ໃນຕອນເຊົ້າຂອງວັນທີ 01 ຕຸລາ 2018, ທ່ານ ສີວຽງເພັດ ເພັດວໍລະສັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສະຫະພັນ ລັດເຊຍ ໄດ້ເຂົ້າຮ່ວມກອງປະຊຸມບັນດາທູດອາຊຽນ ທີ່ ສະຖານທູດ ສິງກະໄປ ປະຈຳ ນະຄອນຫຼວງມົດສະກູ.
ທີ່ກອງປະຊຸມ, ທ່ານ ນາງ Lim Kheng Hua, ເອກອັກຄະລັດຖະທູດ ສິງກະໂປ ໃນນາມປະທານກອງປະຊຸມ ໄດ້ຕາງໜ້າໃຫ້ທູດອາຊຽນ ປະຈຳ ສະຫະພັນ ລັດເຊຍ ໄດ້ສະແດງຄວາມເສົ້າສະຫຼົດໃຈໄປຍັງລັດຖະບານ ແລະ ປະຊາຊົນ ສສ. ຫວຽດນາມ ຕໍ່ການເສຍຊີວິດຂອງ ທ່ານ ເຈິ່ນ ດ້າຍ ກວາງ, ອະດີດປະທານປະເທດ ແຫ່ງ ສສ. ຫວຽດນາມ. ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບກນສະເໜີຂອງທູດສິງກະໂປ ກ່ຽວກັບ ວຽກພາຍໃນອາຊຽນ ທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ ແລະ ລັດເຊຍ, ການຈະເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ຂອງສິງກະໂປ ແລະ ການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງ ທ່ານ ເວີລາດີເມຍ ປູຕິນ, ປະທານາທິບໍດີ ລັດເຊຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 13 ທີ່ ສິງກະໂປ ໃນເດືອນພະຈິກ 2018.