ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານລາວ ແຕ່ງຕັ້ງ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ແຂວງຟູກູໂອກະ, ປະເທດ ຍີ່ປຸ່ນ

2018.11.21LaoEmbToJapan

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດ ຍີ່ປຸ່ນ ໄດ້ສຳເລັດການຈັດພິທີມອບສານແຕ່ງຕັ້ງຢ່າງສົມກຽດ ໃຫ້ແກ່ ທ່ານ ເທັດສຶຈິ ກາວາເບະ (Mr. Tetsuji KAWABE), ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ແຂວງຟູກູໂອກະ, ປະເທດຍີ່ປຸ່ນ ໃນວັນທີ 21 ພະຈິກ 2018, ໂດຍ ທ່ານ ວິໂຣດສູນດາຣາ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດຍີ່ປຸ່ນ ເປັນຜູ້ຕາງໜ້າໃຫ້ລັດຖະບານລາວ ມອບສານແຕ່ງຕັ້ງໃຫ້ ກົງສຸນກິດຕິມະສັກລາວຄົນໃໝ່ ໃນຄັ້ງນີ້, ເຊິ່ງໃນພິທີດັ່ງກ່າວໄດ້ມີພະນັກງານສະຖານທູດ ແລະ ຝ່າຍຍີ່ປຸ່ນ ທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ເທັດສຶຈິ ກາວາເບະ, ໄດ້ຮັບການຕົກລົງແຕ່ງຕັ້ງຢ່າງເປັນທາງການຈາກລັດຖະບານລາວ ແລະ ຍີ່ປຸ່ນ, ໃນວັນທີ 16 ສິງຫາ 2018 ໃຫ້ດຳລົງຕຳແໜ່ງກົງສຸນກິດຕິມະສັກຂອງລາວ ປະຈຳແຂວງ ຟູກູໂອກະ, ເຊິ່ງຜູ້ກ່ຽວໄດ້ເຄື່ອນໄຫວຢ່າງຫ້າວຫັນເຂົ້າຮ່ວມປະກອບສ່ວນຊຸ້ກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງລາວ ແລະ ຢີ່ປຸ່ນ ໄດ້ເປັນຢ່າງດີ, ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ກ່ຽວກັບ ສປປ ລາວ ຢູ່ຕາມສະຖານທີ່ຕ່າງໆ ໃນຍີ່ປຸ່ນ, ເຄື່ອນໄຫວພົບປະປືກສາຫາລືຮ່ວມກັບຫຼາຍພາກສ່ວນທຸລະກິດ, ກຸ່ມນັກທຸລະກິດຍີ່ປຸ່ນແລະ ອົງການຕ່າງໆ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃນການພົວພັນຮ່ວມມືນັກທຸລະກິດລາວ-ຍີ່ປຸ່ນ ໃຫ້ຫຼາຍຂື້ນໃນຫຼາຍດ້ານເຊັ່ນ:ດ້ານການຄ້າ-ການລົງທຶນ, ການສຶກສາ, ວັດທະນະທຳ-ສັງຄົມ ແລະ ທ່ອງທ່ຽວ.

ໃນພິທີດັ່ງກ່າວ ທ່ານທູດ ວິໂຣດ ສູນດາຣາ ໄດ້ກ່າວສະແດງຄວາມດີໃຈທີ່ໄດ້ຕາງໜ້າໃຫ້ລັດ     ຖະບານລາວ ມອບສານແຕ່ງຕັ້ງໃຫ້ ທ່ານ ເທັດສຶຈິ ກາວາເບະ ເປັນກົງສຸນກິດຕິມາສັກລາວ ຄົນໃໝ່ ແລະ ຊົມເຊີຍຕໍ່ຜົນງານທີ່ເຄື່ອນໄຫວປະກອບສ່ວນ ເຂົ້າໃນການຂະຫຍາຍສາຍພົວພັນມິດຕະພາບ ລາວ-ຍີ່ປຸ່ນ ແລະ ການສ້າງສາພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດມາ. ພ້ອມນີ້, ກໍໄດ້ສະເໜີໃຫ້ກົງສຸນກິດຕິມະສັກລາວຄົນໃໝ່ ເພີ່ມທະວີການປະຕິບັດພາລະບົດບາດໜ້າທີ່ຂອງຕົນ ໃຫ້ມີຜົນສຳເລັດ ຕາມຈຸດປະສົງ ແລະ ແຜນການເຄື່ອນໄຫວຂອງກົງສຸນກິດຕິມະສັກ ປະຈຳ ແຂວງຟູກູໂອກະ ໃຫ້ມີປະສິດທິຜົນຫຼາຍຂື້ນກວ່າເກົ່າ ໂດຍສະເພາະ ແມ່ນການປະກອບສ່ວນເຄື່ອນໄຫວດ້ານການເຜີຍແຜ່ວັດທະທໍາ, ການສຶກສາ ແລະ ເສດຖະກິດ-ສັງຄົມ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ຈະເລີນງອກງາມຂື້ນເລື້ອຍໆ.

ໃນຂະນະດຽວກັນ, ກົງສຸນກິດຕິມະສັກລາວຄົນໃໝ່ໄດ້ກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ລັດຖະບານລາວ ທີ່ໄດ້ໄວ້ວາງໃຈ ແລະມອບໝາຍໜ້າທີ່ອັນສຳຄັນນີ້ໃຫ້ແກ່ທ່ານ ພ້ອມທັງໃຫ້ສັນຍາວ່າຈະສືບຕໍ່ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ ເປັນກົງສຸນກິດຕິມະສັກ ແຫ່ງ ສປປລາວ ໃຫ້ສົມກຽດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484515
ມື້ນີ້31
ມື້ວານ188
ອາທິດນີ້953
ເດືອນນີ້3820