ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ

 

201882324INGOdep

ໃນລະຫວ່າງວັນທີ 23-24 ສິງຫາ 2018 ທີ່ເມືອງ ວັງວຽງ, ແຂວງ ວຽງຈັນ, ກອງເລຂາຄະນະຊີ້ນໍາລະດັບຊາດ ວ່າດ້ວຍການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ), ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ເພັດສະໝອນ ສອນ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ທັງເປັນຫົວໜ້າກອງເລຂາຄະນະຊີ້ນໍາລະດັບຊາດໃນການຈັດຕັ້ງເປົ້າໝາຍການພັດທະນາແບບຍືນຍົງ. ກອງປະຊຸມດັ່ງກ່າວ ມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການທີ່ເປັນຈຸດປະສານງານໃນວຽກງານ ປພຍ ເຂົ້າຮ່ວມປະມານ 60 ກວ່າທ່ານ.

ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້​ ແມ່ນ​ເພື່ອຮັບຟັງການເຜີຍແຜ່ຜົນສຳເລັດໃນການເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງຂອງອົງການສະຫະປະຊາຊາດ (HLPF) ກ່ຽວກັບການພັດທະນາແບບຍືນຍົງ ລວມທັງການສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ສະບັບທຳອິດ ຂອງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ ທີ່ນໍາໄປລາຍງານຕໍ່ອົງການສະຫະປະຊາຊາດ ໂດຍທ່ານລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານຄະນະຊີ້ນໍາລະດັບຊາດໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ ໃນລະຫວ່າງວັນທີ 09-20 ກໍລະກົດ ທີ່ຜ່ານມາ.

ກອງປະຊຸມ ຍັງໄດ້ເຜີຍແຜ່ຂະບວນການໃນການກຳນົດເປົ້າໝາຍການພັດທະນາແບບຍືນຍົງທີ່ເປັນບູລິມະສິດຂອງ ສປປ ລາວ ກໍ່ຄືເປົ້າໝາຍ 18: ຊີວິດທີ່ປອດໄພຈາກລະເບີດທີ່ບໍ່ທັນແຕກ (Life save from UXO) ເພື່ອຮັບປະກັນໃຫ້ແກ່ການດຳລົງຊີວິດຂອງປະຊາຊົນໃຫ້ປອດໄພຈາກລະເບີດທີ່ຍັງຕົກຄ້າງ ກໍ່ຄືລະເບີດທີ່ຍັງບໍ່ທັນແຕກ. ນອກນັ້ນ, ກອງປະຊຸມ ຍັງໄດ້ສຸມໃສ່ການປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງຈຸດປະສານງານ ໃນການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງຄະນະຊີ້ນໍາລະດັບຊາດ ໃນການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ. ພ້ອມດຽວກັນນັ້ນ, ກອງປະຊຸມດັ່ງກ່າວ ຍັງໄດ້ຕີລາຄາຄືນກ່ຽວກັບຜົນສຳເລັດ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍໃນການຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR) ສະບັບທຳອິດຂອງ ສປປ ລາວ ພ້ອມທັງໄດ້ຮ່ວມກັນຕອບແບບສອບຖາມຂອງອົງການ ສປຊ ພາຍຫຼັງການນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈດັ່ງກ່າວ ເພື່ອສົ່ງຄຳເຫັນຄືນໃຫ້ອົງການ ສປຊ ໃນເດືອນ ກັນຍາ 2018.

ໃນຕອນທ້າຍຂອງວາລະກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ບັນດາຈຸດປະສານງານ ປພຍ ເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ເປັນໃຈກາງໃນການຈັດຕັ້ງປະຕິບັດ ປພຍໂດຍອີງໃສ່ການສ້າງຄວາມເຂົ້າໃຈຢ່າງຊັດເຈນໃຫ້ແກ່ພະນັກງານ ກໍຄືການເປັນເຈົ້າການໃນການສືບຕໍ່ກຳນົດຕົວຊີ້ວັດ ປພຍ ທີ່ຍັງບໍ່ທັນຈະແຈ້ງໃຫ້ສຳເລັດ ແລະ ການຮັບປະກັນໃຫ້ການຈັດຕັ້ງເປົ້າໝາຍການພັດທະນາແບບຍືນຍົງໃຫ້ເປັນຮູບປະທຳ ກໍ່ຄືການເຊື່ອມສານຕົວຊີ້ວັດດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວໃນແຕ່ລະໄລຍະ ໃຫ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480422
ມື້ນີ້80
ມື້ວານ172
ອາທິດນີ້820
ເດືອນນີ້6653