ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີຕ້ອນຮັບ ແລະ ປິດຊຸດຝຶກອົບຮົມແຮງງານລາວຊຸດທຳອິດ ຢູ່ ສ.ເກົາຫລີ

work korea2 work korea1

work korea3 work korea4

 

ພາຍຫລັງທີ່ລັຖະບານລາວ ແລະ . ເກົາຫລີໄດ້ມີການຮ່ວມມື ແລະ ເຊັນບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍການສົ່ງ-ຮັບແຮງງານ ໂດຍຜ່ານລະບົບການຈ້າງງານໃນທ້າຍປີ 2016. ໃນຕອນເຊົ້າວັນທີ 06 ກຸມພາ 2018, ​ທີ່ສະຫນາມບິນສາກົນອິນຊອນ, .ເກົາຫລີ, ໄດ້ມີພິທີຕ້ອນຮັບແຮງງານຈາກ ລາວ ຊຸດທຳອິດ ຈຳນວນ 26 ຄົນ ຜູ້ທີ່ໄດ້ຜ່ານການສອບເສັງໂດຍຜ່ານລະບົບການຈ້າງແຮງງານຂອງ .ເກົາຫລີ (Employment Permit System ຫລື EPS) ທີ່ນະຄອນຫລວງວຽງຈັນ ໃນປີ 2017 ຜ່ານມາ. ໂດຍການເຂົ້າຮ່ວມໃນພິທີ​​ຂອງ ທ່ານ ຄຳສວຍ ແກ້ວດາລາວົງ, ເອກອັກຄະລັດຖະທູດລາວ ປະຈຳ .ເ ກົາຫລີ, ທ່ານ ກິມ ດັອງ ມັນ (Kim Dong Man), ປະທານສຳນັກງານພັດທະນາຊັບພະຍາກອນມະນຸດ (Human Resources Development Service of Korea ຫລື HRD Korea), ທ່ານ ກິມ ດົງ ໂຮ (Kim Dong Ho), ຫົວຫນ້າກົມແຮງງານຕ່າງປະເທດ, ກະຊວງການຈ້າງງານ ແລະ ແຮງງານ, ​ມີທ່ານເລຂາທິການໃຫຍ່ມູນນິທິແຮງງານເກົາຫລີ (Korea Labor Foundation), ທ່ານຜູ້ຕາງຫນ້າສູນ EPS ປະຈຳລາວ, ພະນັກງານສະຖານທູດ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງຈຳນວນຫນື່ງ ເຂົ້າຮ່ວມ.

