ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ນະຄອນຫຼວງມົດສະກູ ໄດ້ຈັດປາຖະກະຖາ ໃນໂອກາດວັນແມ່ຍິງສາກົນ ຄົບຮອບ 109 ປີ

2019313-emrusia-speech-woman

ໃນອາທິດຜ່ານມາ ສະຖານເອກອັກຄະລັດຖະທູດລາວ ປະຈຳ ສະຫະພັນ ຣັດເຊຍ ໄດ້ຈັດປາຖະກະຖາ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ທີ 8 ມີນາ ຄົບຮອບ 109 ປີ (8/3/1910-8/3/2019) ໂດຍການເຂົ້າຮ່ວມ ຂອງ ສະຫາຍ ສີວຽງເພັດ ເພັດວໍຣະສັກ, ເລຂາໜ່ວຍພັກສະຖານທູດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນ ຣັດເຊຍ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນປະຈຳສະຖານທູດລາວ ທີ່ ສ.ຣັດເຊຍ, ພະນັກງານສະຖານທູດ, ເອື້ອຍນ້ອງແມ່ຍິງສະຖານທູດ ແລະ ບັນດານັກສຶກສາຍິງທີ່ກຳລັງຮຽນຢູ່ນະຄອນຫຼວງມົດສະກູກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ສະຫາຍ ນາງ ສີສຸພັນ ພຸດທະວົງ, ຫົວໜ້າສະຫະພັນແມ່ຍິງສະຖານທູດລາວປະຈຳ ສະຫະພັນ ຣັດເຊຍ ໄດ້ຂື້ນເລົ່າມູນເຊື້ອຄວາມເປັນມາ, ຄວາມໝາຍຄວາມສຳຄັນ ແລະ ການກຳເນີດເກີດຂື້ນຂອງວັນແມ່ຍິງສາກົນ ໂດຍໄດ້ຍົກໃຫ້ເຫັນເຖິງການຕໍ່ສູ້ຂອງຂະບວນການແມ່ຍິງໃນທົ່ວໂລກ ນັບຕັ້ງແຕ່ສະໄໝພວກສັກດີນານາຍທືນເປັນ ຕົ້ນມາ ໄດ້ມີການກົດຂີ່ຂູດຮີດແຮງງານຂອງພວກສັກດີນານາຍທືນ ຕໍ່ຊາວຜູ້ອອກແຮງງານ ໂດຍສະເພາະຕໍ່ຊາວຜູ້ອອກແຮງງານທີ່ເປັນເພດຍິງ, ຊື່ງໃນເວລານັ້ນແມ່ຍິງຖືກດູຖູກໝີ່ນປະໝາດ, ຖືແມ່ຍິງເປັນສິນຄ້າ,ເປັນເຄື່ອງຫລີ້ນສຳລັບເພດຊາຍ, ການເຮັດວຽກບໍ່ມີການຮັບປະກັນຄວາມປອດໄພ ແລະ ບໍ່ມີລະບອບປົກປ້ອງຕໍ່ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ໂດຍສະເພາະໃນເວລາຖືພາ ໃນເວລາເກີດລູກ ຫລືເຈັບເປັນ ແມ່ຍິງກໍ່ບໍ່ໄດ້ຮັບຄວາມເອົາໃຈໃສ່ເບີ່ງແຍງຫລືການປີ່ນປົວ. ໃນວັນທີ 8 ມີນາ ປີ 1910, ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດ ທີ່ໄດ້ຈັດຂຶ້ນ ຢູ່ ນະຄອນໂກເປນຮາກ ເມືອງຫລວງ ຂອງປະເທດ ເດນມາກ ຊື່ງມີ 17 ປະເທດເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ ໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ, ຊື່ງເປັນເຫດການ-ການເມືອງ ທີ່ສຳຄັນ,ເປັນຂີດໝາຍ ແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ.

ພັກ-ລັດຖະບານ ແຫ່ງ ສປປ ລາວ ໄດ້ມີແນວທາງນະໂຍບາຍຕໍ່ການພັດທະນາ, ການປົກປ້ອງສິດຜົນປະ ໂຫຍດຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ຊຶ່ງໄດ້ກຳນົດແຈ້ງຢູ່ໃນລັດຖະທຳມະນູນ ແລະ ໃນກົດໝາຍຕ່າງໆ ພ້ອມນັ້ນ, ລັດຖະບານ ສປປ ລາວ ຍັງໄດ້ເປັນລັດພາຄີຂອງສົນທິສັນຍາສາກົນຫຼາຍສະບັບ ກ່ຽວກັບການປົກປ້ອງສິດທິຂອງແມ່ຍິງໃນດ້ານຕ່າງໆເວົ້າລວມ, ເວົ້າສະເພາະໃນຂົງເຂດການຕ່າງປະເທດ ໂດຍປະຕິ ບັດຕາມແນວທາງການຕ່າງປະເທດຂອງພັກ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ເຄົາລົບອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ, ບົນເນື້ອໃນຈິດໃຈດັ່ງກ່າວ, ໜ່ວຍສະຫະພັນແມ່ຍິງລາວ ປະຈຳສະຖານທູດ ໄດ້ເອົາໃຈໃສ່ເຄຶ່ອນໄຫວວຽກງານການທູດ ເພື່ອເສີມສ້າງມິດຕະພາບ ແລະ ການຮ່ວມມືກັບປະເທດເຈົ້າພາບກໍ່ຄືເພື່ອນມິດສາກົນໃນຂົງເຂດດັ່ງກ່າວ.

     ໃນໂອກາດດັ່ງກ່າວ ທູດເຮົາໄດ້ໃຫ້ກຽດໂອ້ລົມຕໍ່ເອື້ອຍນ້ອງແມ່ຍິງ ຊື່ງ ສະຫາຍ ໄດ້ສະແດງຄວາມຊົມ

ເຊີຍຕໍ່ຜົນສຳເລັດໃນດ້ານຕ່າງໆທີ່ເອື້ອຍນ້ອງສາມາດຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນບົດບາດ, ໜ້າທີ່ອັນສຳຄັນຂອງແມ່ຍິງລາວເຮົາ. ພ້ອມນີ້ ສະຫາຍ ໄດ້ເນັ້ນໜັກຕໍ່ບັນດານັກສຶກສາລາວ ທີ່ກຳລັງສຶກສາຢູ່ ສະຫະ ພັນຣັດເຊຍ ໂດຍສະເພາະນັກສຶກສາເພດຍິງ ໃຫ້ສືບຕໍ່ສົ່ງເສີມມູນເຊື້ອວັດທະນະທຳ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາແລະ ຕັ້ງໜ້າເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ສືບຕໍ່ເອົາໃຈໃສ່ໃນການຄົ້ນຄວ້າຮ່ຳຮຽນເພື່ອໃຫ້ກາຍເປັນຜູ້ສືບທອດທີ່ດີມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ແລະ ເປັນກຳລັງແຮງອັນສຳຄັນຂອງປະເທດຊາດສືບຕໍ່ໄປ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485409
ມື້ນີ້110
ມື້ວານ227
ອາທິດນີ້445
ເດືອນນີ້4714