ໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2019, ທີ່ ທຳນຽບປະທານາທິບໍດີ, ນະຄອນຫລວງແບນກຣາດ, ສາທາລະນະລັດ ແຊັກບີ, ທ່ານ ສີທົງ ຈິດໂຍທິນ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Aleksandar Vucic, ປະທານາທິບໍດີ ແຫ່ງ ສາທາລະນະລັດ ແຊັກບີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ແຊັກບີ, ໂດຍມີສໍານັກງານສະຖານທູດຕັ້ງຢູ່ນະຄອນຫຼວງວຽນ, ປະເທດໂອຕຣິດ.
ໃນການພົບປະໂອ້ລົມ, ທ່ານສີທົງຈິດໂຍທິນໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດຈາກ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ Aleksandar Vucicແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນແຊັກບີທຸກຖ້ວນໜ້າ. ພ້ອມກັນນີ້, ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງແລະຖືເປັນກຽດຢ່າງສູງທີ່ທ່ານປະທານາທິບໍດີໄດ້ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວແລະໄດ້ໃຫ້ຄໍາໝັ້ນສັນຍາວ່າໃນໄລຍະເວລາການປະຕິບັດໜ້າທີ່ການທູດຢູ່ແຊັກບີທ່ານຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບແລະການຮ່ວມມືສອງຝ່າຍໃຫ້ມີບາດກ້າວໃໝ່ຂະຫຍາຍຕົວຂຶ້ນຕື່ມ.
ໃນໂອກາດນີ້, ທ່ານ Aleksandar Vucic ກໍໄດ້ສະແດງຄວາມຊົມເຊີຍແລະຕີລາຄາສູງຕໍ່ ທ່ານ ສີທົງ ຈິດໂຍທິນ ໃນການມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ສ.ແຊັກບີ, ໄດ້ສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ, ອວຍພອນໃຫ້ທ່ານເອກອັກຄະລັດຖະທູດຄົນໃໝ່ປະຕິບັດໜ້າທີ່ການທູດ ດ້ວຍຜົນສຳເລັດເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.