ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ຜູ້ສໍາເລັດລາດຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ

laoembssadorinaustria1laoembssadorinaustria2

 

ໃນວັນທີ 11 ກໍລະກົດ 2018, ທີ່ ທຳ​ນຽບ​ລັດ​ຖະ​ບານທີ່ນະຄອນຫລວງແຄນເບຣາ, ທ່ານ ສີສະຫວາດ ອິນພະຈັນ ໄດ້ຍື່ນສານຕາຕັ້ງຕໍ່ພະນະທ່ານ ປີເຕີ ໂກສກຣົບ, ຜູ້ສໍາເລັດລາຊະການແຫ່ງເຄືອຈັກກະພົບອົດສະຕຣາລີ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວປະຈໍາ ເຄືອ​ຈັກ​ກະ​ພົບອົດສະຕຣາລີ, ໂດຍມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫຼວງແຄນເບີຣາ.

ໃນໂອ​ກາດນີ້, ພະນະທ່ານຜູ້ສໍາເລັດລາຊະການປີເຕີໂກສກຣົບ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍທ່ານ ສີສະຫວາດ ອິນພະຈັນ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ເຄືອ​ຈັກ​ກະ​ພົບ ອົດສະຕຣາລີ. ທ່ານທູດລາວໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປລາວ ຝາກເຖິງຜູ້ສໍາເລັດລາຊະການແຫ່ງເຄືອຈັກກະພົບອົດສະຕຣາລີແລະ ສະ​ແດງ​ຄວາມ​ຂອບ​ໃຈ​ ຢ່າງ​ຈິ​ໃຈ ຕໍ່​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ ແລະ ການ​ຈັດ​ພິ​ທີ​ຍື່ນ​ສານ​ຕາ​ຕັ້ງສະ​​ເພາະ​​ໄຫ້​ແກ່ທູດ​ລາວ ໃນ​ຄັ້ງ​ນີ້.

ພ້ອມ​ກັນ​ນີ້, ທ່ານທູດ ສີ​ສະ​ຫວາດ ອິນ​ພະ​ຈັນ ກໍໄດ້ແຈ້ງໃຫ້ຜູ້ສໍາເລັດລາຊະການຊາບໂດຍຫຍໍ້ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ ຂອງ ສ​ປ​ປ ລາວ, ໄດ້ສະແດງຄວາມຍິນດີຕໍ່​ການ​ຮ່ວມ​ມື​ທີ່​ມີ​ຫມາກ​ຜົນ​ຂອງ​ສອງ​ປະ​ເທດໃນ​ກອບ​ສອງ​ຝ່າຍ, ພາກ​ພື້ນແລະສາ​ກົນ. ໃນ​ໂອ​ກາດນີ້, ທ່ານທູດກໍ​​ໄດ້ຕາງ​ຫນ້າ​ ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ​ແຫ່ງ ສ​ປ​ປ ລາວ ​ສະ​ແດງ​ຄວາມຂອບໃຈຕໍ່ລັດຖະບານກໍ່ຄືປະຊາຊົນອົດສະຕຣາລີ ທີ່​ໄດ້​ໄຫ້ການຊ່ວຍເຫລືອ ແລະ ສະ​ຫນັບ​ສະ​ຫນູນ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດແລະ ຫວັງວ່າຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ໃນ​ຊຸມ​ປີ​ຕໍ່​ຫນ້າ. ພະ​ນະທ່ານຜູ້ສໍາເລັດລາຊະການ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ສ​ປ​ປ ລາວ ທີ່​ໄດ້​ໄຫ້​ການຮ່ວມ​ມື ແລະ ​ສ​ະ​ຫນັບ​ສະ​ຫນູນ ອົດ​ສະ​ຕ​ຣາ​ລີ ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ ແລະ ໄດ້ຢືນຢັນວ່າອົດສະຕຣາລີ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ຮ່ວມ​ມື​ກັບ ສປປ ລາວ ທັງ​ໃນ​ກອບ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ.

ພິທີຍື່ນສານຕາຕັ້ງຄັ້ງນີ້ ໄດ້ຈັດຂື້ນສະເພາະສຳລັບເອກອັກຄະລັດຖະທູດແຫ່ງສປປລາວແລະໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີແລະສົມກຽດ.

ລາວ ແລະ ອົດ​ສະ​ຕ​ຣາ​ລີ ໄດ້​ສ້າງຕັ້ງ​ສາຍ​ພົນ​ພັນ​ການ​ທູດນຳ​ກັນ ໃນວັນ​ທີ 15 ມັງ​ກອນ 1952.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485618
ມື້ນີ້123
ມື້ວານ196
ອາທິດນີ້654
ເດືອນນີ້4923