ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມຄັ້ງທີ 8 ຂອງລັດພາຄີສົນ ທິສັນຍາເກືອດຫ້າມລະເບີດລູກຫວ່ານ

02018.9.5 org chanel

ໃນລະຫວ່າງວັນທີ 3-5 ກັນຍາ 2018 ທີ່ ຫ້ອງການອົງການສະຫະປະຊາຊາດ ທີ່ ນະຄອນເຊີແນວ, ປະເທດ   ສະວິດເຊີແລນ, ໄດ້ຈັດກອງປະຊຸມຄັ້ງທີ່ 8 ຂອງລັດພາຄີສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ ໂດຍພາຍໃຕ້ການເປັນປະທານຂອງ ປະເທດ ນີກາລາກົວ ເຊິ່ງມີຜູ້ຕາງໜ້າຈາກບັນດາປະເທດລັດພາຄີ, ປະເທດທີ່ໄດ້ລົງນາມ ໃນສົນທິສັນຍາ, ປະເທດສັງເກດການ, ບັນດາອົງການເຄື່ອຄ່າຍ ສປຊ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ເຂົ້າຮ່ວມຫຼາຍກວ່າ 100 ຄະນະ. ປີ 2018 ນີ້ຍັງແມ່ນຄົບຮອບ 10 ປີ ຂອງສົນທິສັນຍາສາກົນວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ພາຍຫລັງທີ່ສົນຍາດັ່ງກ່າວໄດ້ຖືກສ້າງຕັ້ງຂຶ້ນ ແລະ ມີການລົງນາມໃນປີ 2008.

    ຄະນະຜູ້ແທນຂອງ ສປປ ລາວ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນຳໂດຍ ທ່ານຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ຄະນະປະກອບດ້ວຍ ທ່ານຮອງຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ); ຫົວໜ້າພະແນກຮ່ວມມືສາກົນ, ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ແລະ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳຫ້ອງການອົງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ. ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄຳເຫັນຢ່າງຕັ້ງໜ້າ ໃນຫົວຂໍ້ຕ່າງໆຂອງກອງປະຊຸມ ທີ່ ສປປ ລາວ    ຖືເປັນບູລິມະສິດສຳຄັນ ຈຳນວນ 5 ຫົວຂໍ້ໃຫຍ່ຄື (1) ການເຮັດໃຫ້ສົນທິສັນຍາດັ່ງກ່າວມີຜົນບັງຄັບໃຊ້ໃນລະດັບສາກົນ, (2) ການກວດກູ້-ທຳລາຍລະເບີດລູກຫວ່ານ ແລະ ສຶກສາການຫຼຸດຜ່ອນຄວາມສ່ຽງ, (3) ການຊ່ວຍເຫຼືອຜູ້ເຄາະຮ້າຍ, (4) ການຮ່ວມມື ແລະ ຊ່ວຍເຫຼືອຂອງສາກົນ ແລະ (5) ການຈັດຕັ້ງປະຕິບັດສົນທິສັນຍາໃນລະດັບປະເທດ. ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນເພື່ອສະແດງໃຫ້ເຫັນເຖິງເຈດຕະນາລົມທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວ ໃນຖານະເປັນຫນຶ່ງໃນບັນດາປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຮ້າຍແຮງກວ່າຫມູ່ໃນໂລກ. ຄະນະຜູ້ແທນ ສປປ ລາວ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດພັນທະຂອງຕົນພາຍໃຕ້ສົນທິສັນຍາດັ່ງກ່າວໃນໄລຍະໜຶ່ງປີຜ່ານມາ ໃນຖານະເປັນປະເທດພາຄີ ໂດຍສະເພາະການສືບຕໍ່ບັນຫາລະເບີດຍັງບໍ່ທັນແຕກຕົກຄ້າງ ທີ່ຍັງສືບຕໍ່ສ້າງຜົນກະທົບຮ້າຍແຮງຕໍ່ປະຊາຊົນ ທັງເປັນອຸປະສັກກີດຂວາງການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ລວມທັງສະເຫນີແຜນການໃນຕໍ່ໜ້າໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ. ສປປ ລາວ ຮຽກຮ້ອງໃຫ້ວົງຄະນາຍາດສາກົນເພີ້ມທະວີການຮ່ວມມື ແລະ ຊ່ວຍເຫລືອ ແກ່ບັນດາປະເທດທີ່ໄດ້ຮັບຜົນກະທົບ ໃນຄວາມພະຍາຍາມດັ່ງກ່າວ ເຊິ່ງໄດ້ຮັບຄວາມສົນໃຈຈາກບັນດາປະເທດລັດພາຄີ, ປະເທດຜູ້ໃຫ້ທຶນ, ປະເທດທີ່ໄດ້ຮັບຜົນກະທົບ ແລະ ອົງການຈັດຕັ້ງສາກົນຕ່າງໆ ເປັນຈໍານວນຫລາຍ. ພ້ອມກັນນັ້ນ, ກໍ່ໄດ້ຮຽກຮ້ອງໃຫ້ບັນດາປະເທດລົງນາມ ແລະ ໃຫ້ສັດຕາຍາບັນແກ່ສົນທິສັນຍາດັ່ງກ່າວ ເພື່ອເຮັດໃຫ້ສົນທິສັນຍາດັ່ງກ່າວ ມີການນຳໃຊ້ຢ່າງທົ່ວເຖິງໃນຂອບເຂດທົ່ວໂລກ.

ລັດຖະບານ ສປປ ລາວ ໄດ້ຖືເອົາວຽກງານແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກ ເປັນບູລິມະສິດສຳຄັນແຫ່ງຊາດ ໂດຍໄດ້ກໍານົດເອົາວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ເປັນເປົ້າຫມາຍເພື່ອການພັດທະນາແບບຍືນຍົງແຫ່ງຊາດ ສະເພາະຂອງ ສປປ ລາວ (SDG18) ພາຍໃຕ້ຫົວຂໍ້ “ຊີວິດທີ່ປາສະຈາກລະເບີດບໍ່ທັນແຕກ”. ສປປ ລາວ    ຍັງຈະສືບຕໍ່ເປັນປະເທດຜູ້ປະສານງານ ໃນວຽກງານກວດກູ້ ພາຍໃຕ້ຂອບການປະຕິບັດສົນທິສັນຍາດັ່ງກ່າວ ໃນສົກປີ 2017-2019 ຮ່ວມກັບປະເທດ ເນເທີແລນ ເຊິ່ງຈະໝົດໜ້າທີ່ໃນການປະຕິບັດວຽກງານ ໃນຖານະເປັນປະເທດຜູ້ປະສານງານ ຂອງຕົນໃນທ້າຍປີ 2018. ພ້ອມດຽວກັນນັ້ນ, ປະເທດຊູແອດ ໄດ້ແຈ້ງເຈດຈໍານົງຂອງຕົນ ເພື່ອເປັນຜູ້ປະສານຮ່ວມໃນວຽກງານດັ່ງກ່າວ ຮ່ວມກັບ ສປປ ລາວ ເພື່ອປ່ຽນແທນ ເນເທີແລນ ໃນປີ 2019.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484540
ມື້ນີ້56
ມື້ວານ188
ອາທິດນີ້978
ເດືອນນີ້3845