ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດປະຈໍາກະຊວງການຕ່າງປະເທດ, ຕາງໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

ໃນວັນທີ 12 ພະຈິກ 2018 ທີ່ ສິງກະໂປ, ທ່ານ ລັດສະໝີ ແກ້ວມະນີ, ທູດປະຈຳກະຊວງການຕ່າງປະເທດ, ຕາງໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອເປັນການກະກຽມໃຫ້ແກ່ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 18, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 22, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-15 ພະຈິກ 2018 ນີ້.

ກອງປະຊຸມ ໄດ້ປຶກສາຫາລື ກ່ຽວກັບ ການສະໝັກເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ ຂອງ ບັນດາປະເທດນອກພາກພື້ນອາຊຽນທີ່ມີຄວາມສົນໃຈ ບົນພື້ນຖານລະບຽບການ ແລະ ມາດຕະຖານທີ່ກຳນົດໄວ້ໃນສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ພ້ອມກັນນັ້ນ, ກໍ່ໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມື ລະຫວ່າງອາຊຽນກັບຄູ່ຮ່ວມເຈລະຈາ ໂດຍສະເພາະກໍ່ແມ່ນການເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆ ລະຫວ່າງ ອາຊຽນ-ລັດເຊຍ ແລະ ອາຊຽນ-ອີຢູ. ກອງປະຊຸມຍັງໄດ້ປຶກສາຫາລື ບັນດາກິດຈະກຳເພື່ອສະເຫລີມ ສະຫລອງການພົວພັນຮ່ວມມື ລະຫວ່າງ ອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ ໃນປີ 2019, ລວມທັງ ການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການຮ່ວມມືດັ່ງກ່າວ. ສປປ ລາວ ໃນນາມເປັນປະເທດປະສານງານ ອາຊຽນ-ສະຫະລັດອາເມລິກາ ກໍ່ໄດ້ສະເໜີຕໍ່ກອງຊຸມເພື່ອປຶກສາຫາລືກ່ຽວກັບການຮັດແໜ້ນການຮ່ວມມືອາຊຽນ-ສະຫະລັດ, ລວມທັງ ຂໍ້ສະເໜີຂອງສະຫະລັດກ່ຽວກັບເອກະສານແນວຄວາມຄິດ ວ່າດ້ວຍ ການສ້າງກົນໄກການຮ່ວມມື ອາຊຽນ-ສະຫະລັດ ດ້ານເມືອງອັດສະລິິຍະ.

ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລືບັນຫາສຳຄັນຕ່າງໆ ເປັນຕົ້ນແມ່ນ ບັນດາຂໍ້ລິເລີ່ມຕ່າງໆໃນພາກພື້ນ, ລວມທັງແນວຄວາມຄິດ ອິນໂດ-ປາຊີຟິກ ໂດຍຍຶດໝັ້ນໃນຫລັກການເປີດກວ້າງ, ໂປ່ງໃສ, ກວມລວມ ແລະ ສົ່ງເສີມຄວາມເປັນແກນກາງຂອງອາຊຽນ ແລະ ນຳໃຊ້ບັນດາກົນໄກທີ່ອາຊຽນມີຢູ່ແລ້ວກໍ່ໃຫ້ເກີດຜົນປະໂຫຍດຮ່ວມກັນຢ່າງຮອບດ້ານຫລາຍຂຶ້ນ.

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484447
ມື້ນີ້151
ມື້ວານ273
ອາທິດນີ້885
ເດືອນນີ້3752