ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ຄົນໃໝ່ ຍື່ນສານຕາຕັ້ງ ຕໍ່ເລຂາທິການໃຫຍ່ອາຊຽນ

em asean yeaunsarn

ໃນຕອນເຊົ້າ ວັນ​ທີ 17 ເມ​ສາ 2018 ທີ່ ກອງ​ເລ​ຂາ​ອາ​ຊຽນ, ນະຄອນຫຼວງຈາກາກຕາ, ອິນໂດເນເຊຍ, ທ່ານ ເອ​ກະ​ພາບ ພັນ​ທະ​ວົງ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ສ​ປ​ປ ລາວ ປະ​ຈຳ ອາ​ຊຽນ ຄົນໃໝ່ໄດ້​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ ພະ​ນະ​ທ່ານ ດາ​ໂຕະ ລິມ ຈ໋ອກ ຮອຍ, ເລຂາທິການໃຫຍ່ຊຽນ ​ ເພື່ອ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ​ສ​ປ​ປ ລາວ ປະ​ຈຳ​ອາ​ຊຽນ.

         ໃນ​ໂອ​ກາດ​ນີ້,ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ສະ​ແດງ​ຄວາມຂອບ​ໃຈ ຕໍ່​​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ອາຊຽນ ທີ່​ໄດ້​ໃຫ້​ການ​ຕ້ອນ​ຮັບໃນ​ການ​ຍື່ນ​ສານ​ຄັ້ງ​ນີ້ ແລະ ໄດ້ສະ​ແດງຄວາມ​ຍິນ​ດີ​ຕໍ່ທ່ານເລຂາທິການໃຫຍ່ອາຊຽນທີ່ຫາກໍໄດ້ດຳລົງຕຳແໜ່ງໃໝ່ສໍາລັບສົກປີ 2018-2022. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ກໍໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ​ຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ ມາຍັງ ທ່ານ ເລ​ຂ​າ​ທິ​ການ​ໃຫຍ່​ອາ​ຊຽນ.

ທ່ານເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຍັງ​ໄດ້ຕີລາຄາສູງ ແລະ ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາກອງເລຂາອາຊຽນ ​​ ຂອງ ພະ​ນະ​ທ່ານ ດາ​ໂຕ​ະ ລິມ ຈ໋ອກ ຮອຍ ໃນ​ຖາ​ນະເປັນ​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່ມີຫົວຄິດປະດິດສ້າງໃນການປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ກອງເລຂາອາຊຽນ ໃຫ້ມີປະສິດທິພາບສູງ ໃນທ່າມກາງທີ່​ອາ​ຊຽນ ກໍາລັງຈັດ​ຕັ້ງ​ປະ​ຕິ​ບັດ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.​ ພ້ອມ​ທັງຕີ​ລາ​ຄາ​ຕໍ່ບົດບາດ​ຂອງ​ກອງ​ເລຂາ​ອາຊຽນ ​ທີ່​ຮັບຜິດຊອບການ​ປະສານ​ງານ​ລະຫວ່າງ​ອົງ​ກອນຂອງ​ອາຊຽນ ​ແລະ​ ບັນ​ດາຂະ​ແໜງການ​ທັງ 3 ​ເສົາ​ຄໍ້າປະ​ຊາ​ຄົມ​ອາຊຽນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວິ​ໄສ​ທັດ​ປະຊາ​ຄົມ​ອາຊຽນ 2025. ນອກ​ຈາກ​ນີ້, ທ່ານເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຍັງ​ໄດ້ຊົມ​ເຊີຍ​ກອງ​ເລຂາ​ອາຊຽນ ​​ຕໍ່​ການ​ຊ່ວຍ​ເຫຼືອ ​ແລະ ​ໃຫ້ການ​ຮ່ວມ​ມື​ຕໍ່​ບັນດາ​ປະ​ເທດ​ສະມາ​ຊິກ​ອາຊຽນ ຕະຫຼອດ​ມາ ​ໂດຍ​ສະ​ເພາະ ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ, ວິຊາ​ການ ແລະ ຂໍ້ມູນໃນໄລຍະການເປັນປະທານອາຊຽນຂອງ ລາວ ໃນປີ 2016 ​ແລະ ຫວັງວ່າຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກກອງເລຂາອາຊຽນໃນໄລຍະຕໍ່ໄປ.

ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍຍັງຸກຍູ້ໃຫ້ທ່ານເລຂາທິການໃຫຍ່ອາຊຽນ ສືບຕໍ່ສະໜັບສະ​ໜູນ​ການຈັດຕັ້ງແຜນປະຕິບັດງານແຜນງານຂໍ້ລິເລີ່ມເພື່ອ​​ການເຊື່ອມໂຍງອາຊຽນສະບັບທີ 3 ແລະ ແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ເພື່ອແນ່ໃສ່ການຮັດແຄບຄວາມແຕກໂຕນດ້ານການພັດທະນາພາຍໃນອາຊຽນ. ພ້ອມທັງຊຸກຍູ້ໃຫ້ກອງເລຂາອາຊຽນສືບຕໍ່ຂົນຂວາຍບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກ ເພື່ອໃຫ້ການສະໜັບສະໜູນບັນດາໂຄງການຝຶກອົບຮົໃຫ້ນັກການທູດໜຸ່ມນ້ອຍຂອງປະເທດອາຊຽນໃໝ່ (CLMV) ເນື່ອງຈາກວ່າເປັນໂຄງການທີ່ສຳຄັນສຳລັບການພັດທະນາຊັບພະຍາກອນມະນຸດໃນໄລຍະຍາວ.

           ກ​ານ​ຕ້ອນ​ຮັບ​ຂອງ ທ່ານ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນໃນຄັ້ງນີ້ແມ່ນເຕັໄປດ້ວຍຄວາມ​ອົບ​ອຸ່ນ ແລະ ສະ​ໜິດ​ສະ​ໜົມ ພ້ອມ​ທັງເຫັນ​ດີ​ຕໍ່​ຄຳ​ສະ​ເໜີຂອງ​ທ່ານເອ​ກ​ອັກ​ຄະ​ລັດ​ຖະທູດ ແລະ ​ໄດ້​ຍືນຍັນ​ວ່າ ​ໃນ​ໄລ​ຍະ​ຜ່ານ​ມາ ສ​ປ​ປ ລາວ ກໍໄດ້​ປະ​ກອບ​ສ່ວນຢ່າງຫຼວງຫຼາຍໃນການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ຕ​ະຫຼອ​ດ​ມາ. ພ້ອມນີ້, ທ່ານ​ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ຍັງ​ໄດ້​ຊົມ​ເຊີຍ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ ສ​ປ​ປ ລາວ ວ່າ​ມີ​ລະ​ດັບການຂະຫຍາຍຕົວທີ່​ດີ ແລະ ໝັ້​ນ​ຄົງ, ພ​້ອ​ມ​ທັ​ງໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ຕໍ່ ສ​ປ​ປ ລາວ ໃນ​ໄລ​ຍະ​ຕໍ່​ໄປ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480388
ມື້ນີ້46
ມື້ວານ172
ອາທິດນີ້786
ເດືອນນີ້6619