ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ແລະ ສະຫະພາບເອີຣົບ ສົນທະນາ ກ່ຽວກັບ ສິດທິມະນຸດ ຄັ້ງທີ 9

20190307TLDMOFA

ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດພົບປະສົນທະນາດ້ານສິດທິມະນຸດ ແລະ ການປົກຄອງ ຄັ້ງທີ 9, ໃນວັນທີ 7 ມີນາ 2019 ທີ່ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນລາວ ນໍາໂດຍ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກ ສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ ​ແລະ ສານ​ປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ; ຄະ​ນະ​ຜູ້​ແທນສະຫະພາບເອີຣົບ ນໍາໂດຍ ທ່ານ ເດວິດ ດາລີ, ຫົວໜ້າຫ້ອງການ ຮັບຜິດຊອບພາກພື້ນອາຊີຕາເວັນອອກສຽງໃຕ້ ຂອງສໍານັກງານພົວພັນຕ່າງປະເທດສະຫະພາບເອີຣົບ, ​ມີ ທ່ານ ​ລີ​ໂອ ຟາ​​ເບີ, ​ເອກ​ອັກຄະ​ລັດຖະທູດສະຫະພາບ​ເອີ​ຣົບ, ​ເຈົ້າ​ໜ້າ​ທີ່​ທີ່​ມາຈາກ​ສຳນັກງານ​ພົວພັນ​ຕ່າງປະ​ເທດ​ສະຫະພາບ​ເອີຣົບ ທີ່ ບຣຸກ​ແຊນ, ເຈົ້າໜ້າທີ່ສຳນັກງານຕາງໜ້າສະຫະພາບເອີຣົບ ແລະ ປະເທດສະມາຊິກສະຫະພາບເອີຣົບ ທີ່ ​ນະຄອນຫຼວງ​ວຽງ​ຈັນ ເຂົ້າຮ່ວມ.

ບັນດາຫົວຂໍ້ສົນທະນາ ຊຶ່ງສອງຝ່າຍໄດ້​ແລກປ່ຽນກັນໃນ​ກອງ​ປະຊຸມ​ຄັ້ງ​ນີ້ ລວມມີ ຄວາມຄືບໜ້າຂອງວຽກງານສິດທິມະນຸດຢູ່ ສປປ ລາວ ແລະ ຢູ່ສະຫະພາບເອີຣົບ ນັບ​ແຕ່​ກອງ​ປະຊຸມ​ຄັ້ງ​ທີ 8 ຜ່ານ​ມາ​ໃນ​ເດືອນ​ມີນາ 2018; ການປົກຄອງດ້ວຍກົດໝາຍ ​ໃນ​ນັ້ນ​ລວມມີ​ປະ​ມວນ​ກົດໝາຍ​ອາຍາ ​ແລະ ການ​ສຳ​ເລັດ​ຮ່າງ​ກົດໝາຍ​ແພ່ງ​ຂອງ ສປປ ລາວ; ການ​ລົບ​ລ້າງ​ໂທດ​ປະຫານ​ຊີວິດຢູ່​ເອີຣົບ ​ແລະ ຄວາມ​ຈໍາ​ເປັນ​ໃນ​ການ​ຮັກສາໂທດ​ປະຫານ​ຊີວິດ​ຢູ່​ໃນ ສປປ ລາວ; ສິດທິຂອງພົນລະເມືອງ, ສິດທິ​ທາງດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ; ສິດທິແມ່ຍິງ, ເດັກນ້ອຍ, ຄົນ​ພິການ ​ແລະ ບັນດາຊົນ​ເຜົ່າ; ການຮ່ວມມືໃນເວທີຫຼາຍຝ່າຍ ແລະ ການສູ້​ຊົນຫຼຸດພົ້ນຈາກສະຖານະ​ພາບປະເທດດ້ອຍພັດທະນາຂອງ ສປປ ລາວ ​ແລະ ການ​ຮັກສາ​ສິດທິ​ພິ​ເສດ​ດ້ານ​ການ​ຄ້າ (EBA) ຂອງ ສະຫະພາບ​ເອີຣົບ; ​ເສລີພາບ​ໃນ​ການສະ​ແດງ​ອອກ, ສື່​ມວນ​ຊົນ; ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມຢູ່​ເອີຣົບ ​ແລະ ຢູ່ ສປປ ລາວ; ຂໍ້ສະ​ເໜີ​ແນະ​ພາຍ​ໃຕ້​ກົນ​ໄກ​ການ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ (UPR) ຮອບ​ວຽນ​ທີ 2 ​ແລະ ການ​ກະກຽມ​ຂອງ ສປປ ລາວ ​ໃນ​ການ​ເຂົ້າ​ຮ່ວມ​ກົນ​ໄກ​ການ​ທົບ​ທວນ​ປະຈຳ​ໄລຍະ (UPR) ຮອບ​ວຽນ​ທີ​ 3 ​ໃນ​ເດືອນ​ມັງກອນ 2020; ການ​ລົງ​ນາມ ​ແລະ ​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ສາກົນ​ທີ່​ກ່ຽວຂ້ອງ; ການ​ຢ້ຽມຢາມ​ຂອງ​ຜູ້​ລາຍ​ງານ​ພິ​ເສດ ສປຊ ຕາມ​ການ​ເຊື້ອ​ເຊີນ​ຂອງ​ລັດຖະບານ ສປປ ລາວ; ຜົນສໍາ​ເລັດ​ຂອງ​ການ​ສະ​ເໜີບົດ​ລາຍ​ງານ​ພາຍ​ໃຕ້ ​ສົນທິສັນຍາ ວ່າ​ດ້ວຍ ສິດທາ​ງດ້ານ​ການ​ເມືອງ ​ແລະ ສິດ​ຂອງ​ພົນລະ​ເມືອງ (ICCPR), ສົນທິສັນຍາ ວ່າ​ດ້ວຍ ການ​ລົບ​ລ້າງ​ທຸກ​ຮູບ​ການ​ການຈຳ​ແນ​ກຕໍ່​ແມ່ຍິງ (CEDAW), ສົນທິສັນຍາ ວ່າ​ດ້ວຍ ສິດທິ​ເດັກ (CRC) ຂອງ ສປປ ລາວ ​ໃນ​ປີ 2018 ຢູ່ ​ສຳນັກງານ​ອົງການ​ສະຫະ​ປະຊາ​ຊາດ ທີ່ ເຊີ​ແນວ.

