ໃນວັນທີ 04 ມິຖຸນາ 2019, ທີ່ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊູແອດ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊູແອດ ວ່າດ້ວຍການປຶກສາຫາລື ສອງຝ່າຍ, ຮ່ວມລົງນາມບົດບັນທຶກຄັ້ງນີ້ ຝ່າຍລາວແມ່ນ ທ່ານ ບຸນແພງ ຊາຍກັນຍາ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ຣາຊະອານາຈັກ ຊູແອດ ແລະ ຝ່າຍຊູແອດແມ່ນ ທ່ານ ນາງ ແອນນິກກາ ໂຊເດີ (Annika Sӧder), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊູແອດ.
ການເຊັນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ເປັນພື້ນຖານສຳຄັນໃຫ້ແກ່ການເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດກໍຄືລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກຊູແອດ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ບຸນແພງ ຊາຍກັນຍາ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ທ່ານ ນາງ ແອນນິກກາ ໂຊເດີ ກໍຄືຝ່າຍຊູແອດ ທີ່ໄດ້ໃຫ້ຄວາມສຳຄັນຕໍ່ການຮ່ວມມືສອງຝ່າຍ ພ້ອມທັງໃຫ້ກຽດລົງນາມໃນຄັ້ງນີ້ອີກດ້ວຍ. ໃນໂອກາດດຽວກັນນີ້, ທ່ານ ນາງ ແອນນິກກາ ໂຊເດີ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍໃນການປະຕິບັດໜ້າທີ່ຢ່າງຫ້າວຫັນ ຂອງ ທ່ານເອກອັກຄະລັດຖະທູດ ບຸນແພງ ຊາຍກັນຍາ ແລະ ທັງສອງກໍ່ໄດ້ສົນທະນາແລກປ່ຽນຄຳເຫັນ ກ່ຽວກັບ ສະພາບການເຄື່ອນໄຫວວຽກງານການທູດທີ່ມີສ່ວນກ່ຽວພັນກັບການພົວພັນສອງຝ່າຍ.