ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາວິຊາການ ໃນຫົວຂໍ້: “ໜຶ່ງແລວໜຶ່ງເສັ້ນທາງ: ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ ສປປ ລາວ”

IFAChNWeb

 

ໃນຕອນເຊົ້າຂອງວັນທີ 21 ພະຈິກ 2018, ທີ່ ສູນຝຶກອົບຮົມແລະ ຮ່ວມມືສາກົນ (ICTC), ນະຄອນຫຼວງວຽງຈັນ, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມສຳມະນາວິຊາການຂຶ້ນ ພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ: ກາລະໂອກາດ ແລະ ສິ່ງທ້າທາຍ ຕໍ່ ສປປ ລາວ”. ກ່າວເປີດກອງປະຊຸມສຳມະນາໃນຄັ້ງນີ້ແມ່ນ ທ່ານ ນາງ ໄກມະນີ ອໍລະບູນ, ຮອງຫົວໜ້າສະຖາບັນການຕ່າງປະເທດ ແລະ ທ່ານ ຊິນ ເສິນ, ເລຂາເອກ ສະຖານເອກອັກຄະລັດຖະທູດ ສປ ຈີນ, ທີ່ ນະຄອນຫຼວງວຽງຈັນ. ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມທີ່ເປັນນັກຄົ້ນຄວ້າ ແລະ ນັກວິຊາການ ຈາກບັນດາສະຖາບັນ ແລະ ຂະແໜງການຕ່າງໆຂອງພາກລັດ ເຂົ້າຮ່ວມຫຼາຍກວ່າ 40 ທ່ານ.

 

ຈຸດປະສົງຂອງການຈັດກອງປະຊຸມສຳມະນາໃນຄັ້ງນີ້ ເພື່ອເປັນການເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ, ລວມທັງທັດສະນະ ແລະ ຂໍ້ສະເໜີ ໃນຂອບການພົວພັນຮ່ວມມື ລາວ-ຈີນ, ໂດຍສະເພາະໃນການຈັດຕັ້ງປະຕິບັດບັນດາໂຄງການທີ່ນອນໃນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ຫຼື BRI (Belt and Road Initiative). ກອງປະຊຸມໄດ້ສົນທະນາ 03 ເນື້ອໃນສຳຄັນ: 1) ຍຸດທະສາດຂອງລາວ ແລະ ພາກພື້ນ ຕໍ່ກັບຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”, 2) ໜຶ່ງແລວໜຶ່ງເສັ້ນທາງ ຢູ່ ສປປ ລາວ ກັບ ເປົ້າໝາຍການພັດທະນາແບບຍືນຍົງ ແລະ 3) ການຮ່ວມມືໃນຂົງເຂດຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຂອບຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ. ຊຶ່ງໃນນັ້ນ, ໄດ້ເນັ້ນໃສ່ການປຶກສາຫາລືທາງດ້ານກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດບັນດາໂຄງການ ໃນຂອບການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ, ໂດຍສະເພາະແມ່ນການປະຕິບັດນະໂຍບາຍ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ສູ່ການເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງຂອງພາກພື້ນ ໂດຍຜ່ານການຈັດຕັ້ງປະຕິບັດໂຄງການຂອງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ, ໂດຍສະເພາະ ໂຄງການເສັນທາງລົດໄຟຄວາມໄວສູງລາວ-ຈີນ ຈາກນະຄອນຄຸນມິງ ຫາ ນະຄອນຫຼວງວຽງຈັນ ທີ່ກຳລັງດຳເນີນການກໍ່ສ້າງ ແລະ ຄາດວ່າຈະໃຫ້ສຳເລັດພາຍໃນປີ 2021, ເຊິ່ງເຫັນວ່າໂຄງການດັ່ງກ່າວ ນອກຈາກຈະອຳນວຍຄວາມສະດວກໃຫ້ແກ່ການເດີນທາງ ແລະ ຂົນສົ່ງສິນຄ້າແລ້ວ; ຍັງຈະເປີດໂອກາດໃຫ້ແກ່ການສ້າງວຽກເຮັດງານທຳ, ການຂົນສົ່ງສິນຄ້າໄດ້ຢ່າງສະດວກ ແລະ ວ່ອງໄວ, ການຕິດຕໍ່ພົວພັນ ລະຫວ່າງ ປະຊາຊົນ ກໍຄື ການແລກປ່ຽນດ້ານການທ່ອງທ່ຽວລະຫວ່າງ ລາວ-ຈີນ ໃຫ້ຫຼາຍຂື້ນ.

