ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເວທີການຮ່ວມມື ລະຫວ່າງ ພາກພື້ນອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຄັ້ງທີ 19

2018112021FEALACSOMinVientiane

ໃນລະຫວ່າງວັນທີ 20-21 ພະຈິກ 2018, ສປປ ລາວ ​ໄດ້​ເປັນເຈົ້າພາບຈັດກອງ​ປະຊຸມ​ເຈົ້າໜ້າທີ່ ອາວຸໂສ​ເວທີ​ການ​ຮ່ວມ​ມື ລະຫວ່າງ ​ພາກ​ພື້ນອາຊີ​ຕາ​ເວັນ​ອອກ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ (Forum for East Asia and Latin America Cooperation ຫຼື FEALAC) ຄັ້ງທີ 19 ຂຶ້ນທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ, ຊຶ່ງເປັນຄັ້ງທຳອິດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງ ປະຊຸມໃນລະດັບເຈົ້າຫນ້າທີ່ອາວຸໂສໃນຂອບການຮ່ວມມືດັ່ງກ່າວ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ ຂອງ ​ທ່ານ ສົງ​ການ ຫຼວງ​ມູ​ນິນ​ທອນ, ຫົວ​ໜ້າ​ກົມ​ເສດ​ຖະ​ກິດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ (ຕາງໜ້າພາກ​ພື້ນອາຊີ) ແລະ ທ່ານ Jairo DAVID ESTRADA BARRIOS, ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກົວເຕມາລາ (ຕາງໜ້າພາກ​ພື້ນ​ອາເມລິກາລາຕິນ). ເຂົ້າຮ່ວມກອງປະ ຊຸມຄັ້ງນີ້​ ມີບັນດາ​ເຈົ້າໜ້າທີ່ອາວຸໂສ ແລະ ຜູ້ຕາງໜ້າຈາກປະເທດ ສະມາຊິກຟີ​ແລກ (FEALAC 36 ປະ​ເທດ), ບັນດາຜູ້ຕາງໜ້າຈາກພາກສ່ວນຕ່າງໆ ເປັນຕົ້ນກອງເລຂາ ອິນເຕີເນັດ ຟີແລັກ, ຄະນະ​ກຳມາ​ທິການ​ວຽກ​ເສດຖະກິດ ​ແລະ ສັງຄົມ ສໍາລັບ​ພາກ​ພື້ນ ອາຊີ-ປາຊີ​ຟິກ ຂອງ ສປຊ, ແລະ ຄະນະ​ກຳມາ​ທິການ​ເສດຖະກິດ ​ແລະ ສັງຄົມ ສໍາລັບ​ພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ຄາ​ລິ​ບຽນ ຂອງ ສປຊ, ລວມທັງ ບັນດາຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຕ່າງໆ ຂອງ ສປປ ລາວ ເຂົ້າຮ່ວມ ປະມານ 200 ທ່ານ.

ກອງ​ປະຊຸມ​​ເຈົ້າໜ້າທີ່ອາວຸໂສ ຟີ​ແລກ ຄັ້ງ​ທີ 19 ​ໄດ້​ທົບ​ທວນຄືນຄວາມ​ຄືບ​ໜ້າຂອງການຈັດຕັ້ງ ປະຕິບັດບັນດາໂຄງການ ແລະ ກິດຈະກໍາຕ່າງໆໃນໄລຍະຜ່ານ ໂດຍສະເພາະ ​ການຈັດຕັ້ງປະຕິບັດຖະ ແຫຼງການປູຊານ ແລະ ແຜນປະຕິບັດງານໃໝ່ ຟີແລັກ ທີ່ໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີ ຕ່າງປະເທດ ຟີແລັກ ຄັ້ງທີ 8 ທີ່ ບູຊານ, ປະເທດ ສ.ເກົາຫລີ ໃນປີຜ່ານມາ. ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ແລກປ່ຽນທັດສະນະຮ່ວມກັນ ກ່ຽວ​ກັບການກໍານົດແຜນວຽກ ແລະ ກິດຈະກໍາຕ່າງໆ ລວມ​ທັງການປັບປຸງກົນ​ໄກ​ຮ່ວມ​ມືລະຫວ່າງສອງ​ພາກ​ພື້ນ ເພື່ອໃຫ້ແທດເຫມາະກັບລະດັບການພັດທະນາ ແລະ ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງປະເທດສະມາຊິກໃນ​ຕໍ່ໜ້າ.

