ໃນຕອນບ່າຍຂອງວັນທີ 22 ມີນາ 2018, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ຈັດພິທີສະເຫຼີມສະຫຼອງປີໃໝ່ລາວ ພສ 2561 ຂື້ນຢ່າງເບີກບານມ່ວນຊື່ນ. ໃຫ້ກຽດເຂົ້າຮ່ວມງານຄັ້ງນີ້ໂດຍ ທ່ານລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີກໍາປູເຈຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ, ບັນດາທູດຕານຸທູດອາຊຽນ ແລະ ບັນດາທູດປະເທດສັງຄົມນິຍົມ, ພະນັກງານກໍາປູເຈຍ, ຄົນລາວທີ່ດໍາລົງຊີວິດ ແລະ ດໍາເນີນທຸລະກິດຢູ່ກໍາປູເຈຍ, ນັກສຶກສາລາວຝ່າຍພົນລະເຮືອນ ແລະ ຝ່າຍທະຫານ ເຂົ້າຮ່ວມປະມານ 150 ຄົນ.
ໃນໂອກາດດັ່ງກ່າວ, ສະຖານທູດໄດ້ມີພິທີບາສີຂູ່ຂວັນ ຕາມຮີດຄອງປະເພນີຂອງລາວທີ່ໄດ້ສືບທອດກັນມາຕັ້ງແຕ່ດົນນານ ແລະ ໄດ້ກ່າວໂດຍຫຍໍ້ກ່ຽວກັບປະຫວັດບຸນປີໃໝ່ລາວ ແລະ ການບາສີສູ່ຂວັນ ເພື່ອໃຫ້ບັນດາແຂກທີ່ມາຮ່ວມງານເຂົ້າໃຈກ່ຽວກັບ ຄວາມສໍາຄັນຂອງບຸນປີໃໝ່ ແລະ ການບາສີສູ່ຂວັນຫຼາຍຂຶ້ນ ແລະ ເປັນການໂຄສະນາອີກດ້ວຍ.
ພາຍຫຼັງສໍາເລັດພິທີສູຂວັນ ທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ກໍ່ໄດ້ຂື້ນກ່າວອວຍພອນ ແລະ ເຊີນຮັບປະທານອາຫານຄໍ່າຮ່ວມກັນ, ຮັບຊົມການສະແດງບົດຟ້ອນ 03 ລາຍ ການໂດຍແມ່ນນັກສຶກສາລາວຂະແໜງສິລະປະກໍາ, ຂະນະດຽວກັນກໍ່ໄດ້ມີການປະກອບສ່ວນສຽງເພັງ, ຟ້ອນລໍາວົງສາມັກຄີແບບລາວໆ ສະຫຼັບກັນໄປດ້ວຍຄວາມເບີກບານມ່ວນຊື່ນ.