ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສ ແອັກແມັກ ສະໄໝພິເສດ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ການເງິນ ແອັກແມັກ, ທີ່ ບາງກອກ, ປະເທດໄທ

20181130-som acmac

ໃນວັນທີ 29-30 ພະຈິກ 2018, ຄະ​ນະ​ຜູ້​ແທນ ສ​ປ​ປ ລາວ ນຳ​ໂດຍ ທ່ານ ສົງການ ຫລວງມຸນິນທອນ, ຫົວຫນ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງ​ເປັນ​ຫົວໜ້າ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ແອັກ​ແມັກ (ACMECS) ຂອງ ສ​ປ​ປ ລາວ ພ້ອມດ້ວຍຄະນະຜູ້ແທນ ຈາກ ກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ, ທະນາຄານ ແຫ່ງ ສ​ປ​ປ ລາວ ແລະ ສຳ​ນັກ​ງານຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງຫຼັກ​ຊັບ ລວມ​ທັງ​ ຜູ້​ຕາງໜ້າ​ຈາກ ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສ​ປ​ປ ລາວ ປະ​ຈຳ ຣາ​ຊະ​ອາ​ນາ​ຈັກ ໄທ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສ ແອັກແມັກ ສະໄຫມພິເສດ ທີ່ ບາງກອກ, ປະ​ເທດ​ໄທ. ໃນ​ໂອ​ກາດ​ດຽວ​ກັນ, ໄດ້​ມີກອງປະຊຸມເຈົ້າຫນ້າທີ່ອາວຸໂສ ການເງິນແອັກແມັກ ຄັ້ງ​ທຳ​ອິດ ເພື່ອ​ປຶກ​ສາຫາ​ລື ກ່ຽວ​ກັບ ກົນ​ໄກ​ການ​ລະ​ດົມ​ທຶນ ໃນ​ຂອບ​ການ​ຮ່ວມ​ມື​ດັ່ງ​ກ່າວ ເພື່ອ​ຮອງ​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບັນ​ດາໂຄງ​ການ​ບຸ​ລິ​ມະ​ສິດ ແລະ ໂຄງ​ການ​ຕ່າງໆ ຢູ່​ໃນ​ແຜນ​ປະ​ຕິ​ບັດ​ງານ ຂອງ ແຜນ​ແມ່​ບົດ​ແອັກ​ແມັກ 2019-2023 ທີ່​ບັນ​ດາ​ຜູ້​ນຳ ໄດ້​ຮັບ​ຮອງ​ເອົາ​ຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດ ແອັກ​ແມັກ ຄັ້ງ​ທີ 8 ໃນ​ເດືອນ​ມິ​ຖຸ​ນາ 2018 ທີ່ ບາງກອກ ຜ່ານ​ມາ.

ກອງປະຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ແອັກ​ແມັກ ສະ​ໄໝ​ພິ​ເສດ ໄດ້ພ້ອມ​ກັນປືກສາຫາລື ກ່ຽວກັບ ການມີສ່ວນຮ່ວມຂອງບັນດາຄູ່ຮ່ວມພັດທະນາ ເຂົ້າໃນຂອບການຮ່ວມມື ແອັກແມັກ, ຊຶ່ງກອງ​ປະ​ຊຸມ​ ໄດ້​ຮັບ​ຮອງ​ເອົາ ເອ​ກະ​ສານ​ແນວ​ຄວາມ​ຄິດ ວ່າ​ດ້​ວຍ ຄູ່​ຮ່ວມ​ພັດ​ທະ​ນາ​ຂອງ​ແອັກ​ແມັກ (Concept Paper on ACMECS Development Partner) ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ ​ຕໍ່ ​ບັນ​ດາແຜນວຽກຂອງ ຄະນະກໍາມະການປະສານງານ ແອັກແມັກ ສຳລັບ 3 ເສົ້າຄ້ຳ ຂອງແຜນແມ່ບົດ ແອັກແມັກ 2019-2023 ຄື:1). ການເຊຶ່ອມຈອດ ແອັກແມັກທີ່ໂລ່ງລ່ຽນ, 2). ການສ້າງເສດຖະກິດແອັກແມັກ ທີ່ມີການປະສານສົມທົບກັນ ແລະ 3). ການພັດທະນາ ທີ່ຍືນຍົງ ແລະ ທັນສະໄຫມ ໂດຍເນັ້ນໃສ່ການພັດທະນາ ຊັບພະຍາກອນມະນຸດ ແລະ ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄຫມ.

ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ການເງິນແອັກແມັກ ໄດ້ປືກສາຫາລື ກ່ຽວກັບ ແນວ​ຄວາມ​ຄິດ​ໂດຍ​ລວມ ໃນການສ້າງຕັ້ງກອງທຶນແອັກແມັກ ແລະ ກົນ​ໄກ​ການ​ລະ​ດົມ​ທຶນ ທີ່​ມີ​ນະ​ວັດ​ຕະ​ກຳ ສຳ​ລັບ ຂອບ​ການ​ຮ່ວມ​ມື​ແອັກ​ແມັກ ແລະ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ຕໍ່ ​ແຜນ​ວຽກ​ໃນ​ຕໍ່​ໜ້າ ເພື່ອ​ສືບ​ຕໍ່ປຶກ​ສາ​ຫາ​ລືກັນ ເພື່ອ​ຄວາມ​ເປັນ​ເອ​ກະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

ກອງປະຊຸມເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ແອັກ​ແມັກ, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ​ການ​ເງິນ ແອັກ​ແມັກ ແລະ    ກອງ​ປະ​ຊຸມ ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ 3 ສຳ​ເຄົ້າ ຂອງ ແຜນ​ແມ່​ບົດ​ແອັກ​ແມັກ ​ຄັ້ງ​ຕໍ່​ໄປຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມີ​ນາ 2019 ທີ່ ສຽມ​ລຽບ, ກຳ​ປຸ​ເຈຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485408
ມື້ນີ້109
ມື້ວານ227
ອາທິດນີ້444
ເດືອນນີ້4713