ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ເຄື່ອນໄຫວຢ້ຽມຢາມ ສ. ເບລາຣຸສ ແລະ ປະດັບຫຼຽນກາມິດຕະພາບ ແກ່ອາດີດທູດເບລາຣຸສ ປະຈໍາ ສປປ ລາວ

 

Bouralouz

 

ໂດຍໄດ້ຮັບການເຊື້ອເຊີນຈາກກະຊວງການຕ່າງປະເທດ ສ. ເບລາຣຸສ,ທ່ານ ສີວຽງເພັດ ເພັດວໍລະສັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ເບລາຣຸສ ທີ່ມີສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ນະຄອນຫຼວງມົດສະກູ, ສະຫະພັນ ລັດເຊຍ, ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ສ.ເບລາຣຸສ ໃນລະຫວ່າງວັນທີ 5-6 ກຸມພາ 2018.

ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານ ເອກອັກຄະລັດຖະທູດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ປອ. ວາເລຣີ ຊາໂດໂຄ (Dr. Valery SADOKHO), ອາດີດເອກອັກຄະລັດຖະທູດ ສ. ເບລາຣຸສ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງຮ່າໂນຍ, ສສ.ຫວຽດນາມ, ຊຶ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນຢ່າງສົມກຽດ, ທີ່ກະຊວງການຕ່າງປະເທດຂອງ ສ. ເບລາຣຸສ, ໂດຍການເຂົ້າຮ່ວມຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງທັງສອງຝ່າຍ. ທ່ານ ປອ. ວາເລຣີ ຊາໂດໂຄ ໄດ້ມີຜົນງານດີເດັ່ນ ແລະ ຄຸນງາມຄວາມດີໃນການປະກອບສ່ວນຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະທີ່ທ່ານປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ແຕ່ປີ 2011 ເຖິງ ປີ2016.

ພາຍຫລັງສໍາເລັດພິທີປະດັບຫຼຽນ, ທ່ານເອກອັກຄະລັດຖະທູດ ສີວຽງເພັດ ເພັດວໍລະສັກ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອັນເດຼ ດັບກີວນັສ (Andrei Dapkiunas), ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ. ເບລາຣຸສ. ໃນໂອກາດດັ່ງກ່າວ, ທ່ານທູດ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ທ່ານຮອງລັດຖະມົນຕີ ເປັນ​ຢ່າງ​ສູງ ຕໍ່ການຕ້ອນ​ຮັບ​ອັນອົບອຸ່ນ. ຈາກນັ້ນ, ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມຄະນະກໍາມະທິການຮ່ວມຄັ້ງທີ 3 ວ່າດ້ວຍ ການຮ່ວມມື ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສ. ບາລາຣຸສ, ຊຶ່ງໄດ້ຈັດຂຶ້ນ ທີ່ນະຄອນຫລວງມິນ ໃນເດືອນກໍລະກົດ ປີ 2017 ຜ່ານມາ.

ໃນໂອກາດດຽວກັນ, ທ່ານຮອງລັດຖະມົນຕີ ອັນເດຼ ດັບກີວນັສ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ຕົກລົງມອບຫລຽນກາມິດຕະພາບໃຫ້ແກ່ ທ່ານເອກອັກຄະລັດຖະທູດ ວາເລຣີ ຊາໂດໂຄ, ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຂົ້າຮ່ວມພິທີປະດັບຫລຽນຂອງ ທ່ານເອກອັກຄະລັດຖະທູດ ສປປ ລາວ ແລະ ຄະນະ ໃນຄັ້ງນີ້, ຊຶ່ງຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ​ ​ແລະ ການຮ່ວມມືອັນດີງາມລະຫວ່າງ ສ. ເບລາຣຸສ  ແລະ ສປປ ລາວ ທີ່ມີມາແຕ່ດົນນານ ໃຫ້ນັບມື້ນັບກວ້າງຂວາງ ແລະ ແຕກດອກອອກຜົນຍິ່ງໆ​ຂຶ້ນ​.

ນອກຈາກນີ້, ທ່ານທູດ ແລະ ຄະນະ ຍັງໄດ້ພົບປະກັບ ຫົວຫນ້າກົມເສດຖະກິດ, ຫົວຫນ້າກົມພິທີການທູດ, ກະຊວງການຕ່າງປະເທດ ແຫ່ງ ສ. ເບລາຣຸສ ແລະ ຢ້ຽມຢາມເຂດການຜະລິດຈໍານວນຫນຶ່ງທີ່ເປັນທ່າແຮງຂອງປະເທດດັ່ງກ່າວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480260
ມື້ນີ້90
ມື້ວານ157
ອາທິດນີ້658
ເດືອນນີ້6491