ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໜ່ວຍພັກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຍີ່ປຸ່ນ ຈັດຕັ້ງພິທີເຜີຍແຜ່ເຊື່ອມຊືມ ມະຕິ, ຄໍາສັ່ງ ແລະ ຮໍ່າຮຽນເອກະສານການເມືອງຂອງກົມການເມືອງສູນກາງພັກ

 2018.09.25 Lao Embassy to Japan3

2018.09.25 Lao Embassy to Japan1

 

ວັນທີ 21 ກັນຍາ 2018, ໜ່ວຍພັກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ກໍ່ຄືຄະນະນໍາສະຖານທູດ ໄດ້ຈັດຕັ້ງພິທີເຜີຍແຜ່ເຊື່ອມຊືມ ມະຕິ, ຄໍາສັ່ງ ແລະ ຮໍ່າຮຽນເອກະສານການເມືອງຂອງກົມການເມືອງສູນກາງພັກ ທີ່ສໍານັກງານສະຖານທູດ ໂດຍການເປັນປະທານ ແລະ ໃຫ້ກຽດຂຶ້ນເຜີຍແຜ່ເອກະສານ ໂດຍ ສະຫາຍ ວິໂຣດ ສຸນດາຣາ, ເລຂາໜ່ວຍພັກ, ເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຍີ່ປຸ່ນ ທີ່ມີການເຂົ້າຮ່ວມຂອງສະມາຊິກພັກພະນັກງານສະຖານທູດ ແລະ ບັນດາສະມາຊິກພັກນັກສຶກສາທີ່ກໍາລັງຮໍ່າຮຽນຢູ່ປະເທດຍີ່ປຸ່ນ ເຂົ້າຮ່ວມທັງໝົດ 40 ກວ່າຄົນ.

ໃນພິທີດັ່ງກ່າວ, ສະຫາຍເລຂາໜ່ວຍພັກ ໄດ້ແຈ້ງສະພາບໃຫ້ຊາບກ່ຽວກັບຈຸດປະສົງສໍາຄັນ ແລະ ເປົ້າໝາຍຂອງການຮໍ່າຮຽນເອກະສານໃນຄັ້ງນີ້ ເພື່ອເປັນການເຜີຍແຜ່, ຊີ້ແຈງອະທິບາຍ ແລະ ແນະນໍາໃຫ້ແກ່ສະມາຊິກພັກ, ພະນັກງານ ແລະ ນັກສຶກສາລາວ ທີ່ອາໄສຢູ່ປະເທດຍີ່ປຸ່ນ ໄດ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ກໍາໄດ້ເນື້ອໃນຈິດໃຈສໍາຄັນຂອງເອກະສານ.

ເອກະສານທີ່ນຳມາເຜີຍແຜ່ຄັ້ງນິ້ໂດມີ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄັ້ງທີ X ຂອງພັກ ກໍ່ຄືຜົນກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ X; ມະຕິວ່າດ້ວຍວຽກງານ ຄຸ້ມຄອງພະນັກງານ; ມະຕິວ່າດ້ວຍມາດຕະຖານຂອງພະນັກງານນຳພາ-ຄຸ້ມຄອງ; ມະຕິວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ; ມະຕິ ຂອງ ຄະນະບໍລິຫານງານສຸນກາງພັກປະຊາຊົນປະຕິວັດລາວ ວ່າດ້ວຍ ການຍົກສູງປະສິດທິພາບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ເອກສານຄຳສັ່ງ ວ່າດ້ວຍການເພີ່ມທະວີການສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ.

ໃນພິທີເຜີຍແຜ່ເອກະສານຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 01 ວັນ ແລະ ໃນຕອນທ້າຍຂອງການຄົ້ນຄ້ວາຮໍ່າຮຽນສະຫາຍ ເລຂາໄດ້ໂອກາດຜູ້ເຂົ້າຮ່ວມເຊື່ອມຊືມໄດ້ມີການຕັ້ງຄຳຖາມ ແລະ ສົນທະນາແລກປ່ຽນຄວາມຄິດຄວາມ ເຮັດໃຫ້ມີບັນຍາກາດອັນດີ, ມີຄວາມໝາຍເລິກເຊິ່ງ ແລະ ອຸດົມສົມບູນທາງດ້ານເນື້ອໃນ ໂດຍການເຜີຍແຜ່ເອກະສານ ໄດ້ຮັບ   ໝາກຜົນຕາມຈຸດປະສົງ ແລະ ເປົ້າໝາຍ ແລະ ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມ ທີ່ເຮັດໃຫ້ສະມາຊິກພັກ, ພະນັກ ງານສະຖານທູດ ແລະ ນັກສຶກສາຕ່າງໆ ສາມາດຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ບັນດາມະຕິ, ຄໍາສັ່ງ ກໍ່ຄືເອກະສານຕ່າງໆຂອງກົມການເມືອງ ສູນກາງພັກ ໄດ້ວາງອອກ.

ນອກຈາກນັ້ນ, ພາຍຫຼັງສໍາເລັດພິທີທາງການ, ສະມາຊິກພັກ, ພະນັກງານສະຖານທູດ ແລະ ນັກສຶກສາລາວທຸກຄົນ ຍັງໄດ້ເຂົ້າຮ່ວມກິດຈະກໍາແຂ່ງຂັນກິລາສາມັກຄີ ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ກໍ່ຄືມີການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆລະຫວ່າງບັນດານັກສຶກສາລາວ ທີ່ອາໄສຢູ່ເຂດຕ່າງໆຂອງຍີ່ປຸ່ນ ໃນໂອກາດມາພົບພໍ້ກັນ ຢູ່ສະຖານທູດ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484560
ມື້ນີ້76
ມື້ວານ188
ອາທິດນີ້998
ເດືອນນີ້3865