ໃນວັນທີ 8 ທັນວາ 2018 ຜ່ານມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ອູລານບາຕໍ, ປະເທດ ມົງໂກລີ ໄດ້ຮ່ວມກັບນັກສຶກສາລາວ ທີ່ກຳລັງສຶກສາຮ່ຳຮຽນຢູ່ ມົງໂກລີ ຈັດງານສະເຫລີມສະຫລອງ ວັນຊາດ 2 ທັນວາ ຄົບຮອບ 43 ປີ.
ໃນໂອກາດນີ້, ທ່ານ ສີອາລຸນກອນ ແສງອຸທອນ, ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ມົງໂກລີ ໄດ້ໂອ້ລົມ ຕໍ່ພະນັກງານຂອງສະຖານທູດ ພ້ອມດ້ວຍນັກສຶກສາ ແລະ ອວຍພອນພະນັກງານ ແລະ ນັກສຶກສາທຸກຄົນ ຈົ່ງມີພະລານາໄມສົມບູນ, ມີຄວາມສາມັກຄີ, ຊ່ວຍເຫລືອຊຶ່ງກັນ ແລະ ກັນ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ວິຊາຄວາມຮູ້, ຮຽນໃຫ້ເກັ່ງ-ເສັງໃຫ້ໄດ້ ເພື່ອນຳໄປປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ, ລວມເຖິງການເຄົາລົບລະບຽບການຂອງປະເທດເຈົ້າພາບ ກໍຄື ລະບຽບຂອງສະຖາບັນບ່ອນສຶກສາຢູ່.