ນນຳພາຂອງ ຂະແໜງ ແຜນການ ແລະ ຮ່ວມມືກັບຕ່າງປະເທດ ຢູ່ 08 ແຂວງພາກເໜືອ

20190704MDGs  ໃນວັນທີ 02 - 03 ກໍລະກົດ 2019,​ ທີ່ ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ, ກະຊວງການຕ່າງປະເທດຮ່ວມກັບ ກະຊວງແຜນການ ແລະ ການລົງທຶນໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs), ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໂຕະມົນ ປະຈຳປີ 2018 ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງແຂວງພາກເໜືອຊຶ່ງລວມມີ: ແຂວງ ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຊຽງຂວາງ, ຫົວພັນ, ໄຊຍະບູລີ ແລະ ຫຼວງພະບາງ.

ກອງປະຊຸມດັ່ງກ່າວ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການກ່າວເປີດຂອງ ທ່ານ ສຸກັນ ບຸນຍົງ, ຮອງເຈົ້າແຂວງຫຼວງພະບາງ ແລະ ພາຍໃຕ້ການເປັນປະທານດຳເນີນກອງປະຊຸມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ປພຍ ແຫ່ງຊາດ, ຊຶ່ງມີຜູ້​ຕາງ​ໜ້າ​ຈາກ ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ, ພະ​ແນກ​ການ​ຕ່າງ​ປະ​ເທດ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງ​ ຈາກ​ບັນ​ດາ 08 ແຂວງພາກ​ເໜືອ ເຂົ້າຮ່ວມຫຼາຍກ່ວາ 60 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດ ກ່ຽວກັບບົດບາດຄວາມສຳຄັນໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນລະດັບສູນກາງ ແລະ ທ້ອງຖິ່ນ. ໃນກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກບັນດາແຂວງພາກເໜືອ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກ​ງານການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງຖືເອົາວຽກງານລຶບ​ລ້າງ​ຄວາມ​ທຸກ​ຍາກເປັນບູລິມະສິດຕົ້ນຕໍ ໂດຍສຸມໃສ່ການພັດທະນາແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ ເວົ້າລວມ, ເວົ້າສະເພາະ ແມ່ນໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຂອງ ປພຍ ເຊັ່ນ: ແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດ ປພຍ ແລະ ແຜນດໍາເນີນງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ ປພຍ ທົ່ວປະເທດ ແລະ ທິດທາງການເຊື່ອມສານ ປພຍ ຮອດປີ 2030 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໃນໂອກາດດຽວກັນ, ກອງປະຊຸມໄດ້ມີການປຶກສາຫາລືກ່ຽວກັບ ສະຖານະພາບ ແລະ ຄວາມພະຍາຍາມໃນການຫຼຸດ​ພົ້ນ​ອອກ​ຈາກ ​ສະ​ຖາ​ນະ​ພາບ​ດ້ອຍ​ພັດ​ທະ​ນາ ຂອງ ສປປ ລາວ ພ້ອມດ້ວຍທິດທາງແຜນການໃນຕໍ່ໜ້າ ເພື່ອກະກຽມໃຫ້ແກ່ຂະບວນການຂ້າມຜ່ານຂອງການຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການເຜີຍແຜ່ ດຳລັດ 013/ນຍ ແລະ ຂໍ້ແນະນຳ 1064/ຕປທ.ຈສກ ວ່າດ້ວຍ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖຸບານ ພ້ອມດ້ວຍລະບຽບການອື່ນໆທີ່ກ່ຽວຂ້ອງ, ເພື່ອຊຸກຍູ່ເຮັດໃຫ້ການປະກອບສ່ວນຂອງ ອສບລ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການດ້ານການພັດທະນາຂອງ ສປປ ລາວ ໂດຍສະເພາະ ຢູ່ທ້ອງຖິ່ນ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້​ຮັບ​ຟັງ​ການເຜີຍແຜ່ ແລະ ຜັນຂະຫຍາຍຜົນຂອງກອງປະຊຸມໂຕະມົນ ປະຈຳປີ 2018, ພ້ອມດ້ວຍການນຳສະເໜີຮ່າງແນວຄິດເບື້ອງຕົ້ນ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX(2021-2025), ຄວາມສຳຄັນຂອງວຽກງານສະຖິຕິ ເພື່ອຕອບສະໜອງຕໍ່ການສ້າງນະໂຍບາຍດ້ານການພັດທະນາທີ່ສອດຄ່ອງ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ ແລະ ບັນດາເນື້ອໃນເອກະສານກ່ຽວກັບ ການຈັດຕັ້ງປະຕິບັດຫຼັກການ ຂອງຖະ​ແຫຼງ​ການ​ວຽງ​ຈັນ​ ວ່າ​ດ້ວຍ ການ​ເປັນ​ຄູ່​ຮ່ວມງານ​ ເພື່ອ​ການ​ພັດ​ທະ​ນາ​ທີ່ມີ​ປະ​ສິ​ດ​ທິ​ພາບ (2016-2025).

ກອງປະຊຸມສຳມະນາຄັ້ງນີ້ ແມ່ນມີຄວາມສຳຄັນ ປະກອບສ່ວນໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາພະນັກງານທີ່ວາງແຜນພັດທະນາ ໃນລະດັບທ້ອງຖິ່ນຢູ່ແຂວງພາກເໜືອ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ທີ່ຕິດພັນໂດຍກົງກັບວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ອົງການສະຫະປະຊາຊາດ, ພ້ອມທັງເປັນການສ້າງຄວາມເປັນເອກະພາບກັນ, ຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິຜົນສູ່ງກວ່າເກົ່າ ໂດຍອີງຕາມສະພາບຈຸດພິເສດດ້ານການພັດທະນາ ນັບຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480215
ມື້ນີ້45
ມື້ວານ157
ອາທິດນີ້613
ເດືອນນີ້6446