ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ປະຈໍາ ຊູແອດ ມອບເຄື່ອງນຸ່ງພື້ນເມືອງລາວ ໃຫ້ແກ່ ຫໍພິພິຕະພັນຊູແອດ

2019521-em-sweden-mop-khg

ໃນວັນທີ 21 ພຶດສະພາ 2019, ທີ່ ຫໍພິພິຕະພັນ Ethnography (Ethnografiska Museet), ນະຄອນຫຼວງສະຕ໋ອກໂຮມ, ຣາຊະອານາຈັກ ຊູແອດ, ໄດ້ມີພິທີມອບເຄື່ອງນຸ່ງພື້ນເມືອງລາວປະດັບດ້ວຍລາຍປັກດິ່ງຫຼວງພະບາງ ຈໍານວນ 3 ຊຸດ, ໃນນັ້ນມີຊຸດຍິງ 2 ຊຸດ ແລະ ຊຸດຊາຍ 1 ຊຸດ ໃຫ້ແກ່ ຫໍພິພິຕະພັນດັ່ງກ່າວ.ເຂົ້າຮ່ວມໃນພິທີມອບເຄື່ອງຄັ້ງນີ້, ຝ່າຍລາວມີ ທ່ານ ບຸນແພງ ຊາຍກັນຍາ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ຊູແອດ ພ້ອມດ້ວຍພັນລະຍາ ແລະ ພະນັກງານສະຖານທູດ, ຝ່າຍຊູແອດມີ ທ່ານ ນາງ ແອນ ຟໍລິນ (Ann Follin), ອະທິບໍດີຫໍພິພິຕະພັນແຫ່ງຊາດ ດ້ານວັດທະນະທໍາສາກົນ (National Museums of World Culture), ມີບັນດາທູຕານຸທູດ ພ້ອມດ້ວຍພັນລະຍາ, ພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມຫລາຍກວ່າ 50 ທ່ານ.

ໃນໂອກາດນີ້, ທ່ານ ນາງ ແອນ ຟໍລິນ ໄດ້ກ່າວຕ້ອນຮັບ ແລະ ເປີດງານ ໂດຍເນັ້ນເຖິງຄວາມໝາຍຄວາມສໍາຄັນຂອງການປົກປັກຮັກສາວັດທະນະທໍາຂອງນາໆຊາດໃນໂລກ ລວມທັງວັດທະນະທໍາລາວ ໂດຍໄດ້ກ່າວເຖິງຕົວຢ່າງຂອງບາງວັດຖຸທີ່ໄດ້ສະສົມຈາກລາວ. ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ບຸນແພງ ຊາຍກັນຍາ ກໍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງມູນເຊື້ອຕໍ່າຫູກທໍໄໝ ແລະ ຜະລິດເຄື່ອງນຸ່ງຫົ່ມ ຂອງລາວ, ໂດຍໄດ້ກ່າວເຖິງ ມູນເຊື້ອການປັກດິ້ງຂອງປະຊາຊົນລາວ ທີ່ໄດ້ຜະລິດຊຸດເຄື່ອງນຸ່ງປັກດິ້ງ ທີ່ໄດ້ນໍາໄປມອບໃຫ້ຫໍພິພິຕະພັນໃນຄັ້ງນີ້. ພ້ອມນີ້, ທ່ານ ນາງ ຟາເບຍ ມາກູຣິຕາ ມິດແມນ (Fabia Margurita Midman), ທີ່ປຶກສາປະຈໍາຫ້ອງການຄູ່ຮ່ວມຂອງອົງການສະຫະປະຊາຊາດ ດ້ານຊີວະນາໆພັນ, ຊຶ່ງເປັນຜູ້ແນະນໍາໃນການນໍາເອົາເຄື່ອງວັດຖຸມາມອບໃນຄັ້ງນີ້ ກໍໄດ້ກ່າວຄໍາເຫັນ ໂດຍໄດ້ເນັ້ນເຖິງຄວາມສໍາຄັນຂອງການທູດທາງດ້ານວັດທະນະທໍາ ທີ່ເປັນແນວທາງໜຶ່ງໃນການຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ.

ການມອບເຄື່ອງໃນຄັ້ງນີ້ ເປັນການສົ່ງເສີມ ແລະ ປົກປັກຮັກສາມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາ ທີ່ມີມາແຕ່ບູຮານນະການ ຢູ່ໃນ ຊູແອດ ແລະ ສາກົນ. ນອກນັ້ນ, ຍັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຊູແອດ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484562
ມື້ນີ້78
ມື້ວານ188
ອາທິດນີ້1000
ເດືອນນີ້3867