ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດຫ້ອງ ສປປ ລາວ ປະຈໍາ ມະຫາວິທະຍາໄລກໍາປູເຈຍ

CambodiaEmbWeb

 

ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2018, ຢູ່ ມະຫາວິທະຍາໄລກໍາປູເຈຍ, ທີ່ ນະຄອນຫຼວງພະນົມເປັນ, ໄດ້ຈັດພິທີເປີດຫ້ອງ ສປປ ລາວ ປະຈໍາ ມະຫາວິທະຍາໄລດັ່ງກ່າວ. ເປັນກຽດເຂົ້າຮ່ວມຝ່າຍລາວນໍາໂດຍ ທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ, ພ້ອມດ້ວຍພັນລະຍາ ແລະ ພະນັກງານນັກການທູດ. ຝ່າຍກໍາປູເຈຍນໍາໂດຍ ທ່ານ ອີ ລັດຕະນາ, ຜູ້ອໍານວຍການມະຫາວິທະຍາໄລກໍາປູເຈຍ, ພ້ອມດ້ວຍພະນັກງານຄູອາຈານ ທັງພາຍໃນ ແລະ ຕ່າງປະເທດ, ພະນັກງານຂະແໜງການຕ່າງໆ ແລະ ນັກສຶກສາ ເຂົ້າຮ່ວມຈໍານວນ 100 ກວ່າທ່ານ.

 

ໃນພິທີເປີດຫ້ອງ ສປປ ລາວ ນັ້ນ, ທ່ານເອກອັກຄະລັດຖະທູດ ແລະ ທ່ານຜູ້ອໍານວຍການມະຫາວິທະຍາໄລກໍາປູເຈຍ ກໍໄດ້ມີການຜັດປ່ຽນກັນມີຄໍາເຫັນ ແລະ ຕັດແຖບຜ້າ ເພື່ອເປີດການນໍາໃຊ້ຫ້ອງດັ່ງກ່າວຢ່າງເປັນທາງການ. ຈຸດປະສົງຂອງການເປີດຫ້ອງ ສປປ ລາວ ເພື່ອເປັນການໂຄສະນາ ແລະ ເຜີຍແຜ່ວັດທະນະທໍາ, ຮີດຄອງປະເພນີ, ການສຶກສາ, ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ການສ້າງສາພັດທະນາປະເທດຊາດ, ການທ່ອງທ່ຽວ ແລະ ດ້ານອື່ນໆ ເຊິ່ງພັກ ແລະ ລັດຖະບານຂອງພວກເຮົາ ກໍາລັງສຸມໃສ່ນໍາເອົາປະເທດຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ ທັງເປັນຫ້ອງສໍາລັບໃຫ້ນັກສຶກສາໄດ້ຄົ້ນຄວ້າຍົກລະດັບຄວາມຮູ້ ກ່ຽວກັບ ສປປ ລາວ ໃນອານາຄົດ.

 

ພາຍຫຼັງສໍາເລັດການເປີດຫ້ອງລາວແລ້ວ ທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ, ໄດ້ຂື້ນປາຖະກະຖາໃນຫົວຂໍ້ "ການພົວພັນຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ" ເນື້ອໃນທີ່ທ່ານໄດ້ຍົກຂື້ນມາອະທິບາຍໃຫ້ເຫັນມີຄື:

 

-  ການພົວພັນຮ່ວມມືສອງຝ່າຍແຕ່ສະໄໝດຶກດໍາບັນ, ສະໄໝເຈົ້າ ໂນໂຣດົມ ສີຫານຸ ຈົນເຖິງປະຈຸບັນ.

-  ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ນັບແຕ່ຂັ້ນການນໍາສູງສຸດຂອງສອງປະເທດ ຈົນເຖິງຂັ້ນວິຊາການ ແລະ ຂັ້ນທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ.

  • -  ການແລກປ່ຽນທຶນການສຶກສາ ລະຫວ່າງ ສອງລັດຖະບານ.
  • -  ການແລກປ່ຽນທາງດ້ານການຄ້າ ແລະ ການລົງທຶນ.
  • -  ການເປີດການນໍາໃຊ້ສະຖານກົງສູນໃຫຍ່ເຊິ່ງກັນ ແລະ ກັນ.
  • -  ການເປີດດ່ານສາກົນ ແລະ ການນໍາໃຊ້ປື້ມຜ່ານແດນ ລະຫວ່າງ ສອງປະເທດ.
  • -  ການເຊື່ອມຕໍ່ເສັ້ນທາງຄົມມະນາຄົມ ແລະ ພື້ນຖານໂຄງລ່າງ.
  • -  ການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ໃນເບື້ອງຕົ້ນກໍາປູເຈຍ ໄດ້ມີຄວາມກັງວົນ ກ່ຽວກັບ ຜົນກະທົບອາດຈະເກີດຂື້ນ ແຕ່ພາຍຫຼັງທີ່ສະຖານທູດໄດ້ສະເໜີໃຫ້ ພະນະທ່ານ ຮໍ ນາມຮົງ, ຮອງນາຍົກລັດຖະມົນຕີ, ໄປເບິ່ງສະຖານທີ່ຕົວຈິງ ແລະ ສົມເດັດ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມພື້ນທີ່ຕົວຈິງແລ້ວ ແລະ ຜ່ານການຟັງການອະທິບາຍຂອງວິຊາການ ຈຶ່ງເຮັດໃຫ້ຝ່າຍກໍາປູເຈຍ ຫາຍຄວາມກັງວົນ ແລະ ເຫັນດີເຫັນພ້ອມກັບການສ້າງເຂື່ອນໄຟຟ້າດັ່ງກ່າວ ທັງໄດ້ສະເໜີຂໍຊື້ກະແສໄຟຟ້າ ນໍາຝ່າຍລາວອີກດ້ວຍ.

-  ສະພາບການແກ້ໄຂບັນຫາຊາຍແດນ ທີ່ເກີດຂື້ນ ລະຫວ່າງ ລາວ ແລະ ກໍາປູເຈຍ ໃນໄລຍະຜ່ານມາ ເຊິ່ງສອງຝ່າຍ ໄດ້ອີງໃສ່ແຜນທີ່ ທີ່ແຕກຕ່າງກັນຢູ່ບໍລິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484642
ມື້ນີ້158
ມື້ວານ188
ອາທິດນີ້1080
ເດືອນນີ້3947