ສຳລັບແຮງງານໃຫມ່ທີ່ມາອອກແຮງງານຢູ່ . ເກົາຫລີ, ທັນທີທີ່ເດີນທາງມາຮອດເກົາ​​ຫລີຈະຕ້ອງໄດ້ຜ່ານການຝຶກອົບຮົມ​​ໄລ​ຍະ​ສັ້ນເປັນເວລາ 2 ຄືນ 3 ມື້ ​ຢູ່ສູນ​ຝຶກ​ອົບ​ຮົມ​ແຮງ​ງານ ຂອງ ມູນ​ນິ​ທິ​ແຮງ​ງານ​ເກົາ​ຫລີ, ທີ່ ເມືອງ​ຢໍ​ຈູ (Yeoju), ແຂວງ​ກັອງ​ກີ (Gyeonggi), ເພື່ອ​ຊ່ວຍ​ໃຫ້​ເຂົາ​ເຈົ້າຮັບ​ຮູ້ ແລະ ​ເຂົ້າ​ໃຈ​ສະ​ພາບ​ການ​ເຮັດ​ວຽກ ແລະ ການ​ດຳລົງ​ຊີ​ວິດ​ຢູ່ ສ. ເກົາ​ຫລີ. ໃນ​ຕອນ​ເຊົ້າ​ວັນ​ທີ 08 ກຸມ​ພາ 2018, ຈຶ່ງ​ໄດ້​ມີ​ພິ​ທີ​ປິດ​ຊຸດ​ຝຶກ​ອົບ​ຮົມ​ໃຫ້​ແກ່​ແຮງ​ງານ​ລາວ​ ຢູ່​ສູນ​ຝຶກ​ອົບ​ຮົມ​ດັ່ງ​ກ່າວ, ໂດຍ​​ເຂົ້າ​ຮ່ວມ​ໃນ​ພິ​ທີ​ມີ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຄຳ​ສວຍ ແກ້ວ​ດາ​ລາ​ວົງ, ທ່ານ ລີ ຈັອງ ຊິກ (Lee Jung Sik), ເລຂາທິການໃຫຍ່ມູນນິທິແຮງງານເກົາຫລີ, ​ທ່ານ ແບ ຊູ ນາມ (Bae Soo Nam), ​ຜູ້ອຳນວຍການສູນແຮງງານສາກົນ, ມີຜູ້ຕາງຫນ້າ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງແລະສະຖານທູດລາວເຂົ້າຮ່ວມ. ໂອກາດນີ້, ທ່ານເອກອັກຄະລັດຖະທູດ ກໍກ່າວໄດ້ຊົມເຊີຍ ແລະມີຄຳເຫັນວ່າ ນີ້ເປັນຜົນສຳເລັດໃນເບື້ອງຕົ້ນຊື່ງສອງຝ່າຍ ລາວ-ເກົາຫລີ ຈະຕ້ອງໄດ້ສືບຕໍ່ພັດທະນາໄປເລື້ອຍໆ ພ້ອມສະແດງຄວາມຫວັງຢາກເຫັນແຮງງານລາວເຮັດວຽກຢູ່ ສ. ເກົາຫລີ ເປັນຈຳນວນຫລາຍຄືກັບປະເທດອື່ນໆ. ຈາກນັ້ນ ກໍໄດ້ແນະນຳ​​ໃຫ້ແຮງງານລາວເອົາໃຈໃສ່ປະຕິບັດ​​ລະບຽບກົດຫມາຍ, ລະບຽບຂອງຜູ້ຈ້າງງານທີ່ລະບຸໄວ້ໃນສັນຍາ, ເອົາໃຈໃສ່​​ດຸຫມັ່ນໃນການເຮັດວຽກ, ມີຄວາມມານະອົດທົນ, ຊື່ສັດສຸຈະລິດ, ປະຕິບັດໂມງເວລາຢ່າງເຂັ້ມງວດ, ປະຢັດມັດທະຍັດ ແລະ ບໍ່ຫລິ້ນກິນຟູມເຟືອຍ. ຄຽງຄູ່ກັບວຽກງານກໍໄດ້ຮຽກຮ້ອງໃຫ້ຮຽນຮູ້​​ວັດທະນະທຳ ແລະ ນັບຖືຮີດຄອງປະເພນີ, ຮ່ຳຮຽນພາສາເກົາຫລີທີ່ມີຄວາມຈຳເປັນສຳລັບວຽກງານ ແລະ ການດຳລົງຊີວິດ, ທັງນີ້ກໍເພື່ອພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງໄປນຳໃຊ້ໃນອະນາຄົດຂ້າງຫນ້າ. ທ່ານເອກອັກຄະລັດຖະທູດ ຍັງໄດ້ຢ້ຳຕື່ມວ່າແຮງງານລາວຊຸດທຳອິດນີ້ຖືເປັນຊຸດເປີດທາງໃນການມາເຮັດວຽກຢູ່ .ເກົາຫລີ, ສະນັ້ນ ຕ້ອງໄດ້ເປັນແບບຢ່າງທີ່ດີໃນການສ້າງຊື່ສຽງເພື່ອຊຸດຕໍ່ໆໄປ ທັງນີ້ກໍເພື່ອເປັນກຽດ ແລະ ຊື່ສຽງໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວຂອງພວກເຮົາ.​ ໃນທ້າຍເດືອນກຸມພາ 2018 ນີ້ກໍຈະມີແຮງງານລາວອີກຈຳນວນຫນຶ່ງທີ່ຈະເດີນທາງມາເຮັດວຽກຢູ່ .ເກົາຫລີ ຕື່ມອີກ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480278
ມື້ນີ້108
ມື້ວານ157
ອາທິດນີ້676
ເດືອນນີ້6509