ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

20181015AseanSom-1

ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າກົມອາຊຽນ, ຕາງໜ້າຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting) ຈັດຂຶ້ນໃນວັນທີ 15 ຕຸລາ 2018 ທີ່  ສິງກະໂປ.


ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ຮັບຟັງຄວາມຄືບໜ້າຂອງການສ້າງປະຊາຄົມອາຊຽນ ແລະ ປຶກສາ ຫາລືບັນດາຂໍ້ລິເລີ່ມການເປັນປະທານອາຊຽນຂອງສິງກະໂປ ທີ່ຈະນຳສະເໜີໃຫ້ຜູ້ນຳອາຊຽນຮັບຊາບ ແລະ ຮອງເອົາໃນ ທ້າຍປີ 2018 ເປັນຕົ້ນແມ່ນ: ເຄືອຂ່າຍຕົວເມືອງທັນສະໄໝອາຊຽນ ແລະ ລາຍຊື່ບັນດາຕົວເມືອງຂອງເຄືອຂ່າຍ ດັ່ງກ່າວຈາກປະເທດສະມາຊິກອາຊຽນ ພ້ອມແຜນປະຕິບັດງານ ແລະ ບັນຊີໂຄງການຮ່ວມມືໃນເບື້ອງຕົ້ນ.


ນອກນັ້ນ, ກອງປະຊຸມຍັງໄດ້ກະກຽມໃຫ້ແກ່ກອງປະຊູມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມ ສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນເດືອນພະຈິກ 2018 ທີ່ ສິງກະໂປ ເປັນຕົ້ນແມ່ນໄດ້ຜ່ານແຜນການເຄື່ອນໄຫວ, ຫົວຂໍ້ການປຶກສາຫາລື ແລະ ບັນດາເອກະສານຜົນຂອງກອງປະຊຸມ ລວມທັງກິດຈະກຳປິ່ນອ້ອມຕ່າງໆ ໂດຍສະເພາະ ແມ່ນພິທີມອບລາງວັນອາຊຽນ (ASEAN Prize) ເຊິ່ງແມ່ນໜຶ່ງໃນບັນດາຂໍ້ລິເລີ່ມການເປັນປະທານອາຊຽນຂອງ ສິງກະໂປ ແນ່ໃສ່ສົ່ງເສີມບຸກຄົນ ແລະ ອົງການຈັດຕັ້ງຈາກບັນດາ ປະເທດສະມາຊິກອາຊຽນທີ່ມີຜົນງານໃນການ ປະກອບສ່ວນຕໍ່ຂະບວນການສ້າງປະຊາຄົມອາຊຽນ.


ຄຽງຄູ່ກັນນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືຄວາມຄືບໜ້າຂອງການພົວພັນ ລະຫວ່າງອາຊຽນກັບຄູ່ເຈລະຈາ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບໂຄງສ້າງຄວາມໝັ້ນຄົງພາກພື້ນ ເປັນຕົ້ນແມ່ນແນວຄວາມຄິດອິນໂດ-ປາຊີຟິກ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484688
ມື້ນີ້204
ມື້ວານ188
ອາທິດນີ້1126
ເດືອນນີ້3993