 

ຄ່ຽງຄູ່ກັບກາລະໂອກາດ, ສປປ ລາວ ກໍ່ຍັງມີສິ່ງທ້າທາຍຫລາຍປະການ, ເປັນຕົ້ນແມ່ນ ຄວາມສ່ຽງຕໍ່ການຊຳລະພັນທະກູ້ຢືມໂຄງການ, ບັນຫາດ້ານສິ່ງແວດລ້ອມ ແລະ ບັນຫາອື່ນໆທີ່ກ່ຽວກັບສັງຄົມ ເຊັ່ນ: ການຄ້າມະນຸດ, ສິ່ງເສບຕິດ, ບັນຫາການແຜ່ລະບາດຂອງພະຍາດ ແລະ ອື່ນໆ. ຕໍ່ກັບສິ່ງທ້າທາຍດັ່ງກ່າວ, ບັນດາມາດຕະການອັນສຳຄັນແມ່ນການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ, ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ໂດຍສະເພາະພະນັກງານທ້ອງຖິ່ນ, ການກຳນົດຄວາມສ່ຽງຢ່າງລະອຽດຂອງບັນດາໂຄງການ ທີ່ມີການຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ລວມທັງການເຜີຍແຜ່ໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ ຕໍ່ກັບການຈັດຕັງປະຕິບັດໂຄງການດັ່ງກ່າວ ຈະສາມາດຊ່ວຍຮັບມືຜົນກະທົບຂອງສິ່ງທ້າທາຍທີ່ໄດ້ກ່າວມາຂ້າງເທິງ.

 

ປະຈຸບັນ ໂຄງການເຊື່ອມໂຍງພາກພື້ນຕາມຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແມ່ນກວມເອົາຫຼາຍກວ່າ 60 ປະເທດໃນທົ່ວໂລກ ຫຼື ເທົ່າກັບ 1/3 ຂອງຍອດຜະລິດຕະພັນພາຍໃນຂອງໂລກ ແລະ ເກືອບ 2/3 ຂອງປະຊາກອນໂລກ (ທະນາຄານໂລກ, 2018). ອີງຕາມກະຊວງການຄ້າຂອງຈີນ, ສໍາລັບໄຕມາດທຳອິດຂອງປີ 2017, ຈີນສາມາດສ້າງເຂດເສດຖະກິດ 75 ແຫ່ງ ແລະ ຮ່ວມມືການຄ້າກັບ 24 ປະເທດທີ່ມີໂຄງການຂໍ້ລິເລີ່ມໜຶ່ງແລວໜຶ່ງເສດຖະກິດ ນຳມາສູ່ການຈ້າງງານເກືອບ 300.000 ຄົນ (ເຊິນ, 2017).

 

ກອງປະຊຸມສຳມະນາໃນຄັ້ງນີ້, ນອກຈາກຈະເປັນການເປີດເວທີໃຫ້ບັນດານັກຄົ້ນຄວ້າ ແລະ ນັກວິຊາການ ຈາກຂະແໜງການຕ່າງໆຂອງພາກລັດໄດ້ຮ່ວມກັນປຶກສາຫາລື ແລະ ຖອດຖອນບົດຮຽນແລ້ວ, ຍັງຖືເປັນໂອກາດໃນການສ້າງເຄື່ອຄ່າຍລະຫວ່າງຂະແໜງການຕ່າງໆ ກໍຄື ບັນດາສະຖາບັນຂອງແຕ່ລະກະຊວງທີ່ມີການພົວພັນຮ່ວມມືກັບ ສປຈີນ,ມີຄວາມເຂົ້າໃຈເປັນເອກະພາບກັນດ້ານທັດສະນະ ແລະ ມີການແລກປ່ຽນຂໍ້ມູນຂ່າວສານກັນຢ່າງເປັນປະຈຳ. ທັງໝົດນີ້ກໍເພື່ອຮັບປະກັນຜົນປະໂຫຍດຂອງຊາດ ກໍຄື ການພົວພັນລະຫວ່າງສອງຊາດ ລາວ-ຈີນ ໃຫ້ປະສົບຜົນສຳເລັດໃນທຸກໆດ້ານຢ່າງຈົບງາມ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484297
ມື້ນີ້1
ມື້ວານ273
ອາທິດນີ້735
ເດືອນນີ້3602