ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມພົບປະໂອ້ລົມ ພະນັກງານສະຖານທູດລາວ ທີ່ ນະຄອນຫລວງມົດສະກູ ໂດຍທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈໍາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

20181012Moscoໃນຫວ່າງບໍ່ດົນມານີ້, ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປລາວ ນໍາໂດຍ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈໍາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຟຣັງໂກໂຟນີ ແລະ ທັງເປັນຜູ້ຕາງຫນ້າ

ພິເສດຂອງທ່ານປະທານປະເທດ ແຫ່ງ ສປປລາວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ 17 ແລະ ບົນເສັ້ນທາງເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 35 ແລະ ກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ 17 ໃນລະຫວ່າງວັນທີ 06-13 ຕຸລາ 2018, ທີ່ນະຄອນຫລວງເອເຣວັນ, ປະເທດອາກເມນີ, ຫົວຫນ້າຄະນະໄດ້ໃຫ້ກຽດໂອ້ລົມ ພະນັກງານສະຖານທູດເຮົາ ທີ່ນະຄອນຫລວງມົດສະກູ.

ກ່ອນອື່ນຫມົດ, ທ່ານປະທານກອງປະຊຸມ ໄດ້ຮັບຟັງ ການລາຍງານໂດຍຫຍໍ້ຂອງທູດ ແລະ ຫ້ອງການທີ່ປືກສາທະຫານ ປະຈໍາສະຖານທູດລາວເຮົາ ກ່ຽວກັບ ວຽກງານວິຊາສະເພາະຂອງຕົນໂດຍສະເພາະສະພາບການພົວພັນ ແລະ ຮ່ວມມືສອງຝ່າຍ ລະຫວ່າງ ສປປລາວ ແລະ ສະຫະພັນ ຣັດເຊຍ. ຈາກນັ້ນ, ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີ ປະຈໍາ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ໂອ້ລົມ ພະນັກງານທັງຫມົດ ເພື່ອແຈ້ງໃຫ້ຊາບ ກ່ຽວກັບ ສະພາບພົ້ນເດັ່ນ ໃນສປປລາວ, ເປັນຕົ້ນ : ການພັດທະນາເສດຖະກິດ-ສັງຄົມ, ສະພາບໄພພິບັດທໍາມະຊາດ, ບັນຫາຊາຍແດນກັບປະເທດໃກ້ຄຽງຂອງຕົນ ແລະ ອື່ນໆ ແນໃສ່ເຮັດໃຫ້ພະນັກງານທຸກຄົນ ຊາບຊືມ, ເຂົ້າໃຈຢ່າງຖືກຕ້ອງ ແລະ ໃຫ້ສາມາດກໍາແນວທາງນະໂຍບາຍຂອງພັກ-ລັດເຮົາໄດ້ ແລະ ເພື່ອເປັນກະບອກສຽງໂຄສະນາ, ປຸກລະດົມ ແລະ ຂົນຂວາຍນັກລົງທຶນຈາກຣັດເຊຍ ແລະ ປະເທດຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງສະຖານທູດ ເຂົ້າໄປລົງທຶນ ທີ່ສປປລາວໃຫ້ນັບມື້ນັບຫລາຍຂຶ້ນໃນຕໍ່ຫນ້າ.

          ຜູ້ເຂົ້າຮ່ວມຟັງການໂອ້ລົມໃນຄັ້ງນີ້ ກໍໄດ້ປະກອບຄໍາເຫັນ ແລະ ຕັ້ງຄໍາຖາມ ເພື່ອແລກປ່ຽນ ກັບທ່ານປະທານກອງປະຊຸມຢ່າງເປັນກັນເອງ, ດ້ວຍບັນຍາກາດແບບສ້າງສັນ ແລະ ທັງໄດ້ສ້າງຄວາມເຂົ້າອົກເຂົ້າໃຈເປັນຢ່າງດີ ຕໍ່ກັບບັນຫາຕ່າງໆທີ່ໄດ້ຍົກຂຶ້ນ. ຕອນທ້າຍ, ທູດເຮົາໄດ້ຕາງຫນ້າໃຫ້ພະນັກງານທັງຫມົດຂອງສະຖານທູດ ສະແດງຄວາມຂອບໃຈຢ່າງສູງ ແລະ ຮູ້ບຸນຄຸນ ຕໍ່ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີ ປະຈໍາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີທີ່ໄດ້ສະລະເວລາອັນມີຄ່າຂອງຕົນໃຫ້ກຽດໂອ້ລົມພະນັກງານສະຖານທູດ ແລະ ໄດ້ອວຍພອນໃຫ້ ທ່ານປະທານພ້ອມຄະນະຕິດຕາມຈົ່ງປະສົບຜົນສໍາເລັດເປັນຢ່າງດີໃນການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 35 ແລະ ກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ 17 ທີ່ນະຄອນຫລວງເອເຣວັນ, ປະເທດອາກເມນີໃນຄັ້ງນີ້.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480402
ມື້ນີ້60
ມື້ວານ172
ອາທິດນີ້800
ເດືອນນີ້6633