ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວຍື່ນສານຕາຕັ້ງຕໍ່ ອົງສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ

embrunei yeaunsarn

embrunei yeaunsarn1

 

     ໃນຕອນບ່າຍວັນທີ 7 ກໍລະກົດ 2018, ເວລາ 14:00 ໂມງ, ທີ່ພະລາດຊະວັງ ອິສະຕານານູຣູນອີມານ (Istana Nurul Iman), ທ່ານ ພອນທະວີ ບຸດດາລາ ໄດ້ດຳເນີນການຍື່ນສານຕາຕັ້ງຕໍ່ອົງສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ (His Majesty Sultan Haji Hassanal Bolkiah, the Sultan and Yang Di-Pertuan of Brunei Darussalam) ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ລາວ ປະຈຳປະເທດ ບຣູໄນ ດາຣູຊາລາມ ທີ່ມີສຳນັກງານສະຖານທູດຕັ້ງຢູ່ ນະຄອນຫຼວງບັນດາເສຣິເບກາວັນ, ປະເທດ ບຣູໄນ ດາຣູຊາລາມ.

       ພາຍຫລັງສຳເລັດການຍື່ນສານແລ້ວ, ໃນເວລາ 14:30 ໂມງ, ເອກອັກຄະລັດຖະທູດ ແລະ ພະນັກງານນັກການທູດລາວ ກໍໄດ້ເຂົ້າຢ້ຽມຂ່ຳນັບອົງສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ ທີ່ພະລາດຊະວັງອິດສະຕານາ. ໃນການຢ້ຽມຂ່ຳນັບ, ອົງສົມເດັດ ຊຸນຕານ ໄດ້ຊົມເຊີຍ ແລະ  ຍິນດີຕ້ອນຮັບເອກອັກຄະລັດຖະທູດລາວ ໃນການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ບຣູໄນ ດາຣູຊາລາມ, ສະແດງຄວາມເພິ່ງພໍໃຈຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດບຣູໄນ ແລະ ລາວ. ອົງສົມເດັດຊຸນຕານ ໄດ້ກ່າວເຖິງສາຍພົວພັນອັນດີທີ່ມີຕໍ່ກັບການນຳລາວ, ກັບປະເທດລາວ, ໄດ້ກ່າວເຖິງການໄປຢ້ຽມຢາມາວ, ໂດຍສະເພາະການຢ້ຽມຢາມ​​ທາງການໃນຫລາຍປີກ່ອນ ແລະ ການໄປເຂົ້າຮ່ວມກອງປະຊຸມສຳຄັນທີ່ ລາວ ເປັນເຈົ້າພາບຈັດເຊັ່ນ: ກອງປະຊຸມສຸດຍອດອາຊຽນ, ກອງປະຊຸມສຸດຍອດອາເຊັມໃນປີ 2012 ແລະ ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ໃນປີ 2016. ການເດີນທາງໄປຢ້ຽມຢາມ ລາວ ຫລາຍຄັ້ງຂອງອົງສົມເດັດຊຸນຕານ ແລະ ການນຳຂອງບໄນແມ່ນໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກການນຳລາວ ແລະ ປະຊາຊົນລາວ, ສອງຝ່າຍໄດ້ເສີມສ້າງສາຍພົພັນອັນດີນຳກັນຕະຫລອດມາ.

 ເອກອັກຄະລັດຖະທູດ ພອນທະວີ ບຸດດາລາ ໄດ້ສະແດງຄວາມຂອບໃຈຕໍ່ ອົງສົມເດັດຊຸນຕານ ທີ່ເຫັນດີໃນການແຕ່ງຕັ້ງມາເປັນເອກອັກຄະລັດຖະທູດ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ ແລະ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຖືກແຕ່ງຕັ້ງຈາກປະທານປະເທດລາວ ມາດຳລົງຕຳແໜ່ງນີ້, ທັງສະແດງຄວາມຂອບໃຈຢ່າງຈິງໃຈທີ່ໄດ້ຮັບການຕ້ອນຮັບອັນອົບອຸ່ນ, ສົມກຽດ ແລະ ຈະສຸມທຸກຄວາມພະຍາຍາມເພື່ອສືບຕໍ່ປະກອບສ່ວນເສີມຂະຫຍາຍການພົວພັນ ລະຫວ່າງສອງປະເທດທີ່ດີຢູ່ແລ້ວນັ້ນ ໃຫ້ນັບມື້ນັບດີຂຶ້ນ ແລະ ມີໝາກຜົນຕົວຈິງໃນການຮ່ວມມືກັນໂດຍພາຍໃຕ້ການຊີ້ນຳ​​ຂອງ​​ການນຳຂອງທັງສອງປະເທດ. ພ້ອມກັນນີ້, ເອກອັກຄະລັດຖະທູດກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະຄຳອວຍພອນໄຊອັນປະເສີດຈາກ ພະນະທ່ານ ບຸນຍັງ ວໍລະຈິດ, ປະເທດປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ລັດຖະບານແຫ່ງ ລາວ ທີ່ສົ່ງມາຍັງ ອົງສົມເດັດ ຊຸນຕານ ຮາຈິ ຮາຊານານ ໂບນເກຍ, ລາຊີນີ, ​​ບໍລົມມະວົງສານຸວົງທຸກພະອົງ ແລະ ປະຊາຊົນຣູໄນ, ໂດຍສະເພາະຄຳອວຍພອນອັນປະເສີດເນື່ອງໃນໂອກາດ ຄົບຮອບ 72 ປີ ວັນເກີດຂອງອົງສົມເດັດຊຸນຕານ ທີ່ຈະມາເຖິງໃນມໍ່ໆນີ້. ເອກອັກຄະລັດຖະທູດໄດ້ຕາງໜ້າໃຫ້ລາວ ສະແດງຄວາມຂອບໃຈຕໍ່ອົງສົມເດັດຊຸນຕານກໍຄືລັດຖະບານ ແລະ ປະຊາຊົນຣູໄນ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ລາວ ໃນດ້ານຕ່າງໆໃນໄລຍະຜ່ານມາ.

  ສອງຝ່າຍຍັງໄດ້ກ່າວເຖິງບາງດ້ານສຳຄັນຕື່ມ ເປັນຕົ້ນແມ່ນປີ 2018 ນີ້ເປັນປີຄົບຮອບ 25 ປີແຫ່ງການສ້າງຕັ້ງສາຍພົວພັນ​ທາງການທູດ ລະຫວ່າງ ລາວ ແລະ ບຣູໄນ, ເຊິ່ງສອງຝ່າຍເຫັນດີຈະມີການເຄື່ອນໄຫວສະເຫຼີມສະຫຼອງທີ່ສຳຄັນນຳກັນຈຳນວນ​ນຶ່ງເຊັ່ນ ການແລກປ່ຽນ​ຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງນຳກັນ ແລະ ການແລກປ່ຽນສານອວຍພອນ ເຊິ່ງກັນໃນໂອກາດດັ່ງກ່າວ.

ອົງສົມເດັດຊຸນຕານໄດ້ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນໄຊອັນປະເສີດມາຍັງພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ລັດຖະບານ ແລະ ປະຊາຊົນລາວ, ​ເຊິ່ງເອກອັກຄະລັດຖະທູດກໍໄດ້ຮັບເອົາແລະ ເພື່ອສົ່ງຕໍ່ຄຳອວຍພອນດັ່ງກ່າວໃຫ້ການນຳ ລາວ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485764
ມື້ນີ້63
ມື້ວານ206
ອາທິດນີ້800
ເດືອນນີ້5069