ສປປ ລາວ ແລະ ສະຫະພາບເອີຮົບ ໄດ້ຈັດກອງປະຊຸມສົນທະນາ ກ່ຽວກັບ ວຽກງານສິດທິມະນຸດ ແລະ ການປົກຄອງ ຄັ້ງທີ 8, ທີ່ ນະຄອນຫລວງ ບຣຸກແຊນ, ໃນວັນທີ 15 ມີນາ 2018. ໃນກອງປະຊຸມດັ່ງກ່າວ, ສອງຝ່າຍ ໄດ້ສົນທະນາ ຫລາຍຫົວຂໍ້ ເປັນຕົ້ນຄວາມຄືບຫນ້າຂອງວຽກງານສິດທິມະນຸດ ຢູ່ ສປປ ລາວ ແລະ ຢູ່ ສະຫະພາບເອີຣົບ, ການໃຫ້ສັດຕະຍາບັນສົນທິສັນຍາສາກົນດ້ານສິດທິມະນຸດ, ກົດຫມາຍ ແລະ ນິຕິກໍາທີ່ຮັບຮອງໃຫມ່, ການຮ່ວມມືກັບກົນໄກພິເສດຂອງ ສະພາສິດທິມະນຸດ ສປຊ, ເສລີພາບໃນການສະແດງຄໍາຄິດເຫັນ, ອົງການຈັດຕັ້ງທາງສັງຄົມ, ສິດທິຂອງແມ່ຍິງ, ເດັກນ້ອຍ ແລະ ຄົນພິການ, ສິດທິດ້ານທີ່ດິນ ແລະ ຊີວະນາໆພັນ, ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ ໃນການຄຸ້ມຄອງບໍລິຫານ, ການຕ້ານຮູບແບບຕ່າງໆຂອງອາດຊະຍາກໍາຂ້າມຊາດ, ການຮ່ວມມືດ້ານສິດທິມະນຸດໃນເວທີຫລາຍຝ່າຍ, ການອອກຈາກສະຖານະພາບປະເທດດ້ອຍພັດທະນາ, ສິດທິມະນຸດ ແລະ ເປົ້າຫມາຍພັດທະນາແບບຍືນຍົງ.
ໃນກອງປະຊຸມ, ຝ່າຍສະຫະພາບເອີຮົບ ໄດ້ຕີລາຄາຄວາມພະຍາຍາມ ແລະ ຜົນສໍາເລັດຂອງສປປ ລາວ ໃນການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ, ການພັດທະນາລັດແຫ່ງກົດຫມາຍ, ການເຂົ້າເຖິງຂະບວນການຍຸຕິທໍາ, ພ້ອມທັງຈະສືບຕໍ່ໃຫ້ການຮ່ວມມືແກ່ ສປປ ລາວ ໃນວຽກງານດັ່ງກ່າວນີ້. ຝ່າຍ ລາວ ກໍໄດ້ຕີລາຄາຕໍ່ການປະຕິບັດສິດທິມະນຸດຢູ່ ສະຫະພາບ ເອີຣົບ ລວມທັງຄວາມພະຍາຍາມຂອງ ສະຫະພາບ ເອີຣົບ ເພື່ອຮັບປະກັນສິດທິມະນຸດ ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ, ການແກ້ໄຂບັນຫາການເຄື່ອນຍ້າຍ ແລະ ອົບພະຍົບ ຢູ່ ເອີຣົບ. ສອງຝ່າຍໄດ້ສົນທະນາ ກ່ຽວກັບບາງກໍລະນີທີ່ ສະຫະພາບ ເອີຣົບ ມີຄວາມສົນໃຈກ່ຽວກັບສິດທິມະນຸດຢູ່ ສປປ ລາວ ຊຶ່ງຝ່າຍ ລາວ ກໍໄດ້ຊີ້ແຈງອະທິບາຍ ອັນໄດ້ເຮັດໃຫ້ຝ່າຍສະຫະພາບ ເອີຣົບ ມີຄວາມເຂົ້າໃຈຫລາຍຂຶ້ນຕື່ມ ກ່ຽວກັບນະໂຍບາຍ, ກົດຫມາຍ ແລະ ສະພາບຄວາມເປັນຈິງຢູ່ ສປປ ລາວ.
ປີ 2018 ແມ່ນປີຄົບຮອບ 70 ປີ ຂອງຖະແຫລງການສາກົນວ່າດ້ວຍສິດທິມະນຸດ ເຊິ່ງເປັນພື້ນຖານທີ່ສໍາຄັນຂອງລະບົບສິດທິມະນຸດສາກົນ. ສະນັ້ນ, ທັງສອງຝ່າຍ ໄດ້ຕົກລົງກັນ ເພື່ອເພີ່ມທະວີການຮ່ວມມືໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດທັງໃນລະດັບສອງຝ່າຍ ແລະ ໃນເວທີສາກົນ, ລວມທັງການຮ່ວມມືກັບບັນດາກົນໄກສິດທິມະນຸດຂອງ ສປຊ.
ກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະະພາບ ເອີຣົບ ໄດ້ດໍາເນີນໄປຢ່າງກົງໄປກົງມາ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ, ຄວາມສະເຫມີພາບ ແລະ ອະທິປະໄຕຂອງລັດ. ຄະນະຜູ້ແທນລາວ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ນໍາໂດຍ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ແລະ ປະກອບມີຜູ້ຕາງຫນ້າຈາກ ສະພາແຫ່ງຊາດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ, ກະຊວງພາຍໃນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ. ສ່ວນຝ່າຍ ສະຫະພາບເອີຣົບ ແມ່ນນໍາໂດຍ ທ່ານ ເດວິດ ດາລີ, ຫົວຫນ້າຮັບຜິດຊອບພາກພື້ນອາຊີຕາເວັນອອກຊ່ຽງໃຕ້, ສໍານັກງານພົວພັນຕ່າງປະເທດຂອງ ສະຫະພາບເອີຣົບ.
ໃນໄລຍະທີ່ເດີນທາງໄປເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຈາກ ສປປ ລາວ ຍັງໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ ກ່ຽວກັບ ບັນດາສະຖາບັນຕ່າງໆຂອງ ຄະນະກໍາມະທິການເອີຣົບ, ລັດຖະສະພາເອີຣົບ, ເຂົ້າຮ່ວມກອງປະຊຸມສໍາມະນາກັບບັນດາອົງການຈັດຕັ້ງສັງຄົມພົນລະເຮືອນຂອງ ປະເທດແບນຊິກ ແລະ ອີຢູ ກ່ຽວກັບການສົ່ງເສີມຄວາມສະເຫມີພາບ ຍິງ-ຊາຍ. ນອກນັ້ນ, ຍັງໄດ້ຢ້ຽມຢາມນະຄອນລາຮາຍ, ປະເທດໂຮນລັງ ແລະ ຮັບຟັງການລາຍງານຫຍໍ້ ກ່ຽວກັບ ສານອາຍາສາກົນ ແລະ ສານຍຸຕິທໍາສາກົນ.