ໃນການພົບປະຄັ້ງ​ນີ້, ຝ່າຍສະຫະພາບເອີຣົບ ໄດ້ຕີລາຄາຜົນສໍາເລັດການປະຕິບັດວຽກງານສິດທິມະນຸດ ​ແລະ ການ​ປົກຄອງ ຂອງ ສປປ ລາວ, ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ລາວ​ໃນ​ການສ້າງ​ລັດ​ທີ່ປົກຄອງດ້ວຍກົດໝາຍ ຮອດປີ 2020. ​ສະຫະພາບ​ເອີຣົບ ຢືນຢັນ​ຄືນຈະສືບຕໍ່ໃຫ້ການຮ່ວມມືແກ່ ສປປ ລາວ ​ໃນ​ວຽກ​ງານ​ດັ່ງກ່າວ​ນີ້ ​ໂດຍ​ຜ່ານ​ບັນດາ​ໂຄງການ​ຊ່ວຍ​ເຫຼືອ​ຂອງ​ຕົນ. ຝ່າຍລາວ ກໍໄດ້ຕີລາຄາການປະຕິບັດວຽກງານສິດທິມະນຸດຢູ່ສະຫະພາບເອີຣົບ, ​ຮຽກຮ້ອງ​ໃຫ້ສະຫະພາບເອີຣົບ ຮັບປະກັນສິດທິມະນຸດ ​ແລະ ການ​ບໍ່​ຈຳ​ແນ​ກໃນການແກ້ໄຂບັນຫາການເຄື່ອນຍ້າຍຄົນ​ເຂົ້າ​ເມືອງ ​ແລະ ບັນຫາ​ອົບ​ພະຍົບ, ພ້ອມ​ທັງ​ຊອກ​ຫາ​ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ເກີດ​ມີ​ບັນຫາ​ດັ່ງກ່າວ ​ເຊິ່ງ​ເປັນ​ສິ່ງ​ທ້າ​ທາຍຫຼາຍຕໍ່​ບັນດາ​ປະ​ເທດ​ເອີຣົບ ​ໃນ​ປະຈຸ​ບັນ. ສອງຝ່າຍໄດ້ສົນທະນາ ກ່ຽວກັບ ບາງກໍລະນີບຸກຄົນທີ່ສະຫະພາບເອີຣົບ ມີຄວາມສົນໃຈຢູ່ ສປປ ລາວ ຊຶ່ງຝ່າຍລາວກໍໄດ້ຊີ້ແຈງອະທິບາຍ ອັນໄດ້ເຮັດໃຫ້ຝ່າຍສະຫະພາບເອີຣົບ ມີຄວາມເຂົ້າໃຈຫຼາຍຂຶ້ນຕື່ມ ກ່ຽວກັບ ນະໂຍບາຍ, ກົດໝາຍ, ມາ​ດຕະການ ແລະ ສະພາບຄວາມເປັນຈິງຢູ່ ສປປ ລາວ.

ການ​ສົນທະນາປະຈຳ​ປີ​ດ້ານ​ສິດທິ​ມະນຸດ ​ແລະ ການປົກຄອງ ລະຫວ່າງ ສປປ ລາວ ​ແລະ ສະຫະພາບ​ເອີຣົບ ​ເປັນ​ກົນ​ໄກ​ປຶກສາ​ຫາລື​ແບບ​ບໍ່​ເປັນ​ທາງ​ການ​ໜຶ່ງຂອງ​ຄະນະ​ກຳມາ​ທິການ​ຮ່ວມ ສປປ ລາວ-ສະຫະພາບ​ເອີຣົບ (JC). ນອກຈາກ​ການ​ສົນທະນາ​ດ້ານ​ສິດທິ​ມະນຸດ ​ແລະ ການ​ປົກຄອງ​ແລ້ວ ຍັງ​ມີ​ກົນ​ໄກ​ການ​ສົນທະນາ​ດ້ານ​ການ​ຄ້າ ​ແລະ ການ​ຮ່ວມ​ມື​ອີກ​ດ້ວຍ ​ໃນ​ຂອບ​ຂອງ​ຄະນະ​ກຳມາ​ທິການ​ຮ່ວມລະຫວ່າງ​ສອງ​ຝ່າຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483957
ມື້ນີ້81
ມື້ວານ183
ອາທິດນີ້395
ເດືອນນີ້3262