ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັສ

201881AmbKhamin

 

ໃນວັນທີ່ 26 ກໍລະກົດ 2018, ທ່ານ ຄຳອິນ ຄິດຈະເດດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ນີໂຄສ ອະນາສຕາເຊຍເດສ (Nicos Anastasiades), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໄຊປຣັສ ທີ່ Presidential Palaceເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳສາທາລະນະລັດ ໄຊປຣັສ.

ພາຍຫຼັງການຢື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ ໄດ້ພົບປະໂອ້ລົມກັບ ພະນະທ່ານ ປະທານາທິບໍດີ ເຊິ່ງກ່ອນອື່ນທ່ານທູດໄດ້ນຳເອົາຄວາມຍື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານ ເພື່ອນມິດ ຈາກພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ Nicos Anastasiadesແລະ ຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນໄຊປຣັສ ທຸກຖ້ວນໜ້າ.

ໃນໂອກາດນີ້, ທ່ານທູດໄດ້ສະແດງຄວາມຊົມເຊີຍຕໍ່ການເຕີບໃຫຍ່ຂະຫຍາຍຕົວການພັດທະນາເສດ ຖະກິດສັງຄົມຂອງ ສາທາລະນະລັດໄຊປຣັສ ໃນໄລຍະຜ່ານມາ ພ້ອມທັງສະເໜີສືບຕໍ່ເພີ່ມທະວີການພົວພັນ ຮ່ວມມືທາງດ້ານການພັດທະນາເສດຖະກິດ-ສັງຄົມລະຫວ່າງສອງປະເທດ, ການຮ່ວມມືໃນຂົງເຂດພາກພື້ນສາກົນ ລວມທັງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ກ່ອນອື່ນ ພະນະທ່ານ Nicos Anastasiades, ປະທານາທິບໍດີ ແຫ່ງ ສາທາລະ ນະລັດໄຊປຣັສ ຕາງໜ້າລັດຖະບານ ແລະ ປະຊາຊົນໄຊປຣັສ ໄດ້ສະແດງຄວາມເສຍໃຈ ແລະ ຄວາມເຫັນໃຈ ຢ່າງສຸດຊຶ້້ງ ມາຍັງທ່ານບຸນຍັງ ວໍລະຈິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ທີ່ປະສົບໄພນໍ້າຖ້ວມ ຢ່າງຮ້າຍແຮງ ແລະ ຄວາມເສຍຫາຍຢ່າງໃຫຍ່ຫລວງ ຢູ່ ສປປ ລາວ ແລະ ພາວະນາໃຫ້ປະຊາຊົນຜູ້ປະສົບ ເຄາະຮ້າຍ ໄດ້ພົ້ນຈາກໄພພິບັດດັ່ງກ່າວ. ຈາກນັ້ນ, ພະນະທ່ານ ປະທານາທິບໍດີ ໄດ້ສະແດງຄວາມຊົມເຊີຍ ແລະ ໄດ້ຕີລາຄາສູງ ຕໍ່ການມາດໍາລົງຕໍາແໜ່ງ ຂອງທ່ານເອກອັກຄະລັດຖະທູດລາວຄົນ ໃໝ່ ປະຈຳປະເທດໄຊປຮັສ, ສະແດງຄວາມຊົມ ເຊີຍຕໍ່ປະຊາຊົນ ແລະ ລັດຖະບານແຫ່ງ ສປປ ລາວ ທີ່ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ໃນການພັດທະນາ ເສດຖະກິດສັງຄົມໃນໄລຍະຜ່ານມາ. ທ່ານໄດ້ຢໍ້າວ່າວ່າ ໃນໄລຍະ ທີ່ດໍາລົງຕໍາແໜ່ງ ເປັນປະທານາທິບໍດີ ທ່ານຈະປັບປຸງການພົວພັນມິດຕະພາບລະຫວ່າງສອງປະເທດ ແລະ ຊອກຫາຊ່ອງທາງການ ຮ່ວມມືສອງຝ່າຍ ທີ່ມີຄວາມເປັນ ໄປໄດ້ໃນຂົງເຂດຕ່າງໆ ໂດຍສະເພາະໃນການຄ້າ, ການເງິນ, ການທ່ອງທ່ຽວ, ການສຶກສາ ແລະ ວັດທະນະທໍາ ໃຫ້ເປັນ ຮູບປະທຳໃນຕໍ່ໜ້າ. ພ້ອມກັນນີ້,​ ທ່ານໄດ້ສົ່ງຄຳຍື້ຢາມຖາມຂ່າວອັນອົບອຸ່ນ, ຄວາມອວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດມາຍັງພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ, ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດຄົນໃໝ່ ປະຕິບັດໜ້າທີ່ການທູດ ດ້ວຍຜົນ ສຳເລັດ ເພື່ອສົ່ງເສີມການພົວພັນຮ່ວມມືຂອງສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.

ການຍື່ນສານ ແລະ ການພົບປະລະຫວ່າງ ພະນະທ່ານປະທານາທິບໍດີແຫ່ງ ສາທາລະນະລັດ ໄຊປຣັສ ແລະ ທ່ານເອກອັກຄະລັດຖະທູດແຫ່ງ ສປປ ລາວ ຄົນໃໝ່ ໄດ້ດຳເນີນໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ ແຕ່ຕົ້ນ ຕະຫຼອດປາຍ.

ໃນໂອກາດເດີນທາງຍື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ ໄດ້ພົບປະສອງຝ່າຍກັບທ່ານຮອງຫົວໜ້າກົມ ອາຊີ ທີ່ຮັບຜິດຊອບການຮ່ວມມືສອງຝ່າຍ ເພື່ອປຶກສາຫາລືການຮ່ວມມືຂອງສອງປະເທດໃນຕໍ່ໜ້າ.

ສາທາລະນະລັດ ໄຊປຣັສ ແລະ ສປປ ລາວ ໄດ້ສ້າງສາຍພົວພັນການທູດນຳກັນ ໃນວັນທີ 29 ມິຖຸນາ 2000.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484709
ມື້ນີ້20
ມື້ວານ205
ອາທິດນີ້1147
ເດືອນນີ້4014