ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໜ່ວຍງານວິຊາການຮ່ວມດ້ານການທູດ ແມ່ນຳ້ຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 8 ໃນວັນທີ 25 ຕຸລາ 2018 ທີ່ ແຂວງຫຼວງພະບາງ

 20181025Mekonglancang1

ໃນວັນທີ 25 ຕຸລາ 2018 ກົມເສດຖະກິດ ກະຊວງການຕ່າງປະເທດ ໃນຖານະເປັນກອງເລຂາ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນຳ້ລ້ານຊ້າງ ຂອງ ສປປ ລາວ ໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຂອງ ສປ ຈີນ ຈັດກອງປະຊຸມໜ່ວຍງານວິຊາການຮ່ວມ ດ້ານການທູດ ແມ່ນຳ້ຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 8 ຂຶ້ນທີ່ ແຂວງຫຼວງພະບາງ,

ໂດຍການເປັນປະທານຮ່ວມຂອງທ່ານ ວິລະສັກ ສົມພົງ, ຮອງຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ເໝົາ ໜິງ, ຮອງຫົວໜ້າກົມອາຊີ ກະຊວງການຕ່າງປະເທດ ສປ ຈີນ. ພ້ອມດ້ວຍຄະນະຜູ້ແທນ ຈາກບັນດາປະເທດແມ່ນຳ້ຂອງ ແລະ ສປ ຈີນ ເຂົ້າຮ່ວມທັງໝົດ 40 ທ່ານ. ໃຫ້ກຽດກ່າວເປີດກອງປະຊຸມຄັ້ງນີ້ ໂດຍ ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ,​ ກະຊວງການຕ່າງປະເທດທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືດັ່ງກ່າວຂອງສປປລາວ.                                                                                                                                                                                                                                                                                                                                                                             

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ດ້ານເນື້ອໃນ ແລະ ພາລາທິການ ໂດຍສະເພາະການປຶກສາຫາລື ກ່ຽວກັບ ຮ່າງຖະແຫຼງຂ່າວຮ່ວມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ແລະ ຮ່າງບົດລາຍງານຄວາມຄືບໜ້າ ການ ຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອງແຕ່ລະປະເທດສະມາຊິກ, ເພື່ອຈະໄດ້ນຳໄປພິຈາລະນາ ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳນລ້ານຊ້າງ ຄັ້ງທີ 4 ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 16-17 ທັນວາ 2018 ທີ່ ແຂວງ ຫຼວງພະບາງ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງຈະໄດ້ຮ່ວມກັນທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ບັນດາໂຄງການຕ່າງໆ ຂອງຂອບການຮ່ວມມືດັ່ງກ່າວ ໃນໄລຍະຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ. ຜ່ານມາ ສປປ ລາວ ກໍມີໂຄງການຈັດຕັ້ງປະຕິບັດຢູ່ ສປປ ລາວ ມູນຄ່າປະມານ 8 ລ້ານໂດລາ ໂດຍໄດ້ຮັບການສະໜັບສະໜູນ ຈາກ ສປ ຈີນ ກໍຄື ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

ຂອບການຮ່ວມມືແມ່ນຳ້ຂອງ-ແມ່ນຳ້ລ້ານຊ້າງ ສ້າງຕັ້ງຂຶ້ນໃນປີ 2016, ຊຶ່ງປະກອບດ້ວຍ 5 ປະເທດສະມາຊິກແມ່ນຳ້ຂອງ ແລະ ສປ ຈີນ. ມີກົນໄກຈັດກອງປະຊຸມສຸດຍອດທຸກໆ 2 ປີ. ໃນນັ້ນປະເທດສະມາຊິກແມ່ນ້ຳຂອງ ຈະໄດ້ຜັດປ່ຽນກັນເປັນປະທານຮ່ວມ, ສຳລັບ ສປປ ລາວ ແມ່ນໄດ້ຮັບໜ້າທີ່ເປັນປະທານຮ່ວມ ກັບ ສປ ຈີນ ຕໍ່ຈາກກຳປູເຈຍ ແຕ່ໄລຍະປີ 2018-2020 ແລະ ໃນໄລຍະດັ່ງກ່າວ ສປປ ລາວ ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມທີ່ສຳຄັນຄື: ກອງປະຊຸມລັດຖະມົນຕີຕ່າງປະ ເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ກອງປະຊຸມຜູ້ນຳແມ່ນຳ້ຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484522
ມື້ນີ້38
ມື້ວານ188
ອາທິດນີ້960
ເດືອນນີ້3827