ຄຽງຄູ່ກັບກອງ​ປະຊຸມ​ເຈົ້າໜ້າທີ່ອາວຸໂສຟີ​ແລກຄັ້ງນີ້, ສປປ ລາວ ຍັງໄດ້ຈັດກອງປະຊຸມໜ່ວຍງານ ວິຊາການ ​ແລະ ກອງ​ປະຊຸມສໍາຄັນອື່ນໆທີ່ປິ່ນອ້ອມຄື: ກອງປະຊຸມຄະນະກໍາມະການກອງທຶນຟີແລກ ຄັ້ງ ທີ 2; ກອງປະຊຸມໜ່ວຍງານການຮ່ວມມືດ້ານສັງຄົມ-ການ​ເມືອງ ​ແລະ ການພັດທະນາແບບຍືນຍົງ; ກອງປະຊຸມໜ່ວຍ​ງານດ້ານ​ການຄ້າ, ການລົງທຶນ, ການທ່ອງທ່ຽວ ​ແລະ ​ວິສາຫະກິດມະຫາພາກຂະໜາດ ນ້ອຍ ແລະ ຂະໜາດກາງ; ກອງປະຊຸມໜ່ວຍ​ງານດ້ານ​ວັດທະນະທໍາ, ຊາວໜຸ່ມ, ເພດຍິງ-ຊາຍ ແລະ ກິລາ; ກອງປະຊຸມໜ່ວຍ​ງານດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການສຶກສາ ແລະ ອື່ນໆ.

​​ກອງ​ປະຊຸມໄດ້ຕີລາຄາສູງ ແລະ ​ຊົມ​ເຊີຍ ສປປ ລາວ ໃນຖານະປະເທດປະທານຮ່ວມ ກໍ່ຄື ປະເທດເຈົ້າພາບ ທີ່ໄດ້ປະກອບສ່ວນອັນສຳຄັນ ເຮັດໃຫ້ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ຄັ້ງທີ່ 19 ປະສົບຜົນ ສຳເລັດຢ່າງຈົບງາມ ຊຶ່ງຈະເປັນພື້ນຖານສຳຄັນ ໃຫ້ແກ່ ກອງປະຊຸມເຈົ້າຫນ້າທີ່ອາວຸໂສຄັ້ງຕໍ່ໄປ ທີ່ຈະຈັດຂຶ້ນ ຄ່ຽງຄູ່ກັບ ກອງປະຊຸມລະດັບລັດຖະມົນຕີ ຢູ່ ພາກພື້ນອາເມລິກາ-ລາຕິນ ໃນປີ 2019.

ຂອບການຮ່ວມມື FEALAC ເປັນເວທີປຶກສາຫາລືເພື່ອການຮ່ວມມືລະຫວ່າງພາກພື້ນອາຊີຕາ ເວັນອອກ ແລະ ພາກພື້ນອາເມລິການ-ລາຕິນ, ຖືກສ້າງຕັ້ງຂຶ້ນໃນປີ 1999 ຊຶ່ງ ສປປ ລາວ ເປັນຫນຶຶ່ງ ໃນປະເທດສະມາຊິກກໍ່ຕັ້ງ. ປະຈຸບັນ FEALAC ມີສະມາຊິກທັງຫມົດ 36 ປະເທດ, ໃນນັ້ນ ຈາກພາກ ພື້ນອາຊີຕາເວັນອອກມີື 16 ປະເທດ ແລະ ຈາກພາກພື້ນອາເມລິການ-ລາຕິນ ມີ 20 ປະເທດ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485291
ມື້ນີ້219
ມື້ວານ169
ອາທິດນີ້327
ເດືອນນີ້4596