ໃນວັນທີ 28-29 ມິຖຸນາ 2018, ທ່ານ ສົງການ ຫລວງມຸນິນທອນ, ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊີ-ເອີຣົບ ຫລື ອາເຊັມ ທີ່ ນະຄອນຫລວງ ວຽນ, ປະເທດ ໂອຕຣິດ ເຊິ່ງກອງປະຊຸມດັ່ງກ່າວແມ່ນເພື່ອເປັນການສືບຕໍ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາເຊັມຄັ້ງທີ 12 ທີ່ຈະຈັດຂຶ້ນຢູ່ ນະຄອນຫລວງ ບຣຸກແຊນ ປະເທດແບນຊິກ ໃນວັນທີ 18-19 ຕຸລາ 2018.
ກອງປະຊຸມຄັ້ງນີ້ ໄດ້ມີການປຶກສາຫາລືກັນໃນຫລາຍບັນຫາ ເຊິ່ງສະຫະພາບເອີຣົບ ໃນນາມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 12 ກໍໄດ້ລາຍງານຄວາມພ້ອມໃນດ້ານຕ່າງໆໂດຍກອງປະຊຸມສຸດຍອດຄັ້ງນີ້ຈະຖືກຈັດຂຶ້ນພາຍໃຕ້ຄໍາຂວັນ ທີ່ວ່າ “ຄູ່ຮ່ວມລະດັບໂລກ ສໍາລັບ ຄວາມທ້າທາຍລະດັບໂລກ”(Global Partners for Global Challenges). ນອກຈາກນັ້ນ, ທີ່ປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ຮ່າງຖະແຫລງການກອງປະຊຸມສຸດຍອດຄັ້ງທີ 12 ເຊິ່ງບັນດາປະເທດສະມາຊິກໄດ້ເຫັນດີເປັນເອກະພາບກັນວ່າ ຄວນກະທັດຮັດ, ມີເນື້ອໃນທີ່ກວມລວມ ແລະ ມີຄວາມດຸ່ນດ່ຽງກັນລະຫວ່າງສອງທະວີບ.
ກ່ອນກອງປະຊຸມເຈົ້າໜ້າທີ່ອາວຸໂສອາເຊັມ, ທ່ານ ສົງການ ຫລວງມຸນິນທອນ ພ້ອມຄະນະຍັງໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານລິເລີ່ມດ້ານການເຊື່ອມຈອດອາຊີ-ເອີຣົບ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບການກໍານົດຂອບເຂດຂອງການເຊື່ອມຈອດລະຫວ່າງສອງພາກພື້ນໃຫ້ສໍາເລັດ ແລະ ທັນຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດອາເຊັມຄັ້ງທີ 12.
ຂອບການຮ່ວມມື ອາຊີ-ເອີຣົບ (ASEM)ສ້າງຕັ້ງຂຶ້ນໃນປີ 1996 ແລະ ປະຈຸບັນມີປະເທດສະມາຊິກ 51 ປະເທດຈາກອາຊີ ແລະ ເອີຣົບ ແລະ ສອງອົງການຈັດຕັ້ງເຂົ້າຮ່ວມ (ກອງເລຂາອາຊຽນ ແລະ ສະຫະພາບເອີຣົບ). ໃນປີ 2012 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ຢູ່ ນະຄອນຫລວງວຽງຈັນ ແລະ ໃນເດືອນ ຕຸລາ 2017 ຜ່ານມາ ສປປ ລາວ ກໍໄດ້ເປັນເຈົ້າພາບຈັດກອງປະຊຸມສໍາມະນາອາເຊັມວ່າດ້ວຍການຄຸ້ມຄອງນໍ້າແບບປະສົມປະສານຄັ້ງທີ 6 ຢູ່ທີ່ ນະຄອນ ປາກເຊ, ແຂວງ ຈໍາປາສັກ.