ໃນວັນທີ 01-02 ຕຸລາ 2018 ທີ່ ທ່າລາດ, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ກະຊວງການຕ່າງປະເທດ ຮ່ວມກັບສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ
ພາຍໃຕ້ການເປັນປະທານຂອງ ທ່ານ ສົມພັນ ແພງຄຳມີ, ຮອງປະທານສະພາແຫ່ງຊາດ ໂດຍມີບັນດາທ່ານລັດຖະມົນຕີ, ປະທານກຳມາທິການຕ່າງປະເທດ, ກຳມາທິການກົດໝາຍ, ຮອງລັດຖະມົນຕີ, ຮອງປະທານກໍາມາທິການ ຂອງສະພາແຫ່ງຊາດ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ວິຊາການ ຕາງໜ້າຈາກກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການຈັດຕັ້ງຂັ້ນສູນກາງທີ່ກ່ຽວຂ້ອງເຂົ້່າຮ່ວມຈຳນວນ 120 ທ່ານ ພາຍຫຼັງທີ່ຮ່າງກົດໝາຍດັ່ງກ່າວໄດ້ຖືກພິຈາລະນາ ແລະ ຮັບຮອງໃນກອງປະຊຸມລັດຖະບານໃນເດືອນກໍລະກົດ ປີ 2018 ທີ່ຜ່ານມາ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອກວດກາເນື້ອໃນ ຮ່າງກົດໝາຍສະບັບສະບັບນີ້ ຢ່າງລະອຽດຮອບດ້ານ ແນໃສ່ຮັບປະກັນໃຫ້ຮ່າງກົດໝາຍ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສົມບູນ ກ່ອນນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນເດືອນພະຈິກ 2018 ທີ່ຈະມາເຖິງນີ້.